ສັນຍານເຕືອນ “ມະເຮັງຕັບ”

ມະ​ເຮັງ​ຕັບ ເປັນ​ພະ­ຍາດ​ທີ່​ພົບ​ຫຼາຍ​ເປັນ​ອັນ​ດັບ 1 ໃນ​ເພດ​ຊາຍ ແລະ ອັນ​ດັບ 2 ໃນ​ເພດ​ຍິງ ເຊິ່ງ​ກວ່າ​ຄົນ​ເຈັບ​ຈະ​ຮູ້​ຕົວ ກໍ​ມັກ​ເຂົ້າ​ສູ່​ໄລ­ຍະ​ສຸດ​ທ້າຍ​ຂອງ​ໂຣກ​ແລ້ວ ເພາະ​ມະ​ເຮັງ​ຕັບ ມັກ​ບໍ່​ມີ​ສັນ­ຍານ ຫຼື​ອາ­ການ​ບົ່ງ​ບອກ​ໃນ​ໄລ­ຍະ​ທຳ​ອິດ ຈຶ່ງ​ເຮັດ​ໃຫ້​ມີ​ອັດ­ຕາ​ການ​ເສຍ​ຊີ­ວິດ​ສູງ.

ທັງ​ນີ້ ຂໍ້​ມູນ​ຈາກ​ສະ​ຖາ​ບັນ​ມະ​ເຮັງ​ລະ­ບຸ​ວ່າ ປັດ​ໄຈ​ສ່ຽງ​ສຳ­ຄັນ​ຕໍ່​ການ​ເກີດ​ມະ​ເຮັງ​ຕັບ ໄດ້­ແກ່​ໂຣກ​ຕັບ​ແຂງ​ຈາກ​ທຸກໆ​ສາ­ເຫດ ທັງ​ຈາກ​ການ​ດື່ມ​ເຫຼົ້າ ທັງ​ໄວ​ຣັສ​ຕັບ​ອັກ­ເສບ​ທັງ​ຊະ­ນິດ​ບີ ແລະ ຊີ ໂດຍ​ສະ­ເພາະ ຊະ­ນິດ ບີ ທີ່​ພົບ​ວ່າ​ມີ​ຫຼາຍ​ຄົນ​ຈະ​ເສຍ​ຊີ­ວິດ​ດ້ວຍ​ພະ­ຍາດ​ຕັບ​ແຂງ ຫຼື ມະ​ເຮັງ​ຕັບ​ກ່ອນ​ອາ­ຍຸ 50 ປີ.

ຢ່າງ­ໃດ​ກໍ​ຕາມ ຫາກ​ກວດ​ຄັດ​ແຍກ​ຫາ​ພະ­ຍາດ​ມະ​ເຮັງ​ເປັນ​ປະ­ຈຳ​ທຸກ​ປີ ຈະ​ຊ່ວຍ​ໃຫ້​ແພດ​ສາ­ມາດ​ໃຫ້­ການ​ປິ່ນ­ປົວ​ໄດ້​ຢ່າງ​ທັນ​ເວ­ລາ ຊຶ່ງ​ຈະ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເສຍ​ຊີ­ວິດ​ຂອງ​ພະ­ຍາດ​ມະ​ເຮັງ​ຕັບ​ລົງ​ໄດ້.

ໃຜ​ແດ່​ທີ່​ຄວນ​ເຂົ້າ​ຮັບ​ການ​ກວດ​ຄັດ​ແຍກ​ຫາ​ໂຣກ​ມະ​ເຮັງ​ຕັບ ?

1. ຄົນ​ເຈັບ​ພະ­ຍາດ​ຕັບ​ແຂງ​ທັງ​ເພດ​ຍິງ ແລະ ຊາຍ ເນື່ອງ​ຈາກ 80% ຂອງ​ມະ​ເຮັງ​ຕັບ ມັກ​ເກີດ​ໃນ​ຄົນ​ເຈັບ​ທີ່​ເປັນ​ພະ­ຍາດ​ຕັບ​ແຂງ ໄດ້­ແກ່​ພະ­ຍາດ​ຕັບ​ແຂງ​ຈາກ​ເຫຼົ້າ ໄວ​ຣັສ​ຕັບ​ອັກ­ເສບ​ບີ ແລະ ຊີ ສານ­ພິດ​ອະ​ຟລາ​ທ໊ອກ​ຊິນ ພາ­ວະ​ທາດ​ເຫຼັກ​ສະ​ສົມ​ທີ່​ຕັບ ພະ­ຍາດ​ທາງ​ພັນ­ທຸ​ກຳ ແລະ ເມ​ຕາ​ບໍ​ລິກ​ຕ່າງໆ.

2. ຄົນ​ເຈັບ​ພະ­ຍາດ​ຕັບ​ອັກ­ເສບ​ຊຳ​ເຮື້ອ ທີ່​ເກີດ​ຈາກ​ໄວ​ຣັສ​ຕັບ​ອັກ­ເສບ​ບີ ຫຼື ຜູ້​ທີ່​ຕິດ­ເຊື້ອ​ໄວ​ຣັສ​ຕັບ​ອັກ­ເສບ ບີ ຕັ້ງ­ແຕ່​ເກີດ​ທຳ​ອິດ ຫຼື ໄວ​ເດັກ ເຖິງ​ແມ່ນ​ຍັງ​ບໍ່​ມີ​ພະ­ຍາດ​ຕັບ​ແຂງ ແຕ່​ມີ​ຄວາມ​ສ່ຽງ​ຕໍ່​ມະ​ເຮັງ​ຕັບ​ສູງ​ໃນ​ເພດ​ຊາຍ ທີ່​ມີ​ອາ­ຍຸ​ຫຼາຍ​ກວ່າ 45 ປີ ແລະ ຜູ້­ຍິງ​ທີ່​ມີ​ອາ­ຍຸ​ຫຼາຍ​ກວ່າ 50 ປີ ແລະ ມີ​ປະ­ຫວັດ​ມະ​ເຮັງ​ຕັບ​ໃນ​ຄອບ­ຄົວ.

3. ຄົນ​ເຈັບ​ພະ­ຍາດ​ໄວ​ຣັສ​ຕັບ​ອັກ­ເສບ​ຊີ​ຊຳ​ເຮື້ອ ທີ່​ມີ​ປະ­ລິ­ມານ​ພັງ​ຜືດ​ໃນ​ຕັບ​ຫຼາຍ​ໃນ​ລະ­ດັບ 3 ແລະ 4 ຄວນ​ໄດ້​ຮັບ​ການ​ກວດ​ຄັດ​ແຍກ​ພະ­ຍາດ​ມະ​ເຮັງ​ຕັບ.

ອາ­ການ​ເຕືອນ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ

ສ່ວນ​ໃຫຍ່​ແລ້ວ ອາ­ການ​ຕ່າງໆ​ທີ່​ເກີດ​ຂຶ້ນ ມັກ​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັບ​ໂຣກ​ອື່ນໆ​ທົ່ວ​ໄປ ຈຶງ​ເຮັດ​ໃຫ້​ຫຼາຍ​ຄົນ​ເບິ່ງ​ຂ້າມ ເຊິ່ງ​ກວ່າ​ຈະ​ປາ­ກົດ​ອາ­ການ​ຊັດ​ເຈນ ແລະ ເຂົ້າ​ຮັບ​ການ​ວິ­ໄຈ​ຈາກ​ແພດ ກໍ​ລຸ­ກລາມ ຢູ່​ໃນ​ໄລ­ຍະ​ທ້າຍ​ຂອງ​ພະ­ຍາດ​ແລ້ວ ແລະ ນີ້​ຄື​ສັນ­ຍານ​ເຕືອນ​ທີ່​ອາດ​ບົ່ງ​ຊີ້​ວ່າ ພະ­ຍາດ​ມະ​ເຮັງ​ຕັບ ກຳ­ລັງ​ຄຸກ​ຄາມ​ຢູ່​ໂດຍ​ບໍ່​ຮູ້​ຕົວ.

1. ເບື່ອ​ອາ­ຫານ​ຢ່າງ​ເຫັນ​ໄດ້​ຈະ­ແຈ້ງ ຮູ້­ສຶກ​ແໜ້ນ​ທ້ອງ ທ້ອງ​ອືດ ທ້ອງ​ຍຶ່ງ​ເປັນ​ປະ­ຈຳ ການ​ຍ່ອຍ​ອາ­ຫານ​ບໍ່​ດີ ບາງ​ຄັ້ງ​ປາ­ກົດ​ອາ­ການ​ປຸ້ນ­ທ້ອງ ປວດ­ຮາກ​ນຳ​ດ້ວຍ.

2. ປວດ ຫຼື ແໜ້ນ​ທ້ອງ​ບໍ­ລິ­ເວນ​ລຸ່ມ​ກະ­ດູກ​ຂ້າງ​ເບື້ອງ​ຂວາ ຫຼື​ທ້ອງ​ສ່ວນ​ເທິງ​ເບື້ອງ​ຂວາ ເຊິ່ງ​ເປັນ​ຕຳ­ແໜ່ງ​ຂອງ​ຕັບ ໂດຍ​ມີ​ອາ­ການ​ປວດ​ຢ່າງ​ຕໍ່​ເນື່ອງ ຫຼື​ເປັນ​ຄັ້ງ​ຄາວ ແຕ່​ຖ້າ​ເນື້ອ​ງອກ​ຂອງ​ມະ​ເຮັງ​ຕັບ​ມີ​ການ​ລຸ­ກລາມ ອາ­ການ​ເຈັບ​ກໍ​ຈະ​ຮຸນ​ແຮງ​ຂຶ້ນ ແລະ ອາດ​ຄຳ​ເຫັນ​ກ້ອນ​ແຂງ​ບໍ­ລິ­ເວນ​ລຸ່ມ​ກະ­ດູກ​ຂ້າງ​ຂວາ.

3. ອ່ອນ­ເພຍ ມີ​ໄຂ້​ຕ່ຳ​ເປັນ​ປະ­ຈຳ ນ້ຳ­ໜັກ​ຫຼຸດ​ໂດຍ​ບໍ່​ຮູ້​ສາ­ເຫດ ແລະ ມີ​ອາ­ການ​ບວມ​ນ້ຳ ເຮັດ​ໃຫ້​ຂາ​ບວມ​ທັງ​ສອງ​ເບື້ອງ.

4. ມີ​ອາ­ການ​ຕາ​ເຫຼືອງ ຕົວ​ເຫຼືອງ ເພາະ​ເມື່ອ​ຕັບ​ອ່ອນ­ແອ ຈຶ່ງ​ບໍ່​ສາ­ມາດ​ກຳ­ຈັດ​ສານ​ສີ­ເຫຼືອງ (ບິ​ລິ​ຣູ​ບິນ) ໃນ​ກະ­ແສ​ເລືອດ​ໄດ້​ຢ່າງ​ມີ​ປະ­ສິດ­ທິ­ພາບ ຈຶ່ງ​ເຮັດ​ໃຫ້​ເກີດ​ພາ­ວະ​ເຫຼືອງ​ຜິດ​ປົກ­ກະ­ຕິ.

5. ທ້ອງ​ມານ ຫຼື ທ້ອງ​ໃຫຍ່ ເຊິ່ງ​ເກີດ​ຈາກ​ຕັບ​ເຮັດ​ວຽກ​ຜິດ​ປົກ­ກະ­ຕິ ເຮັດ​ໃຫ້​ມີ​ຂອງ​ແຫຼວ​ສະ​ສົມ​ຢູ່​ໃນ​ຊ່ອງ​ວ່າງ​ລະ­ຫວ່າງ​ເຍື່ອ​ຫຸ້ມ​ຊ່ອງ​ທ້ອງ ກັບ​ອະ​ໄວ​ຍະ​ວະ​ພາຍ​ໃນ​ຊ່ອງ​ທ້ອງ ທ້ອງ​ຈຶ່ງ​ເຫັນ​ໃຫຍ່​ຂຶ້ນ ແລະ ສົ່ງ​ຜົນ​ໃຫ້​ຄັນ​ຕາມ​ຜິວ­ໜັງ​ດ້ວຍ ເນື່ອງ​ຈາກ​ສານ​ສີ­ເຫຼືອງ ແລະ ນ້ຳ­ບີ ເຮັດ​ໃຫ້​ເກີດ​ການ​ຄັນ​ເຄືອງ​ຕໍ່​ຜິວ­ໜັງ.

ດັ່ງ­ນັ້ນ ຫາກ​ຮູ້​ເທົ່າ​ທັນ​ອາ­ການ​ຂອງ​ພະ­ຍາດ​ເຫຼົ່າ​ນີ້ ແລະ ຮີບ​ໄປ​ຫາ​ແພດ​ແຕ່​ຕົ້ນໆ ກໍ​ຈະ​ຫຼຸດ​ການ​ສູນ​ເສຍ​ລົງ​ໄດ້ ແຕ່​ສິ່ງ​ທີ່​ສຳ­ຄັນ​ທີ່​ສຸດ ຄື​ການ​ດູ​ແລ​ສຸ­ຂະ­ພາບ​ໃຫ້​ແຂງ­ແຮງ ຮັບ​ປະ­ທານ​ອາ­ຫານ​ທີ່​ມີ​ປະ­ໂຫຍດ ອອກ­ກຳ­ລັງ​ກາຍ ແລະ​ພັກ­ຜ່ອນ​ໃຫ້​ພຽງ­ພໍ ເຊິ່ງ​ຈະ​ຊ່ວຍ​ປ້ອງ​ກັນ​ພະ­ຍາດ​ໄພ​ໄຂ້​ເຈັບ​ຕ່າງໆ​ໃຫ້​ໄກ​ຕົວ​ໄດ້.

ຊາວ­ບ້ານ-ນຳ​ສະ­ເໜີ

error: Content is protected !!