ປະເມິນຜົນການຈັດປະຕີບັດກົດໝາຍວຽກງານກາແດງລາວ

    ລະຫວ່າງວັນທີ 15-16 ມີນາ 2023 ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວຽກງານກາແດງລາວ ພ້ອມທາບທາມຮ່າງກົດໝາຍວ່າດ້ວຍກອງທຶນເລືອດ ແລະ ກົດໝາຍວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ຣສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ມີບັນດາຫົວໜ້າຫ້ອງການ ຫົວໜ້າກາແດງແຂວງ 9 ແຂວງ (ແຂວງວຽງຈັນ ນະຄອນຫຼວງວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ຈຳປາສັກ ແລະ ແຂວງ ອັດຕະປື) ຜູ້ຕາງໜ້າຈາກກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ເພື່ອທົບທວນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວຽກງານກາແດງລາວ ເພື່ອຄົ້ນຄວ້າພິຈາລະນາຢ່າງກ້ວາງຂວາງ ຕາມມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ່ 060 / ສພຊ ລົງວັນທີ 31 ຕຸລາ 2017 ແລະ ລັດຖະດຳລັດຂອງປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍວຽກງານກາແດງລາວ ສະບັບເລກທີ່ 288/ປປທ ລົງວັນທີ 8 ທັນວາ 2017 ພາຍຫຼັງສະພາແຫ່ງຊາດຮັບຮອງໃນປີ 2017 ເຫັນວ່າຍັງມີຂໍ້ສະດວກ ແລະ ຂໍຫຍຸງຍາກໃນການການຈັດຕັ້ງປະຕິບັດກົບໝາຍໃນບາງມາດຕາ ເຊິ່ງຈະຕ້ອງມີການບັບປຸງໃໝ່ໃຫ້ແທດແທດເໝາະກັບເງື່ອນໄຂປັດຈຸບັນໃຫ້ສອດຄ່ອງກັບສະພາບເຫດການຕົວຈິງ ນອກຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍກອງທຶນເລືອດ ແລະ ກົດໝາຍວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ຢ່າງກົງໄປກົງມາ ທັງເປັນການຖອດຖອນບົດຮຽນໄປພ້ອມ ເພື່ອແນ່ໃສ່ຮັບປະກັນເຮັດໃຫ້ການຈັດຕັ້ງເຄື່ອນໄຫວຽກງານກາແດງໃຫ້ໄດ້ດໍາເດີນໄປຢ່າງຖືກຕ້ອງ ສອດຄ່ອງ ເໝາະສົມ ແລະ ເປັນຮູບປະທຳຕົວຈິງ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ແຜນພັດທະນາເສດຖະກິດແຫ່ງຊາດ ຍຸດທະສາດ ແລະ ແຜນພັດທະນາ ກ່ຽວກັບວຽກງານການແດງລາວ ເພື່ອເປັນການຜັນຂະຫຍາຍກົດໝາຍວ່າດ້ວຍ  ວຽກງານກາແດງ ປີ 2017 ມາດຕາ 49 ໃນການກໍານົດລະບຽບການຄຸ້ມຄອງ ແລະ ສ້າງຕັ້ງກອງທຶນຊ່ວຍເຫຼືອສຸກເສີນ ແລະ ກອງທຶນເລືອດ ເພື່ອສະໜອງໃນກໍລະນີ ເກີດໄພພິບັດ ແລະ ສະໜອງເລືອດທີ່ປອດໄພ ທັງເປັນການສະໜັບສະໜູນ ອາສາສະໝັກ ຜູ້ປະສົບໄພ ໃຫ້ໄດ້ຮັບການຊ່ວຍເຫຼືອບັນເທົາທຸກຢ່າງທັນການ ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ໄປຕາມແຜນການ ໃຫ້ມີຄວາມວ່ອງໄວ ຍຸຕິ ທໍາ ແລະ ໂປ່ງໃສ.

error: Content is protected !!