ເຈົ້າຄອງນະຄອນຫຼວງ ເນັ້ນໃຫ້ເມືອງປາກງື່ມ ວາງແຜນຮອບດ້ານເພື່ອບໍ່ໃຫ້ໄຟລາມປ່າຢູເຂດພູເຂົາຄວາຍເປັນບໍລິເວນກວ້າງ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ລົງຕິດຕາມ ແລະ ໃຫ້ທິດຊີ້ນຳການແກ້ໄຂສະພາບໄຟໄໝ້ລາມປ່າ ເຂດພູເຂົາຄວາຍ ເມືອງ ປາກງື່ມ ນວ ເຊິ່ງທ່ານໄດ້ເນັ້ນໃຫ້ເມືອງຂຶ້ນແຜນວາງແຜນຢ່າງຮອບ ດ້ານເພື່ອຕະລຸມບອນໃນການດັບມອດໄຟລາມປ່າຢູເຂດພູເຂົາຄວາຍບໍ່ໃຫ້ລຸກລາມເປັນບໍລິເວນກວ້າງ.

ທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງປາກງື່ມ  ໄດ້ລາຍງານກ່ຽວກັບສະພາບການແກ້ໄຂເບື້ອງຕົ້ນໃນການສະກັດກັ້ນເຫດການໄຟໄໝ້ລາມປ່າ ໃນໂອກາດທີ່ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ລົງຕິດຕາມເຫດການໄຟໄໝບໍລິເວນດັ່ງກ່າວ ວັນທີ 27 ມີນາ 2023 ນີ້ໃຫ້ຮູ້ວ່າ: ຕອນເຊົ້າຂອງວັນທີ 24 ມີນາ 2023 ເກີດມີໄຟໄໝ້ຢູ່ເຂດນ້ຳປ່ຽນບ້ານຊຽງແລທ່າ ກຳລັງຂອງບ້ານດັ່ງກ່າວສາມາດມອດໄດ້ ໃນເວລາ 12:00 ໂມງ ຂອງວັນດຽວກັນເກີດມີໄຟໄໝ້ມາທຸກທິດເຊັ່ນ: ທິດຕາເວັນອອກຕິດກັບເຂດແດນເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ທິດເໜືອຕິດກັບເຂດແດນເມືອງ ທຸລະຄົມ ແຂວງ ວຽງຈັນ ທາງເມືອງໄດ້ໃຊ້ກໍາລັງຂອງບ້ານ ແລະ ກຳລັງພະນັກງານນໍ້າປ່ຽນຂຶ້ນສະກັດແຕ່ບໍ່ສາມາດມອດບໍ່ໄດ້ຍ້ອນມີລົມພັດແຮງ ວັນທີ 25 ມີນາ ໄດ້ຂໍກຳລັງທະຫານຈາກກອງພັນ 512 ປະຊາຊົນ ແລະ ພະນັກງານນໍ້າປ່ຽນ ລວມປະມານ 60 ຄົນ ຂຶ້ນຕັດແລວປັດກວດໃບໄມ້ ເພື່ອຕັດເສັ້ນທາງໄຟບໍ່ໃຫ້ໄຟສາມາດຂ້າມໄດ້ ວັນທີ 26 ມີນາ ໄດ້ນຳໃຊ້ກຳລັງ ທະຫານເມືອງ ກຳລັງ 512 ກຳລັງບ້ານ ແລະ ພະນັກງານນໍ້າປຽນຂຶ້ນສະກັດ ເຊິ່ງຄາດຄະເນໄຟໄໝ້ໃນຄັ້ງນີ້ປະມານ 250 ເຮັກຕາ ມາຮອດວັນທີ 27 ມີນາ ໄດ້ນຳໃຊ້ກຳລັງຂຶ້ນສະກັດມອດໄຟຢູ່ 4 ຈຸດຄື: ເຂດບ້ານເວີນກະເບົາ ໃຊ້ກຳລັງ ປກສ ພະນັກງານຈາກບັນດາຫ້ອງການຕ່າງ ແລະ ປະຊາຊົນພາຍໃນບ້ານ 100 ຄົນ ເຂດບ້ານຊຽງແລນາ ນຳໃຊ້ກຳລັງປະຊາຊາຊົນພາຍໃນບ້ານ 60 ຄົນ ເຂດບ້ານຊຽງແລທ່າ ເຂດນໍ້າປ່ຽນນໍາໃຊ້ກໍາລັງກອງພັນ 512 ທະຫານເມືອງ ບ້ານ ແລະ ພະນັກງານນໍ້າປຽນ 150 ຄົນເຂດບ້ານໂນນ ນໍາໃຊ້ກໍາລັງປະຊາຊົນພາຍໃນບ້ານ 50 ຄົນ ເຊິ່ງວິທີການແກ້ໄຂນຳໃຊ້ກຳລັງຕັດແລ້ວ ປັດກວດໃບໄມ້ ຕັດຂອນໄມ້ ໃຊ້ໄຟຈູດລັດກັບກັນ ນອກນັ້ນອໍານາດການປົກຄອງບ້ານໄດ້ສະເໜີຂໍບັ້ງສີດນໍ້າ 15 ເຄື່ອງ ເພື່ອນໍາໃຊ້ເຂົ້າໃນການມອດໄຟ. ໃນການເຄື່ອນໄຫວຕິດຕາມ ເຈົ້າຄອງ ນວ ຍັງໄດ້ນໍາເອົານໍ້າດື່ມ ແລະ ເຂົ້າໜົມທີ່ໄດ້ຮັບການປະກອບສ່ວນຈາກ ບໍລິສັດ ຫວຍພະຍາກນາກສາຂາ 3 ມີເຂົ້າໜົມ 68 ກັບ ບໍລິສັດ CSC ນໍ້າດື່ມ 100 ແພັກ ເຂົ້າໜົມ 175 ກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ນວ ນໍ້າດື່ມ 20 ແພັກ ແລະ ເງິນສົດຈາກອົງການປົກຄອງ ນວ 30 ລ້ານກີບ ມອບໃຫ້ກັບອົງການປົກຄອງເມືອງ ເພື່ອນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ດັບມອດໄຟລາມປ່າໃນຄັ້ງນີ້.

ໂອກາດດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ເນັ້ນໃຫ້ເອົາໃຈໃສ່ເປັນຕົ້ນເຊັ່ນ: ກຳລັງຄົນ ງົບປະມານ ອຸປະ ກອນຮັບໃຊ້ ແລະ ວິທີການຈັດຕັ້ງປະຕິບັດ ໂດຍໃຫ້ແຕ່ງຕັ້ງທີມງານຢ່າງລະອຽດຮອບຄອບ ພ້ອມທັງແຕ່ງຕັ້ງໜ່ວຍປະຈານບານ ເພື່ອຕະລຸມ ບອນໃນການດັບມອດໄຟບໍ່ໃຫ້ລຸກລາມໄປຕຶ່ມ ທັງຕ້ອງມີການປະສານສົມທົບກັບທຸກພາກສ່ວນ ໂດຍສະເພາະ ຂໍກຳລັງ ປກຊ-ປກສ ແລະ ລະດົມປະຊາຊົນເຂົ້າຊ່ວຍ ເຊິ່ງຕ້ອງມີການແນະນຳວິທີໃນການສະກັດຢ່າງຖືກຕ້ອງ ນອກນັ້ນຕ້ອງໄດ້ເອົາໃຈໃສ່ຕິດຕາມສະພາບການ ເພື່ອແກ້ໄຂໃຫ້ຖືກກັບເປົ້າໝາຍ ລົງເກັບກຳຂໍ້ມູນສາເຫດ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ດຳເນີນມາດຕະການຢ່າງເຂັ້ມງວດ ພ້ອມຫາວິທີປ້ອງກັນບໍ່ໃຫ້ສົ່ງຜົນກະທົບຕໍ່ຜົນລະປູກ ຊິວິດ ແລະ ຊັບສິນຂອງປະຊາຊົນ ທັງຫາວິທີທາງແກ້ໄຂແຕ່ຫົວທີ ເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີແບບນີ້ອີກ ນອກຈາກນີ້ ຕ້ອງໄດ້ເອົາໃຈໃສໂຄສະນາໃຫ້ປະຊາຊົນ ພ້ອມກັນຊ່ວຍເປັນເຈົ້າການໃນການສະກັດກັ້ນບໍ່ໃຫ້ມີການຈູດປ່າຖາງໄຮ່ ທີ່ຈະກໍ່ໃຫ້ເກີດມີຄວາມສ່ຽງໄຟໄໝ້ລາມປ່າ ທັງຮູ້ຈັກວິທີປ້ອງກັນ ເພື່ອຮັກສາສຸຂະພາບອານາໄມຈາກຄັວນທີ່ເກີດຈາກໄຟໄໝ້ ແລະ ລະດົມທຸກພາກສ່ວນຊ່ວຍກັນດັບມອດໄຟໃຫ້ສຳເລັດໂດຍໄວ.

error: Content is protected !!