ວາງສີລາລຶກ ໂຄງການກໍ່ສ້າງສູນເຝິກອົບຮົມຄວາມປອດໄພ ສຸຂະພາບແຮງງານ-ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກ

ບໍລິສັດ ອິນດັດສ໌ເທັກ ຈໍາກັດ ຈັດພິທີວາງສີລາລຶກໂຄງການກໍ່ສ້າງສູນເຝິກອົບຮົມຄວາມປອດໄພ ສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກ ສູນແຫ່ງນີ້ເປັນແຫ່ງທຳອິດໃນ ສປປ ລາວ ທີ່ຈະມີເອົາຄູເຝິກທີ່ມີປະສົບການມາ ຈາກຫຼາຍປະເທດ ເພື່ອມາເຝິກຄົນລາວໃຫ້ເປັນຜູ້ຊ່ຽວຊານ.

ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການບໍລິສັດ ອິນດັດສ໌ເທິກ ຈໍາກັດ ກ່າວວ່າ: ບໍລິສັດ ອິນດັດສ໌ເທິກ ຈໍາກັດ ມີພື້ນ ຖານຈາກການເຮັດບໍລິ ການດ້ານຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມໃນສະຖານທີ່ເຮັດວຽກ ທີ່ຈະກໍ່ໃຫ້ ເກີດເປັນພະຍາດອາຊີບ ຈຶ່ງມີຄວາມຄິດຢາກສ້າງວັດທະນະທຳຄວາມປອດໄພຢູ່ ສປປ ລາວ ໄປຄຽງຄູ່ກັບການພັດທະນາ ເສດຖະກິດ-ສັງຄົມແບບຍຶນຍົງ ຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ແມ່ນວຽກທີ່ຈໍາເປັນ ແລະ ມີຄວາມ ສຳຄັນຫຼາຍ ຖ້າບໍ່ມີຄວາມປອດໄພໃນສະຖານທີ່ເຮັດວຽກ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເສຍຜົນປະ ໂຫຍດຫຼາຍດ້ານ ທັງສົ່ງຜົນກະທົບກັບການພັດທະນາເສດຖະກິດ-ສັງຄົມທາງກົງ ແລະ ທາງອ້ອມ ສູນແຫ່ງນີ້ເປັນແຫ່ງ ທຳອິດໃນ ສປປ ລາວ ແລະ ຈະສືບຕໍ່ຂະຫຍາຍຕໍ່ໄປຕື່ມອີກໃນອະນາຄົດ.

ສຳລັບຫຼັກສູດທີ່ນຳມາສອນແມ່ນຫຼັກສູດມາດຕະຖານສາກົນ ເພື່ອຜັກດັນໃຫ້ອຸດສາຫະກຳໃນ ສປປ ລາວ ທຽບທັນກັບພາກ ພື້ນ ແລະ ສາກົນ ໂດຍສະເພາະຄວາມປອດໄພແຮງງານ ຖ້າອຸດສາຫະກຳໃດບໍ່ມີຄວາມປອດໄພ ກໍຈະສົ່ງຜົນກະທົບຕໍ່ອົງ ກອນ ນັ້ນ ໃນໄລຍະຜ່ານບໍລິສັດພວກເຮົາໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເອົາປະສົບການນໍາບັນດາບໍລິສັດຢູ່ຕ່າງປະເທດ ແລະ ມີຄູ່ຮ່ວມງານຕ່າງປະເທດ ໂດຍສະເພາະສິງກະໂປ ມາເລເຊຍ ແລະ ໄທ.

ສູນແຫ່ງນີ້ຈະມີເອົາຄູເຝິກທີ່ມີປະສົບການມາຈາກຫຼາຍປະເທດ ເພື່ອມາເຝິກຄົນລາວໃຫ້ເປັນຜູ້ຊ່ຽວຊານ ເຊິ່ງບໍລິສັດຂອງ ພວກເຮົາກໍໄດ້ກະກຽມຄວາມພ້ອມຫຼາຍດ້ານ ເຊັ່ນ: ວິສະວະກຳ ບຸກຄະລາກອນດ້ານເຕັກນິກ ເພື່ອໃຫ້ມີຄວາມພ້ອມໃນ ການພັດທະນາຫຼັກສູດໃຫ້ທັນກັບນາໆປະເທດ ຫຼັກສູດໃນການເຝິກອົບ ຮົມມີຫຼາຍຫຼັກສູດນັບແຕ່ການໃຊ້ໄຟຟ້າ ການ ເຮັດວຽກບ່ອນສູງ ເຮັດວຽກບ່ອນອັບອາກາດ ເຮັດວຽກກ່ຽວກັບສານເຄີມີອັນຕະລາຍ ກູ້ໄພ ມ​ອ​ດ​ໄຟ ການໃຊ້ເຄຣນ ຜູ້ຮັບ ເໝົາ ວຽກງານກໍ່ສ້າງ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການເຮັດວຽກທຸກຂະແໜງການ ການສ້າງສູນແຫ່ງນີ້ຂຶ້ນ ອາດຈະບໍ່ສາມາດ ສ້າງກໍາໄລໃຫ້ບໍລິສັດ ເພາະມີການລົງທຶນເປັນຈໍານວນຫຼາຍ ແຕ່ຈະຊ່ວຍຜັກດັນໃຫ້ອຸດສາຫະກຳໃນ ສປປ ລາວ ທຽບທັນ ກັບສາກົນ ແລະ ສາ ມາດດຶງດູດນັກລົງທຶນເຂົ້າມາລົງໃຫ້ຫຼາຍຂຶ້ນ ເນື່ອງຈາກວຽກງານຄວາມປອດໄພແຮງງານ ມີຄວາມຈຳ ເປັນຕໍ່ການເຮັດວຽກໃນຫຼາຍຂະແໜງການ ຖ້າມີວັດທະນະທຳຄວາມຄວາມປອດໄພແລ້ວ ຈະສ້າງຄວາມໝັ້ນໃຈໃຫ້ກັບ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຄາດວ່າໃນ 5 ປີຕໍ່ໜ້າຈະສາມາດເຮັດໃຫ້ຕົວເລກອຸປະຕິເຫດແຮງງານໃຫ້ຫຼຸດລົງ ໃນນີ້ຄາດວ່າການກໍ່ສ້າງສູນດັ່ງກ່າວຈະສຳເລັດໃນເດືອນກັນຍາ 2023 ນີ້.

ທ່ານ ປຣະກາດ ບຸດຕະມາດ ຜູ້ອໍານວຍການບໍລິສັດ NPC ຈາກປະເທດໄທ ກ່າວວ່າ: ອິນດັດສ໌ເທັກ ເລີ່ມດຳເນີນທຸລະກິດ ດ້ານຄວາມ ປອດ ໄພໃນ ສປປ ລາວ ເພາະຈະສາມາດສ້າງໂຫຍດໃຫ້ປະຊາຊົນ ກໍຄືຜູ້ອອກແຮງງານໃນ ສປປ ລາວ ເຊິ່ງຕ້ອງ ມີການຮ່ວມມືລະຫວ່າງພາກລັດ ພາກເອກະຊົນ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເປົ້າໝາຍສູງສຸດເພື່ອເຮັດໃຫ້ປະ ຊາຊົນທີ່ໃຊ້ແຮງງານ ມີຄວາມປອດໄພໃນການເຮັດວຽກ ເຊິ່ງບໍລິສັດ ອິນດັດສ໌ເທັກ ມີອຸດົມການທີ່ດີໃນການດຳເນີນທຸລະ ກິດດ້ານນີ້ ເຖິງວ່າຈະບໍ່ສ້າງກຳໄລຫຼາຍ ແຕ່ສາມາດເຮັດໃຫ້ປະຊາຊົນ ກໍຄືຜູ້ອອກແຮງງານມີຄວາມປອດໄພ ເຮັດໃຫ້ຜູ້ຮ່ວມ ເຮັດທຸລະກິດມີຄວາມສຸກ ເຊິ່ງຈະເປັນແຮງຜັກດັນໃນການເຮັດສິ່ງດີໆໃນ ສປປ ລາວ ຈຸດເລີ່ມຕົ້ນທີ່ດີຂອງ ອິນດັດສ໌ເທັກ ມີຄວາມຄິດທີ່ຈະສ້າງສູນເຝິກອົບຮົມ ສ້າງຜະລິດຕະພັນທີ່ກ່ຽວກັບຄວາມປອດໄພ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບຄວາມປອດໃຫ້ປະຊາຊົນທີ່ໃຊ້ແຮງງານ ສໍາລັບການເຝິກອົບຮົມຈະມີການຮ່ວມກັບ NPC ເຊິ່ງເປັນບໍລິສັດທີ່ເຮັດວຽກ ກ່ຽວກັບການເຝິກອົບຮົມການຊ່ວຍເຫຼືອຄວາມປອດໄພຢູ່ປະເທດໄທ ໂດຍເອົາປະສົບການ ບົດຮຽນທີ່ຈັດຕັ້ງປະຕິບັດຢູ່ ປະເທດໄທ ມາເປັນແບບຢ່າງໃນການພັດທະນາບໍລິສັດ ເຊັ່ນ: ການເຮັດວຽກບ່ອນສູງ ການເຮັດວຽກບ່ອນອັບອາກາດ ເຕັກ ນິກການດັບເພີງ ການເຊື່ອມ ການເຈຍ ການຕັດຕ່າງໆໃຫ້ມີຄວາມປອດໄພ ໃນນີ້ຈະມີການສົ່ງພະນັກງານຂອງບໍລິສັດ ອິນ ດັດສ໌ເທັກໄປເຝິກຈາກ NPC ຫຼື ສົ່ງວິທະຍາກອນມາໃຫ້ຄຳແນະນຳຕ່າງໆໃຫ້ພະນັກງານຢູ່ສູນນີ້.

ພິ​ທີ​ວາງ​ສີ​ລາ​ລຶກ​ໂຄງ​ການ​ດັ່ງ​ກ່າວ​ຈັດ​ຂຶ້ນໃນວັນທີ 24 ມີນາ 2023 ທີ່ສູນດັ່ງກ່າວ ບ້ານນາຄວາຍກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ ທ່ານ ປຣະກາດ ບຸດຕະມາດ ທ່ານ ຈັນດາວົງ ສຸດທິທໍາ ຜູ້ອໍານວຍການບໍລິສັດ ຢູນິກເທັກ ຈໍາກັດ ທ່ານ ພອນສະຫວັນ ໄຊປັນຍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

error: Content is protected !!