(ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບ 77 ປີ 21/3/1946-21/3/2023)
ຂໍ້ມູນຈາກ: ຄະນະໂຄສະນາອົບຮົມສູນກາງພັກ
ເວລາ 6 ໂມງເຊົ້າ ຂອງວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າໄດ້ຫວ່ານໃບປີວລົງຕົວເມືອງທ່າແຂກ ເຊິ່ງມີເນື້ອໃນໃຫ້ທະຫານກູ້ຊາດວາງອາວຸດ ແລະ ຍອມຈໍານົນຕໍ່ກອງທະຫານພວກລ່າເມືອງຂຶ້ນແບບເກົ່າ ຫຼັງຈາກນັ້ນບໍ່ເຖິງເຄິ່ງຊົ່ວໂມງ ທະຫານລ່າເມືອງຂຶ້ນແບບເກົ່ານໍາໂດຍ ພັນໂທ ເກີເຮີເວີກົວ ເປັນຜູ້ບັນຊາ ໂຮມກໍາລັງຢ່າງຫວງຫຼາຍ ໃນນັ້ນມີທະ ຫານຮາບ 7 ກອງຮ້ອຍ ທະຫານປືນໃຫຍ່ 1 ໝວດ ລົດສືບຂ່າວ 2 ຈຸ ເຮືອບິນຂັບໄລ່ 4 ລໍາ ເຮືອບິນຖິ້ມລະເບີດ 2 ລຳ ແລະ ເຮືອບິນສືບຂ່າວ 1 ລຳ ບຸກໂຈມຕີເຂົ້າຕົວເມືອງທ່າແຂກ ເປັນ 3 ປີກ (3 ທິດ).

ພວກເຂົາໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກໍາລັງໄຟປືນໃຫຍ່ໜ້າດິນ ປະສານກັບເຮືອບິນ ຖິ້ມລະເບີດ ແລະ ໄດ້ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ ຍິ່ງໃສ່ກອງບັນຊາການ ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ ແລະ ປ່າເຖື່ອນ ເຮັດໃຫ້ຕົວເມືອງ ລຸກເປັນໄຟ ປະຊາຊົນຈໍານວນຫຼາຍຮ້ອຍຄົນເສຍຊີວິດ ແລະ ຖືກບາດເຈັບ ທາງພາກພື້ນດິນ ທະຫານສັດຕູໄດ້ບຸກເຂົ້າມາຫ່າງຈາກປ້ອມຮັກສາເຂດເບື້ອງນອກປະມານ 10-150 ແມັດ ກອງຮັກສາປ້ອມ ແລະ ກໍາລັງປ້ອງກັນຕົວຂອງພວກເຮົາ ເຊິ່ງຕັ້ງຢູ່ສະໜາມກິລາ ໄດ້ຍິງສຸມໃສ່ກໍາລັງ ຂອງສັດຕູຢ່າງແຂງແຮງ.
ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບສູງ ທະຫານລ່າເມືອງຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະຜ່າຂ້າມ ແນວປ້ອງກັນເຂົ້າໄປໃຫ້ໄດ້ ເຊິ່ງພວກເຂົາໄດ້ໃຊ້ລົດລາດຕະເວນຕິດອາວຸດ ລົດຫຸ້ມເກາະແລ່ນມາ ທາງເລກທີ 13 ບຸກເຂົ້າຕົວເມືອງ ແຕ່ການບຸກໂຈມຕີຂອງທະຫານສັດຕູແຕ່ລະປີກ ລ້ວນແຕ່ ຖືກກໍາລັງທະຫານຂອງພວກເຮົາຕີຕ້ານ ສະກັດກັ້ນຢ່າງເດັດດ່ຽວ ແລະ ອາດຫານ ທະຫານສັດຕູ ປີກໜຶ່ງໄດ້ຕີເຂົ້າທາງທິດຕາເວັນອອກຂອງຕົວເມືອງ ແຕ່ກໍ່ຖືກທະຫານພວກເຮົາທໍາລາຍຕ້ອງຖອຍຄືນເພື່ອຈັດຕັ້ງກໍາລັງໂຈມຕີຄັ້ງໃໝ່ ສ່ວນທະ ຫານຂອງພວກເຮົາແມ່ນຍາດໂອກາດປົວແປງຂຸມຄອງປ້ອມທີ່ໝັ້ນ ຫຼັງຈາກນັ້ນ ສັດຕູກໍ່ບຸກໂຈມຕີຄັ້ງ ໃໝ່ ຕີຢຶດເອົາຫ້ອງການຂົວທາງ ທັງປິດລ້ອມທິດເໜືອເຂດເຮືອນ ເລວັນຢູ ຢ່າງແໜ້ນໜາ ແລະ ໃຊ້ລົດຫຸ້ມເກາະບຸກໂຈມຕີເບື້ອງທາງເລກທີ 12 ເມື່ອຮອດເຂດຫ້ອງການຂົວທາງທະຫານສັດຕູຖືກທະຫານເຮົາຕີສະ ກັດກັ້ນໄວ້ຢ່າງແຂງແຮງ ຈຸລົດລາດຕະເວນຕິດອາວຸດ ກໍຕ້ອງໄດ້ຢຸດສະງັກ ເພາະບຸກເຂົ້າບໍ່ໄດ້ ສ່ວນທະ ຫານຫຸ່ນລາວ 1 ໝວດ ຢ້ານກົວຈຶ່ງລ່າຖອຍໄປເບື້ອງເສັ້ນທາງເລກທີ 12.
ທະຫານສັດຕູທີ່ຢູ່ປີກສາຍທາງເລກທີ 13 ຈະບຸກເຂົ້າຕົວເມືອງ ກໍຖືກທະຫານເຮົາລັດຕີ ຈຳຕ້ອງຢຸດຫ່າງຈາກເຂດປ້ອງກັນປະມານ 400 ແມັດ ຈົນຮອດເວລາ 9 ໂມງ ພວກເຂົາຈຶ່ງຜ່ານເຂົ້າມາ ໄດ້ ແຕ່ມາຮອດ 4 ແຍກຕາເວັນຕົກ ພັດຖືກກອງກໍາລັງໄຟທະຫານພວກເຮົາສະກັດກັ້ນໄວ້ ທະຫານສັດຕູຢູ່ທາງທິດໃຕ້ໄດ້ບຸກແຕ່ເມືອງເກົ່າຂຶ້ນມາຕາມແຄມແມ່ນ້ໍາຂອງເຂົ້າຕົວເມືອງ ກໍຖືກທະຫານພວກເຮົາສະກັດກັ້ນໄວ້ເຊັ່ນດຽວກັນ ສັດຕູຈໍານວນໜຶ່ງທີ່ຖືກບາດເຈັບຕ້ອງນອນຢູ່ທີ່ນັ້ນ 10 ກວ່າຊົ່ວໂມງ ລົດຂົນສົ່ງຄັນໝຶ່ງໄດ້ຜ່ານໄປ ແຕ່ຖືກທະຫານຂອງພວກເຮົາລັດຍິງເຮັດໃຫ້ຜູ້ຂັບລົດເສຍຊີວິດ ແລະ ຢຸດຢູ່ກັບທີ່ຫ່າງຈາກທີ່ຕັ້ງ ຂອງທະຫານເຮົາ 200 ແມັດ ຈົນເຖິງ 10 ໂມງ 30 ແລະ ບັນດາກອງທະຫານຂອງພວກເຂົາທີ່ຢູ່ເບື້ອງຫຼັງ ລ້ວນແຕ່ຖືກທໍາລາຍຢ່າງໜັກໜ່ວງ ນາຍພັນຕີ ໂວເຊີເຣ ໄດ້ຮັບບາດເຈັບ ສັດຕູ ຕ້ອງອອກຄໍາສັ່ງໃຫ້ແຕ່ລະປີກຕ້ອງຮັກສາທີ່ຕັ້ງ ແລະ ເດັດຂາດບໍ່ໃຫ້ຖອຍ ພວກເຂົາຫວັງຢາກຢຶດເອົາຕົວເມືອງທ່າແຂກໃຫ້ໄດ້ກ່ອນຕາເວັນຈະຕົກ ສະນັ້ນ ພວກເຂົາ ຈຶ່ງປ້ອງກັນບໍ່ໃຫ້ທະຫານພວກເຮົາຈັດຕັ້ງຂະຫຍາຍກຳລັງ ຮ້ອງຂໍກຳລັງຢູ່ແຂວງສະຫວັນນະເຂດ ມາເພີ່ມຕື່ມ ແລະ ເຕົ້າໂຮມບັນດາປືນ ໃຫຍ່ ພ້ອມດ້ວຍເຮືອບິນຜັດປ່ຽນກັນໄປຖິ້ມລະເບີດ ຍິງທຳລາຍລົງໃສ່ຂຸມຄອງຂອງທະຫານເຮົາຢ່າງຮ້າຍແຮງເພື່ອເປີດ ທາງໃຫ້ທະຫານຮາບບຸກເຂົ້າ.

ພາຍຫຼັງທີ່ໄດ້ໃຊ້ກໍາລັງປືນໃຫຍ່ຍິງທໍາລາຍ 2 ຊົ່ວໂມງແລ້ວ ປີກທະຫານສັດຕູທີ່ຢູ່ທາງທິດຕາເວັນ ອອກ ກໍ່ບຸກເຂົ້າຕົວເມືອງໄດ້ 500 ກວ່າແມັດ ພວກເຂົາໃຫ້ກອງຮ້ອຍຕີພິເສດຢຶດເອົາທິດເໜືອຂອງຕົວເມືອງ ແລ້ວຕິດຕໍ່ພົວພັນກັບກອງຮ້ອຍທະຫານລ່າເມືອງຂຶ້ນແບບເກົ່າ ແລະ ທະຫານຫຸ່ນລາວ ຢູ່ຫີນບູນໃຫ້ມາຊ່ວຍ ສ່ວນພວກທີ່ຢູ່ປີກທາງທິດໃຕ້ ພ້ອມກັບລົດລາດຕະ ເວນຕິດອາວຸດຈໍານວນໜຶ່ງ ບຸກເຂົ້າມໍ່ເຂດຕະຫຼາດ ພວກຢູ່ປີກທາງເລກ 13 ໄດ້ບຸກເຂົ້າເຂດໂຮງຮຽນປະຖົມຊາວຫວຽດນາມ ຕ່າງດ້າວ ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ ແຕ່ກໍຖືກທໍາລາຍໜັກ ໜ່ວຍໜຶ່ງທີ່ລອດເຂົ້າໄດ້ຖືກ ກອງທະຫານພວກເຮົາອ້ອມຕີດັບສູນກ້ຽງ ສັດຕູກອງຮ້ອຍໜຶ່ງຈາກຫີນບູນ ເຄື່ອນເຂົ້າມາສົມທົບ ຖືກທະຫານເຮົາລັດຕີ ຍິງນາຍຮ້ອຍໂທ ຣາເມີ ເສຍຊີວິດ ແລະ ທະຫານຈໍານວນໜຶ່ງຖືກບາດເຈັບ ໃນເວລານັ້ນ ຢູ່ກາງຕະຫຼາດ ພະນັກງານ-ນັກຮົບ ຂອງພວກເຮົາ 20 ກວ່າຄົນ ໄດ້ໃຊ້ປືນ ແລະ ປາຍກະບີ່ຕໍ່ສູ້ຕ້ານສັດຕູໂຕຕໍ່ໂຕຢ່າງກ້າຫານ ໄດ້ຍິງຮ້ອຍເອກ ຊາດໄຊ ຕາຍຄາທີ່ ແລະ ຈໍານວນໜຶ່ງຕາຍຄາສະຫນາມຮົບ.
ຮອດ 17 ໂມງ ຂອງວັນທີ 21/3/1946 ທະຫານປີກຕ່າງໆຂອງສັດຕູໄດ້ເຄື່ອນເຂົ້າມາຕົວເມືອງໝົດ ພວກເຮົາສັງເກດເຫັນວ່າ ບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະ “ເຫຼັກຫຼາຍກວ່າຖ່ານ” ທະຫານຂອງພວກເຮົາທັງຕ້ານ ແລະ ຖອຍໄປທາງແຄມແມ່ນ້ໍາຂອງ ພ້ອມກັບປະຊາຊົນໃຊ້ ເຮືອພາຍ ເຮືອຈັກ ໄມ້ທ່ອນ ເພື່ອລອຍຂ້າມແມ່ນ້ໍາຂອງໄປ ແຂວງນະຄອນພະນົມ (ປະເທດໄທ).
ພວກສັດຕູໄດ້ໃຊ້ເຮືອບິນ ປືນໃຫຍ່ ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາ ທີ່ພວນຂ້າມແມ່ນໍ້າຂອງ ຢ່າງໂຫດຮ້າຍສາມານທີ່ສຸດ ເຮັດໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນຖືກບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ ເຮືອຈັກທີ່ ປະທານ ພານຸວົງ ແລະ ພະນັກງານຈໍານວນໜຶ່ງໄດ້ຖືກເຮືອບິນສັດຕູຍິງຢູ່ກາງແມ່ນໍ້າຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາຮ່າງຄີງບັງລູກປືນໃຫ້ແກ່ ປະທານ ສຸພານຸວົງ ນັ້ນຖືກເສຍສະຫຼະທັນທີ. ທ້າວ ທອງລາຍ “ສາຍຍາ ນັກຮົບໜັງໜຽວ” ຟ້າວລຸກຂຶ້ນຢືນກົງໂກະກວມບັງ ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ນຳເອົາເພິ່ນໄປປ່ິນປົວຢູ່ໂຮງໝໍແຂວງນະຄອນພະນົມ ປະເທດໄທ.

ພາຍຫຼັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫຼ້ງຕີນມືຂອງພວກເຂົາຢຶດຕົວເມືອງທ່າແຂກໄດ້ແລ້ວ ພວກເຂົາໄດ້ສ້າງໂທດ ກຳທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ ພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ ເຂັ່ນຂ້າ ແມ່ມານ ດ້ວຍການເອົາກະບີ່ແທງທ້ອງ ຈັບເອົາເດັກນ້ອຍຍັດໃສ່ກະເປົ່າປ່ານມັດປາກ ແລ້ວຖິ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນຕາຍ ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນ້ໍາຂອງ ເຮັດໃຫ້ນໍ້າຂອງຍາມນັ້ນເຕັມ ໄປດ້ວຍເລືອດ ແລະ ຊາກສົບ ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍເຮືອນ ຊານບ້ານ ຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນຈຳນວນຫຼວງຫຼາຍ ຄອບຄົວ ຜົວ ເມຍ ພໍ່ ແມ່ ລູກ ຖືກພັດພາກຈາກ ກັນ ລູກກາຍເປັນກໍ່າພ້າ-ກໍ່າພອຍ.
ຍ້ອນການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ ວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດ ແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ.