ຈັບສະຫຼາກແບ່ງກຸ່ມ ບານເຕະລາວລີກ 2 ປະຈຳປິ 2020

ພິ­ທີ​ຈັບ​ສະ­ຫຼາກ​ການ​ແຂ່ງ­ຂັນ​ບານ­ເຕະ ຄອມ​ມານ​ໂດ ລາວ​ລີກ 2 ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 25 ມິ­ຖຸ­ນາ 2020 ຢູ່​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໂດຍ​ມີ​ທ່ານ ໂພ​ທອນ ຖາ­ນະ​ວະ​ດີ ຫົວ­ໜ້າ​ພະ​ແນກ​ຈັດ­ການ​ແຂ່ງ­ຂັນ ສຕລ ພ້ອມ​ດ້ວຍ​ວິ­ຊາ​ການ ຕາງ­ໜ້າ​ສະ­ໂມ­ສອນ ແລະ ສື່​ມວນ​ຊົນ ເຂົ້າ​ຮ່ວມ.

ການ​ແຂ່ງ­ຂັນ​ບານ­ເຕະ ຄອມ​ມານ​ໂດ ລາວ​ລີກ 2 ປະ­ຈຳ​ປິ 2020 ມີ 14 ທີມ ແບ່ງ​ເປັນ 2 ກຸ່ມ ກຸ່ມ​ລະ 7 ທີມ ຜົນ​ການ​ຈັບ​ສະ­ຫຼາກ ກຸ່ມ A ວຽງ​ຈັນ ຢູ​ໄນ​ເຕັດ ເຄ​ພີ​ເອັສ ເອັຟ​ຊີ ກອງ­ທັບ ເອັຟ​ຊີ ກາ​ຣູ​ດາ 369 ເອັຟ​ຊີ ເຮັສ​ບີ​ທີ 941 ເອັຟ​ຊີ ແຄນ​ລາວ ຢູ​ໄນ​ເຕັດ ແລະ ນະ­ຄອນ­ຫຼວງ ເອັຟ​ຊີ ກຸ່ມ B ເມືອງ​ຫາດ ຢູ​ໄນ​ເຕັດ ວິ­ທະ­ຍາ­ໄລ ລາວ-ທ໋ອບ ເອັຟ​ຊີ ວິ­ທະ­ຍາ­ໄລ​ເຄວ​ສ ຢູ​ໄນ​ເຕັດ ບີ​ແກນ ຢູ​ໄນ​ເຕັດ ເອັສ​ທີ​ທີ ເອັຟ​ຊີ ທຣີ​ນີ​ຕີ ເອັຟ​ຊີ ແລະ ເອັສ​ຊີ​ອີ ຢູ​ໄນ​ເຕັດ.

ຮູບ​ແບບ​ການ​ແຂ່ງ­ຂັນ ຮອບ​ແບ່ງ​ກຸ່ມ​ແມ່ນ​ແຂ່ງ­ຂັນ​ພົບ​ກັນ​ໝົດ ທີມ​ທີ່​ໄດ້​ອັນ​ດັບ 1-2 ຂອງ​ກຸ່ມ ຈະ​ຜ່ານ​ເຂົ້າ​ສູ່​ຮອບ​ຮອງ​ຊະ­ນະ​ເລີດ ສ່ວນ​ຮອບ​ຮອງ​ຊະ­ນະ​ເລີດ ຈະ​ແຂ່ງ 2 ນັດ​ໄປ-ກັບ (Championship Format) ແລະ ຮອບ​ຊີງ​ອັນ​ດັບ​ທີ 3 ແລະ ຊີງ​ຊະ­ນະ​ເລີດ​ແມ່ນ​ແຂ່ງ­ຂັນ​ແບບ​ນັດ​ດຽວ.

ສຳ­ລັບ​ຕາ­ຕະ­ລາງ​ແຂ່ງ­ຂັນ​ຈະ­ແຈ້ງ​ໃຫ້​ຊາບ​ພາຍ­ຫຼັງ ແຕ່​ກຳ­ນົດ​ການ​ເປີດ​ການ​ແຂ່ງ­ຂັນ​ຈະ​ເລີ່ມ​ວັນ​ທີ 25 ກໍ­ລະ­ກົດ 2020 ໂດຍ​ທີມ​ທີ່​ໄດ້​ຮັບ​ລາ­ງວັນ​ຊະ­ນະ​ເລີດ ຈະ​ໄດ້​ສິດ​ເລື່ອນ​ຊັ້ນ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ ເປບ​ຊີ ລາວ ລີກ 1 ປະ­ຈຳ​ປີ 2021 ທີມ​ທີ່​ໄດ້​ແຊັມ​ການ​ແຂ່ງ­ຂັນ​ລາວ​ລີກ 2 ປີ 2017 ສະ­ໂມ­ສອນ​ກອງ­ທັບ ເອັຟ​ຊີ ປີ 2018 ສະ­ໂມ­ສອນ ປກສ ເອັຟ​ຊີ ແລະ ປີ 2019 ສະ­ໂມ­ສອນ ປກສ ເອັຟ​ຊີ.

error: Content is protected !!