ທ່ານ ສິນລະວົງ ຄຸດໄພທູນ ລົງເຄື່ອນໄຫວຢ້ຽມຢາມ ແຂວງອຸດົມໄຊ

    ໃນລະຫວ່າງວັນທີ 20-23 ມີນາ 2023 ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເຈົ້າແຂວງອຸດົມໄຊ ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ.

    ໃນໂອກາດນີ້ ທ່ານ ປະທານ ສນຊ ໄດ້ເຂົ້າຮ່ວມພິທີພົບປະຖອດຖອນບົດຮຽນ ລະຫວ່າງ ຄະນະປະຈຳພັກແຂວງ ແລະ ອາດີດຄະນະປະຈຳພັກແຂວງ ເຊິ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການ ເຄື່ອນໄຫວ ວຽກງານທີ່ພົ້ນເດັ່ນ ປະຈຳປີ 2022 ແລະ ທິດທາງແຜນການະຈຳປີ 2023 ໃນໄລຍະ1 ປີຜ່ານມາ ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານການເມືອງ-ແນວຄິດ ຢ່າງເປັນປົກກະຕິ ໄດ້ເອົາໃຈໃສຊີ້ນຳ-ນຳພາ ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ຕິດພັນກັບການ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ເຮັດໃຫ້ໃນທົ່ວແຂວງມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

    ໂອກາດດຽວກັນ ທ່ານ ປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຍ້ອງຍໍຊົມເຊີຍຕໍ່ຜົນງານຕ່າງໆທີ່ຄະນະພັກ-ຄະນະນຳຂອງແຂວງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໃຫ້ສືບຕໍ່ຊີ້ນຳ-ນຳພາວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ ພະນັກງານລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ຢູ່ພາຍໃນແຂວງ ເອົາໃຈໃສ່ສຶກສາອົບຮົມ-ເຕົ້າໂຮມຄວາມສາມັກຄີປອງດອງ ຂອງທົ່ວປວງຊົນ ໃຫ້ກວດກາຄືນບັນດາກິດຈຳຕ່າງໆ ຂອງແຂວງທີ່ຍັງຄົງຄ້າງເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ.

    ພ້ອມກັນນີ້ ທ່ານ ປະທານ ສນຊ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ(22 ມີນາ 1955-22 ມີນາ 2023) ນອກນີ້ ທ່ານກໍໄດ້ລົງໄປຢ້ຽມຢາມການພັດທະນາພື້ນຖານໂຄ່ງລ່າງຂອງແຂວງ ພ້ອມທັງໄດ້ມອບເງິນ ແລະ ເຄື່ອງນຸ່ງ ພ້ອມຢາປິ່ນປົວພະຍາດຈຳນວນໜຶ່ງໃຫ້ກັບ 3 ເມືອງ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ທີ່ຍັງມີຄວາມຫຍຸ້ງ ຍາກ ຢູ່ຕາມບ້ານເປົ້າໝາຍ.

error: Content is protected !!