ປະຊາຊົນບ້ານນ້ຳຍອນເກົ່າ ຖືເອົາການຜະລິດກະສິກຳເປັນອາຊີບ ສ້າງລາຍຮັບໃຫ້ຄອບຄົວຫຼາຍລ້ານກີບຕໍ່ປີ

    ນາງ ສາຍຄຳ ສຸທະພັນ ຄອບຄົວຕົວແບບດ້ານການຜະລິດກະສິກຳ ບ້ານນໍ້າຍອນເກົ່າ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ກ່າວວ່າ:  ບ້ານນ້ຳຍອນເກົ່າ ເປັນບ້ານໜຶ່ງທີ່ມີທ່າແຮງດ້ານເນື້ອທີ່ທຳການຜະລິດກະສິກຳ ຕິດກັບແຄມແມ່ນໍ້າຂອງ ມີດອນຮາບພຽງ ແລະ ມີອຸດົມສົມບູນເໝາະສົມແກ່ການປູກຝັ່ງພືດຜັກປະເພດຕ່າງໆ ໂດຍສະເພາະການປູກພືດປູກພືດຜັກແບບປະສົມປະສານຂາຍເພື່ອສ້າງລາຍຮັບເສີມໃຫ້ແກ່ຄອບຄອບເຊິ່ງກວມເອົາ 70% ຂອງການຜະລິດທັງໝົດ ໂດຍຈະມີພາກສ່ວນຂ້ອງຂອງແຂວງບໍ່ແກ້ວລົງມາໃຫ້ການຊຸກຍູ້ສົ່ງ ເພື່ອຜະລິດພືດດັ່ງກ່າວໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຕະຫຼາດພາຍໃນ ແລະ ສົ່ງອອກ.

    ປັດຈຸບັນພາກລັດໄດ້ໃຫ້ການຊຸກຍູ້ສົ່ງເສີມນຳລະບົບໄຟຟ້າມາຕິດຕັ້ງເຂດທຳການຜິດໃຫ້ປະຊາຊົນ ແລະ ແນະນຳດ້ານເຕັກນິກວິຊາການຈຳນວນໜຶ່ງ ເຮັດໃຫ້ປະຊາຊົນມີຄວາມຮູ້ເຂົ້າໃຈກ່ຽວກັບລະບົບການຜະລິດຫຼາຍຂຶ້ນ ພ້ອມທັງຫຼຸດຜ່ອນການນໍາໃຊ້ແຮງງານ ເຮັໃຫ້ການຜະລິດໄດ້ເພີ້ມຂື້ນຢ່າງຕໍ່ເນື່ອງ ເຊິ່ງພືດຜັກທີ່ນິຍົມກັນປູກຫຼາຍຢູ່ເຂດນີ້ແມ່ນ ປູກໝາກເຂືອ    ໝາກເພັດ ຜັກກະລຳປີ ໝາກຖົ່ວພັກຍາວ ມັນດ້າງ ມັນເພົາ ໝາກຖົ່ວ ຜັກຫອມ ຜັກກາດ ຜັກບົ່ງ ໝາກອຶ  ໝາກນໍ້າ ໝາກນ່ອຍ ແລະ ພືດຜັກປະເພດອື່ນໆຈຳນວນໜຶ່ງ ແລະ ມີການໜູນວຽນກັນໄປຕາມຄວາມສາມາດຂອງໃຜລາວ.

    ນາງ ບົວ ຊາວສວນ ບ້ານນໍ້າຍອນເກົ່າ ກໍໄດ້ກ່າວຕື່ມວ່າ: ການປູກພືດຜັກຂາຍ ຖືວ່າເປັນອາຊີນທີ່ສ້າງລາຍຮັບສຳຄັນໃຫ້ຄອບຄົວ ເຮັດໃຫ້ເຮົາມີເງິນໃຊ້ຈ່າຍ ເພື່ອຫຼຸດຜ່ອນ ແລະ ແບ່ງເບົາຄວາມທຸກຍາກຂາດເຂີນໃນຊີວິດປະຈຳວັນໃຫ້ມີຄວາມສະດວກຂຶ້ນ  ບໍ່ວ່າຈະເປັນຄ່ານໍ້າ ຄ່າໄຟຟ້າ ຄ່າໃຊ້ຈ່າຍຕ່າງໆໃນຄອບຄົວ ພ້ອມນັ້ນ ຍັງເປັນທຶນສຶກສາໃຫ້ລູກ ໄປຮຽນຕໍ່ ໂດຍທັງໝົດກໍ່ລ້ວນແລ້ວແຕ່ແມ່ນ ລາຍໄດ້ມາຈາກການປູກພືດຜັກຂາຍ  ແລະ ສາມາດເວົ້າໄດ້ວ່າໃນໄລຍະທີ່ໄດ້ປູກຜັກແມ່ນ ບໍ່ຂາດເຂີນເງິນໃຊ້ຈ່າຍໃນຄອບຄົວ.

      ພໍ່ເຖົ້າ ສິງ ສຸວິເສດ ຊາວສວນ ບ້ານດຽວກັນ ກໍໄດ້ເວົ້າວ່າ: ຂໍໃຫ້ມີຄວາມດຸໝັ້ນຫ້າວຫັນເຂົ້າໃນການຜະລິດໃຫ້ຫຼາຍ ສ່ວນການຂາຍນັ້ນ ຂໍແຕ່ມີພືດຜັກສະໜອງ ກໍມີຄົນມາຮັບຊື້ກັບບ້ານ ເຊິ່ງສາມາດລາຍຮັບຈາກການປູກຜັນຂາຍໄດ້ຢ່າງຕ່ຳ 20 ລ້ານກີບຕໍ່ປີ ແລະ ບາງຄອບຄົວເຮັດຫຼາຍກໍໄດ້ຮອດ 60 70 ລ້ານກີບຕໍ່ປີ ອັນນີ້ແມ່ນອີງຕາມການນຈັດຕັ້ງປະຕິບັດຕົວຈິງຂອງແຕ່ລະຄອບຄົວກໍສາມາດມີລາຍຮັບຫຼາຍຂຶ້ນເລື້ອຍໆ.

error: Content is protected !!