ເປີດຕົວຢ່າງເປັນທາງການແລ້ວ ລິມປິງ ຊຸບເປີມາເກັດ ສາຂາ ໂພນສີນວນ

   ລິມປິງ ຊຸບເປີມາເກັດ ສາຂາ ໂພນສີນວນ ເປັນສາຂາ 2 ໄດ້ເປີດຕົວຢ່າງເປັນທາງການແລ້ວຢູ່ໃນວັນທີ 24 ມີນາ 2023 ຢູ່ບ້ານ ໂພນສີນວນ ນະຄອນຫຼວງວຽງຈັນ ພ້ອມນຳປະສົບການການຊື້ຂາຍທີ່ຈະສ້າງຄວາມແປກໃໝ່ໃຫ້ທົ່ວສັງຄົມ.

ລິມປິງ ຊຸບເປີມາເກັດ ຮ້ານຊຸບເປີມາເກັດ ທີ່ທັນສະໄໝຈາກຊຽງໃໝ່ ປະເທດໄທ ແມ່ນຜູ້ນໍາທາງດ້ານການສະໜອງສິນຄ້າ ແລະ ຜະລິດຕະພັນທີ່ມີຄຸນະພາບ ການບໍລິການທີ່ດີເລີດ ແລະ ຍັງໃຫ້ປະສົບການ ການຊື້ສິນຄ້າທີ່ດີ ທາງຮ້ານໄດ້ຄັດເອົາຜະລິດຕະພັນ ອາຫານສົດ ເຊັ່ນ: ຊີ້ນ ອາຫານທະເລ ຫຼື ປະເພດຂະໜົມປັງ ທີ່ມາຈາກຜູ້ສະໜອງທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ນອກຈາກນີ້ ຍັງມີອາຫານນຳເຂົ້າ ເຂົ້າໜົມ ແລະ ເຄື່ອງດື່ມຄຸນນະພາບ ທີ່ນຳເຂົ້າຈາກຕ່າງປະເທດອີກດ້ວຍ.

ລິມປິງ ຊຸບເປີມາເກັດ ມີສະຖານທີ່ ທີ່ກວ້າງຂວາງ ແລະ ຊັ້ນວາງສະແດງຜະລິດຕະພັນທີ່ດີທີ່ສຸດ ແລະ ຍັງມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ ເປັນຕົ້ນແມ່ນ ເຄື່ອງເກັບຮັກສາ-ຄວບຄຸມອຸນຫະພູມ ທີ່ຮັບປະກັນວ່າທຸກໆຜະລິດຕະພັນ ຈະຢູ່ໃນສະພາບທີ່ດີທີ່ສຸດສະເໝີ ນອກນັ້ນຍັງເປັນ ຊຸບເປີມາເກັດ ທີ່ຮັບຜິດຊອບຕໍ່ສິ່ງແວດລ້ອມ ແບບຍືນຍົງ ແລະ ການດຳເນີນທຸລະກິດຢ່າງມີຈັນຍາບັນ ສົ່ງເສີມນະວັດຕະກຳທີ່ເປັນມິດ ກັບສິ່ງແວດລ້ອມ ເຊັ່ນ: ການຫຼຸດຜ່ອນຂີ້ເຫຍື້ອພລາສຕິກ ແລະ ສົ່ງເສີມການນໍາໃຊ້ຖົງຜ້າ ຕະຫຼອດເຖິງການເຮັດວຽກຢ່າງໃກ້ຊິດ ກັບຊາວກະສິກອນ ແລະ ຜູ້ສະໜອງໃນທ້ອງຖິ່ນ ເພື່ອສະໜັບສະໜູນຊຸມຊົນ ແລະ ສົ່ງເສີມການຄ້າທີ່ເປັນທໍາໃນທ້ອງຖິ່ນ.

      ສຳລັບກິດຈະກຳງານເປີດຈະຈັດຂຶ້ນເປັນເວລາ 3 ມື້ ຕັ້ງແຕ່ວັນທີ 24 ຫາ 26 ມີນາ 2023 ນີ້, ໂດຍເລີ່ມຕັ້ງແຕ່ເວລາ 10:00 ຫາ 19:00 ໂມງ, ພາຍໃນງານ ຈະມີກິດຈະກຳ“ຕະຫຼາດ ຟາມສຸກ ລິມປິງ” ຫຼື “Rimping Farmer Market Fair” ເຊິ່ງຈະມີຜະລິດຕະພັນຊັ້ນເລີດມາໃຫ້ທ່ານໄດ້ທົດລອງຊິມ, ມ່ວນຊື່ນໄປກັບສຽງດົນຕີ ແລະ ກິດຈະກຳສຳລັບເດັກນ້ອຍ, ຖ່າຍຮູບຟຣີ, ຕະຫຼອດເຖິງພະນັກງານທີ່ເປັນມິດ ທີ່ພ້ອມມອບການບໍລິການທີ່ດີທີ່ສຸດແກ່ທ່ານຕະຫຼອດງານ.

error: Content is protected !!