ສັງທອງ ມີແຜນປັງປຸງສ້ອມແປງສັ້ນທາງ 4 ໂຄງການ

     ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ທີ່ໄດ້ກຳນົດໄວ້ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ  5 ປີ ໃຫ້ບັນລຸເປົ້າໝາຍ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງສັງທອງ ໄດ້ນຳໄປຜັນຂະຫຍາຍເປັນແຜນພັດທະນາໂຄງການ ໂດຍສະເພາະການ ປັບປຸງຍົກລະດັບພື້ນຖານໂຄງລ່າງເສັ້ນທາງໃນຂອບເຂດຕົວເມືອງສັງທອງ ແລະ ບັນດາເສັ້ນທາງທີ່ມີແລ້ວໃຫ້ຫາສາມາດນຳໃຊ້ໄດ້ 2 ລະດູ ເພື່ອຮັບໃຊ້ການຈໍລະຈອນ ການຂົນສົ່ງແລກປ່ຽນສິນຄ້າ ແນໃສ່ເພື່ອເປົ້າໝາຍລົບລ້າງຄວາມທຸກຍາກ ແລະ ຍົກລະດັບປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາໃຫ້ດີຂຶ້ນທື່ອລະກ້າວ ເຊິ່ງປັດຈຸບັນ ເມືອງສັງທອງ ມີເສັ້ນທາງຄວາມຍາວທັງໝົດ 285,7 ກິໂລແມັດ ທຽບໃສ່ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຄັ້ງທີ 4  ຂອງເມືອງ ເສັ້ນທາງໄດ້ເພີ່ມຂຶ້ນ 48,7 ກິໂລແມັດ ສາມາດເຮັດໃຫ້ການເດີນທາງໄປ-ມາລະຫວ່າງບ້ານຕໍ່ບ້ານມີຄວາມສະດວກສະບາຍຫຼາຍຂຶ້ນ.

    ທ່ານ ຫຼຸມຄໍາ ຈັນທະບັນຍາ ຫົວໜ້າຫ້ອງການ ຍທຂ ເມືອງສັງທອງ ໃຫ້ສຳພາດໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ກາງສະໄໝ ຄັ້ງທີ 5  ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຊຸມປີ 2022 ຜ່ານມາ ຍທຂ ເມືອງສັງທອງ ໄດ້ສຸມໃສ່ຫຼາຍກິດຈະກຳເພື່ອປັບປຸງຍົກເສັ້ນທາງໃຫ້ດີຂຶ້ນ ໂດຍໄດ້ຮັບງົບປະມານຈາກພະແນກ ຍທຂ ນວ ໃຫ້ຈັດຕັ້ງປະຕິບັດ ເປັນຕົ້ນ ໂຄງການສ້ອມແປງທາງເພຍລາດ-ເຕົາໄຫ ມີຄວາມຍາວ 14,7 ກິໂລແມັດ ມູນຄ່າ 199 ລ້ານກີບ ແລະ ໄດ້ຮັບງົບປະມານຈາກບ້ວງເງິນ ເກີນແຜນ ນວ (ສຸກເສີນໄພພິບັດ) ໄດ້ນຳໃຊ້ສ້ອມແປງຮ່ອງລະບາຍນໍ້າ ຕາມເສັ້ນທາງ ແຕ່ນາປໍ-ບ້ານໃຫຍ່ນາຈະເລີນ 7 ຈຸດ ແລະ ກວາດແປງຮູບທາງ ຍາວ 3 ກິໂລແມັດ ປູໜ້າທາງດ້ວຍຫີນ ພ້ອມໂລອັດແໜ້ນ ໄດ້ຊ້ອມແປງຮ່ອງລະບາຍນໍ້າເສັ້ນທາງເພຍລາດ-ເຕົາໄຫ  6 ຈຸດ ແລະ ກວາດແປງຮູບທາງ 5 ກິໂລແມັດ ລວມມູນຄ່າ 200 ລ້ານກີບ ໄດ້ປະຕິບັດໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເລີ່ມແຕ່ເສັ້ນທາງຫຼວງແຫ່ງຊາດເລກທີ 11 ປາກສັງ ລຽບແຄມນໍ້າສັງຫາບ້ານກ້ວຍ ບ້ານຊໍ່ ແລະ ບ້ານວັງມ້າ ອອກຫາບ້ານກົ້ວ ຍາວ 30,78 ກີໂລແມັດ ກວ້າງ 8,5 ແມັດ ມີມູນຄ່າການກໍ່ສ້າງ 246 ຕື້ກີບ ມາຮອດປັດຈຸບັນ ຈັດຕັ້ງບັນປະຕິບັດໄດ້ 24,5%.

   ສຳລັບແຜນການປັບປຸງສ້ອມແປງເສັ້ນທາງໃນປີ 2023 ເມືອງສັງທອງ ຈະສືບຕໍ່ຈັດຕັ້ງປະຕິບັດແຜນ ການສ້ອມແປງສັ້ນທາງທີ່ເປ່ເພເສຍຫາຍໃນ 4 ໂຄງການໃຫ້ສຳເລັດ ຄື: ໂຄງການສ້ອມແປງປູງຢາງ 2 ຊັ້ນແຕ່ບ້ານທ່ານາສາ-ນາປໍ-ບ້ານໃຫຍ່ນາຈະເລີນຍາວ 17,2 ກິໂລແມັດ ມູນຄ່າ 200 ລ້ານກີບ ສ້ອມແປງເສັ້ນທາງເຕົາໄຫ-ພູຍາເຖົ້າ ຊາຍແດນແຂວງວຽງຈັນຍາວ 7 ກິໂລແມັດ ສ້ອມແປງເສັ້ນທາງແຕ່ບ້ານນາສາວນາງ-ນາປໍ ຍາວ 5,4 ກິໂລແມັດ ພ້ອມນີ້ ຍັງຈະບູລະນະສ້ອມແປງທາງຫຼວງ R-11 ໃນຂອບເຂດເມືອງສັງທອງ ຮ່ວມກັບພະແນກ ຍທຂ ນວ ທີ່ເປັນເຈົ້າໂຄງການ ປັດຈຸບັນແມ່ນຢູ່ໃນຂັ້ນຕອນຂອງການອະນຸມັດຂອງຂັ້ນເທິງ ສ່ວນການແກ້ໄຂບັນຫາລົດຕາງນໍ້າໜັກເກີນ ທີ່ເຮັດໃຫ້ເສັ້ນທາງເປ່ເພເສຍ  ຍທຂ ເມືອງ ໄດ້ປະສານສົມທົບກັບພາສ່ວນກ່ຽວຂ້ອງແກ້ໄຂ ແຕ່ກໍຍັງປະຕິບັດບໍ່ທັນໄດ້ຢ່າງເດັດຂາດ ສາເຫດຍ້ອນເກີດຈາກຫຼາຍປັດໄຈ ເປັນຕົ້ນ ການຄວບຄຸມນໍ້າໜັກເກີນຂອງລົດບັນທຸກ (ລົດແກ່ແຮ່) ຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ຂາດອຸປະກອນນຳໃຊ້ເຂົ້າໃນການ ຕິດຕາມກວດກາຕົວຈິງ ຂາດງົບປະມານ ແລະ ອື່ນໆ ເຊິ່ງໃນຕໍ່ໜ້າ ຍທຂ ເມືອງ ຍັງສືບຈະຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການແກ້ໄຂ ເພື່ອຫຼຸດຜ່ອນຄວາມເສຍຫາຍຂອງເສັ້ນທາງໃນຕໍ່ໜ້າໃຫ້ຫຼຸດລົງ.

error: Content is protected !!