ທຫລ ຮັບທຸງໄຊນໍາໜ້າຊາວໜຸ່ມ 4 ບຸກ

    ພິທີມອບ-ຮັບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກຂອງຄະນະຊາວ​ໜຸ່ມ​ປະຊາຊົນ​ປະຕິວັດລາວ (ຊປປລ) ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດຂຶ້ນວັນທີ 17 ມີນາ 2020 ຢູ່ ທຫລ ເຊິ່ງມອບໂດຍທ່ານນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ ແລະ ຮັບໂດຍທ່ານ ອາຄົມ ປຣະເສີດ ເລຂາຄະນະບໍລິຫານງານຊາວໜຸ່ມ ທຫລ ມີທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ຜ່ານການຈັດຕັ້ງປະຕິບັດ ແລະ ປະເມີນການກວດກາ 4 ບຸກ ປີ 2018 ຄະນະບໍລິຫານງານ ຊປປລ ທຫລ ສາມາດຍາດໄດ້ຜົນງານເດັ່ນໃນການບຸກດ້ານແນວຄິດ ບຸກດ້ານການເຝິກຝົນຫຼໍ່ຫຼອມ-ຮໍ່າຮຽນ ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ແລະ ບຸກວຽກງານວິຊາສະເພາະ (ບຸກດ້ານເຝິກອົບຮົມວິຊາຊີບ-ສ້າງວຽກເຮັດງານທໍາ) ໂດຍອີງຕາມຜົນງານການເຄື່ອນໄຫວຕົວຈິງສົມທຽບໃສ່ມາດຖານ ແລະ ເງື່ອນໄຂຂໍ້ແຂ່ງຂັນ 4 ບຸກ ມີສະມາຊິກທີ່ມີເງື່ອນໄຂສາມາດປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ 2.189 ຄົນ ຈັດເປັນປະເພດເຂັ້ມແຂງ 2.071 ຄົນ ເທົ່າກັບ 94,61% ກາງ 115 ຄົນ ເທົ່າກັບ 5,25% ອ່ອນ 3 ຄົນ ເທົ່າກັບ 0,14% ໜ່ວຍຊາວໜຸ່ມທັງ 127 ໜ່ວຍ ຈັດປະເພດ 4 ບຸກ ໄດ້ 123 ໜ່ວຍ ເທົ່າກັບ 96,85% ຮາກຖານຊາວໜຸ່ມ 8 ຮາກຖານ ຈັດປະເພດ 4 ບຸກ 7 ຮາກຖານ ເທົ່າກັບ 97,5%.

    ໂອກາດນີ້ ທ່ານຮອງຜູ້ວ່າການ ທຫລ ແລະ ທ່ານຮອງເລຂາຄະນະບໍລິຫານງານສູນກາງ ຊປປລ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານ ຊປປລ ທຫລ ທີ່ສາມາດຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈົນໄດ້ຮັບນາມມະຍົດເປັນຄະນະຊາວໜຸ່ມ 4 ບຸກ 3 ປີຊ້ອນ ສາມາດຍາດໄດ້ທຸງໄຊນໍາໜ້າ ພ້ອມນີ້ຍັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ ສືບຕໍ່ປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ເຕີບໃຫຍ່-ເຂັ້ມແຂງດ້ານປະລິມານ ແລະ ຄຸນນະພາບ ເປັນກໍາລັງແຮງຕົ້ນຕໍຊ່ວຍຄະນະນໍາແຕ່ລະຂັ້ນໃນການເຕົ້າໂຮມຄວາມສາມັກຄີ ແລະ ກາຍເປັນແກ່ນສານຂອງພັກຢ່າງແທ້ຈິງ ໃຫ້ສົມກັບຄໍາຂວັນທີ່ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ” ສຸມໃສ່ກະກຽມເງື່ອນໄຂຕ່າງໆໃຫ້ແກ່ການດໍາເນີນກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານງານ ຊປປລ ທຫລ ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງ ຄະນະພັກ ທຫລ ທີ່ຈະໄຂຂຶ້ນໃນຕໍ່ໜ້າໃຫ້ມີຜົນສໍາເລັດ ໂດຍສະເພາະນໍາພາສ້າງຂະບວນການຕ່າງໆໃຫ້ມີບັນຍາກາດທີ່ຟົດຟື້ນກວ່າເກົ່າ.

ພາບ-ຂ່າວ: ສົມສະຫວັນ

error: Content is protected !!