ຈຳປາສັກ ກຽມຈັດແຂ່ງຂັນບານເຕະ 2 ຮຸ່ນ ຊີງຂັນເຈົ້າແຂວງ

ຂໍ້​ມູນ​ຈາກ​ເຟດ​ບຸກ ເອັຟ​ຊີ ຈຳ­ປາ​ສັກ ແຈ້ງ​ໃຫ້​ຊາບ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ ການ​ພັດ­ທະ­ນາ​ຂອງ​ສະ­ຫະ­ພັນ​ບານ­ເຕະ​ແຂວງ ແນ­ໃສ່​ສົ່ງ­ເສີມ​ການ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ບານ­ເຕະ​ແຂວງ ໃຫ້​ມີ​ທ່າ​ກ້າວ​ທີ່​ພົ້ນ​ເດັ່ນ ພ້ອມ​ທັງ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ເຍົາ­ວະ​ຊົນ ແລະ ຊາວ​ໜຸ່ມ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ ສາ­ມາດ​ກ້າວ​ຂຶ້ນ​ຕິດ​ທີມ​ແຂວງ ແລະ ທີມ​ຊາດ ສະ­ຫະ­ພັນ​ບານ­ເຕະ​ແຂວງ​ຈຳ­ປາ​ສັກ ຈະ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ 2 ລາຍ­ການ ຄື: ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ແລະ ຮຸ່ນ​ທົ່ວ​ໄປ ຊີງ​ຂັນ​ທ່ານ​ເຈົ້າ­ແຂວງ​ຈຳ­ປາ​ສັກ ປະ­ຈຳ​ປີ 2020.

ສະ­ໂມ­ສອນ​ໃດ​ສົນ­ໃຈ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ສາ­ມາດ​ມາ​ພົວ­ພັນ​ແບບ​ຟອມ​ລົງ­ທະ­ບຽນ​ທີ່​ຫ້ອງ­ການ​ສະ­ຫະ­ພັນ​ບານ­ເຕະ​ແຂວງ (ຫຼັກ 2) ນະ­ຄອນ​ປາກ​ເຊ ໃນ​ໂມງ​ລັດ​ຖະ​ການ ແລະ ກຳ­ນົດ​ສົ່ງ​ແບບ​ຟອມ​ບໍ່​ໃຫ້​ກາຍ​ວັນ​ທີ 5 ກໍ­ລະ­ກົດ 2020 ສ່ວນ​ກອງ​ປະ­ຊຸມ​ເຕັກ­ນິກ​ຈັດ­ການ​ແຂ່ງ­ຂັນ ແລະ ຈັບ​ສະ­ຫຼາກ​ແບ່ງ​ກຸ່ມ ຈະ​ຈັດ​ຂຶ້ນ​ວັນ​ທີ 10 ກໍ­ລະ­ກົດ 2020 ເວ­ລາ 9:00 ໂມງ ຢູ່​ສະ­ຫະ­ພັນ​ບານ­ເຕະ​ແຂວງ ແລະ ແຂ່ງ­ຂັນ​ເປັນ​ທາງ​ການ ວັນ​ທີ 15 ກໍ­ລະ­ກົດ 2020 ລາຍ­ການ​ດັ່ງ­ກ່າວ​ກຳ­ນົດ​ທີມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ຮຸ່ນ​ລະ 8 ທີມ ເງື່ອນ­ໄຂ​ນັກ­ກີ­ລາ​ຕ້ອງ​ແມ່ນ​ລູກ​ຫຼານ​ຊາວ​ແຂວງ​ຈຳ­ປາ​ສັກ​ເທົ່າ​ນັ້ນ ສ່ວນ​ນັກ­ກີ­ລາ​ທີມ​ຊາດ​ສາ­ມາດ​ລົງ​ໄດ້​ແບບ​ບໍ່​ກຳ­ນົດ ນອກ­ຈາກ​ການ​ແຂ່ງ­ຂັນ​ລາຍ­ການ​ດັ່ງ­ກ່າວ​ແລ້ວ ໃນ​ທ້າຍ​ປີ​ນີ້​ຍັງ​ມີ​ລາຍ­ການ​ໃຫຍ່ ເພື່ອ​ສ້າງ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ­ຊາດ ທີ 2 ທັນ­ວາ​ຕື່ມ​ອີກ ເຊິ່ງ​ຈະ​ບໍ່​ກຳ­ນົດ​ເງື່ອນ­ໄຂ​ນັກ­ກີ­ລາ​ທຸກ​ແຂວງ ແລະ ນັກ­ກີ­ລາ​ຕ່າງ​ຊາດ​ສາ­ມາດ​ເຂົ້າ​ຮ່ວມ​ໄດ້.

ທີມ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ​ທົ່ວ​ແຂວງ​ຈຳ­ປາ​ສັກ ປະ­ຈຳ​ປີ 2020 ຢູ-19 ມີ​ທີມ​ນ້ຳ​ດື່ມ​ພູ​ໄຟ ເມືອງ​ປາກ​ຊ່ອງ ບໍ­ລິ­ສັດ 3 ເອັສ ຟາຍ​ເດ ເອັຟ​ຊີ ຕາດ​ຟານ ເອັຟ​ຊີ ຕູ່​ຂົນ­ສົ່ງ ເມືອງ​ໂພນ​ທອງ ແລະ ໄອ​ດີ​ຊີ ຈຳ­ປາ​ສັກ ສ່ວນ​ຮຸ່ນ​ທົ່ວ​ໄປ ມີ ກອງ​ບັນ­ຊາ​ການ​ທະ­ຫານ​ແຂວງ ກອງ​ພົນ­ທະ­ຫານ​ຫາບ​ທີ 5 ກອງ​ບັນ­ຊາ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ແຂວງ ໄອ​ດີ​ຊີ ຈຳ­ປາ​ສັກ ບໍ­ລິ­ສັດ​ໂຮມ​ຊັບ ກໍ່­ສ້າງ​ສະ­ມາ­ຄົມ​ຫວຽດ­ນາມ ມະ­ຫາ­ວິ­ທະ­ຍາ­ໄລ​ຈຳ­ປາ​ສັກ ແລະ ວິ­ທະ­ຍາ­ໄລ​ເຕັກ­ນິກ​ວິ­ຊາ​ຊີບ​ຈຳ­ປາ​ສັກ.

error: Content is protected !!