5 ວິທີໃຊ້ “ຖົງມື” ໃນການປຸງແຕ່ງອາຫານຢ່າງຖືກຕ້ອງ

ກົມ​ອະ­ນາ­ໄມ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແນະ­ນຳ 5 ວິ­ທີ ສຳ­ລັບ​ຜູ້​ປຸງ​ອາ­ຫານ ຜູ້​ສຳ­ຜັດ​ອາ­ຫານ​ໃນ​ການ​ໃຊ້​ຖົງ­ມື​ໃຫ້​ຖືກ­ຕ້ອງ ເພື່ອ​ຫຼຸດ​ຄວາມ​ສ່ຽງ​ສະ​ສົມ​ເຊື້ອ​ໂຣກ ພ້ອມ​ເນັ້ນ​ໃຫ້​ຫຼີກ​ລ່ຽງ​ການ​ໃສ່​ຖົງ­ມື​ແລ້ວ​ຢິບ​ຈັບ​ທົ່ວ​ໄປ ຫຼື​ເຮັດ​ກິດ­ຈະ­ກຳ​ອື່ນໆ ເພາະ​ອາດ​ສ່ຽງ​ປົນ​ເປື້ອນ​ເຊື້ອ​ໂຣກ​ໄດ້​ງ່າຍ.

ການ​ໃສ່​ຖົງ­ມື​ເຮັດ​ອາ­ຫານ ຊ່ວຍ​ຫຼຸດ​ສ່ຽງ​ໂຣກ​ທາງ​ເດີນ​ອາ­ຫານ

ໃນ​ໄລ­ຍະ​ທີ່​ມີ​ການ​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ 2019 ຫຼື ໂຄ​ວິດ-19 (COVID-19) ສຸ​ຂະ​ອະ­ນາ­ໄມ​ຂອງ​ຜູ້​ສຳ­ຜັດ​ອາ­ຫານ ການ​ລ້າງ​ມື ແລະ ດູ​ແລ​ມື​ໃຫ້​ສະ­ອາດ ເປັນ​ສິ່ງ​ສຳ­ຄັນ ໂດຍ​ສະ­ເພາະ ໃນ​ຂະ​ບວນ​ການ​ປຸງ​ປະ­ກອບ​ອາ­ຫານ​ທີ່​ຜ່ານ​ການ​ສຳ­ຜັດ​ມື​ໂດຍ​ກົງ ຄວນ​ມີ​ການ​ໃສ່​ຖົງ­ມື​ທຸກ​ຄັ້ງ ຫຼື​ໃຊ້​ອຸ­ປະ­ກອນ​ຢິບ​ຈັບ​ທີ່​ສະ­ອາດ ເພື່ອ​ປ້ອງ​ກັນ​ເຊື້ອ​ໂຣກ​ທີ່​ມາ​ກັບ​ມື ທີ່​ພົບ​ເລື້ອຍ​ຄື​ໂຣກ​ຕິດ­ເຊື້ອ​ທາງ​ເດີນ​ອາ­ຫານ ການ​ໃຊ້​ຖົງ­ມື​ຈຶ່ງ​ຄວນ​ເລືອກ​ໃຊ້​ໃຫ້​ເໝາະ​ສົມ​ກັບ​ປະ­ເພດ​ອາ­ຫານ ເຊັ່ນ ອາ­ຫານ​ພ້ອມ​ປຸງ​ອາ­ຫານ​ເຄິ່ງ​ສຳ­ເລັດ​ຮູບ ອາ­ຫານ​ສຳ­ເລັດ​ຮູບ ແລະ ຖົງ­ມື​ຕ້ອງ​ມີ​ຄຸນ​ນະ​ພາບ​ດີ ມີ​ຄວາມ​ປອດ​ໄພ​ໃນ​ການ​ໃຊ້​ງານ ໂດຍ​ສຳ­ນັກ­ງານ​ມາດ­ຕະ­ຖານ​ຜະ­ລິດ​ຕະ​ພັນ​ອຸດ­ສາ­ຫະ­ກຳ ກະ­ຊວງ​ອຸດ­ສາ­ຫະ­ກຳ ໄດ້​ກຳ­ນົດ​ເປັນ​ມາດ­ຕະ­ຖານ​ຜະ­ລິດ​ຕະ​ພັນ​ອຸດ­ສາ­ຫະ­ກຳ ຖົງ­ມື​ທີ່​ໃຊ້​ໃນ​ອຸດ­ສາ­ຫະ­ກຳ​ກ່ຽວ​ກັບ​ອາ­ຫານ​ຕ້ອງ​ສວມ​ໃສ່​ງ່າຍ ແລະ ທີ່​ສຳ­ຄັນ ຖົງ­ມື​ທີ່​ໃຊ້​ຕ້ອງ​ມີ​ສະ­ພາບ​ດີ ບໍ່​ສົກ­ກະ­ປົກ ບໍ່​ຈີກ​ຂາດ ຫ້າມ​ໃຊ້​ຖົງ­ມື​ທີ່​ເຮັດ​ມາ​ຈາກ​ປລາ​ສ​ຕິກ​ຣີ​ໄຊ​ເຄິ​ລ ຫຼື ໃສ່​ຖົງ­ມື​ໄປ​ເຮັດ​ກິດ­ຈະ­ກຳ​ອື່ນໆ​ທີ່​ບໍ່​ສະ­ອາດ ເພາະ​ອາດ​ຈະ​ປົນ​ເປື້ອນ ແລະ ເປັນ​ແຫຼ່ງ​ນຳ​ເຊື້ອ​ໂຣກ ແລະ ສິ່ງ​ສົກ­ກະ­ປົກ​ຕ່າງໆ​ມາ­ສູ່​ອາ­ຫານ​ໄດ້ ແລະ ລະ­ມັດ­ລະ­ວັງ​ການ​ໃຊ້​ຫາກ​ໃຊ້​ບໍ່​ຖືກ​ວິ­ທີ ສາ­ມາດ​ນຳ​ເຊື້ອ​ໂຣກ​ໄດ້​ເຊັ່ນ​ກັນ.

ວິ­ທີ​ໃຊ້ “ຖົງ­ມື” ລະ­ຫວ່າງ​ປະ­ກອບ​ອາ­ຫານ​ຢ່າງ​ຖືກ­ຕ້ອງ

ການ​ເລືອກ​ໃຊ້​ຖົງ­ມື​ຢ່າງ​ຖືກ­ຕ້ອງ ເພື່ອ​ປ້ອງ​ກັນ​ການ​ປົນ​ເປື້ອນ​ເຊື້ອ​ໂຣກ​ໃນ​ອາ­ຫານ ຜູ້​ປຸງ ແລະ ຜູ້​ສຳ­ຜັດ​ອາ­ຫານ​ຄວນ​ປະ­ຕິ­ບັດ​ຕາມ​ຂໍ້​ແນະ­ນຳ 5 ຂໍ້​ຫຼັກ ດັ່ງ­ນີ້:

1. ໃຊ້​ຖົງ­ມື​ສຳ­ລັບ​ອາ­ຫານ​ໂດຍ​ສະ­ເພາະ (Food Grade).

2. ເລືອກ​ໃຊ້​ຖົງ­ມື 1 ຄູ່​ກັບ​ອາ­ຫານ​ປະ­ເພດ​ດຽວ​ກັນ​ເທົ່າ​ນັ້ນ ບໍ່​ໃຊ້​ປະ​ປົນ​ກັນ ເຊັ່ນ ອາ­ຫານ​ດິບ ອາ­ຫານ​ປຸງ​ສຸກ​ດ້ວຍ​ຄວາມ​ຮ້ອນ​ແລ້ວ ອາ­ຫານ​ພ້ອມ​ປຸງ ອາ­ຫານ​ເຄິ່ງ​ສຳ­ເລັດ​ຮູບ ແລະ ອາ­ຫານ​ສຳ­ເລັດ​ຮູບ ເປັນ­ຕົ້ນ.

3. ຫ້າມ​ໃຊ້​ຖົງ­ມື​ທີ່​ເຮັດ​ມາ​ຈາກ​ປລາ​ສ​ຕິກ​ຣີ​ໄຊ​ເຄິ​ລ ເພາະ​ອາດ​ຈະ​ປົນ​ເປື້ອນ​ເປັນ​ແຫຼ່ງ​ນຳ​ເຊື້ອ​ໂຣກ ແລະ ສິ່ງ​ສົກ­ກະ­ປົກ​ຕ່າງໆ​ມາ­ສູ່​ອາ­ຫານ​ໄດ້.

4. ຫາກ​ຕ້ອງ​ໄປ​ສຳ­ຜັດ​ກັບ​ອາ­ຫານ​ປະ­ເພດ​ອື່ນ ຫຼື​ຕ້ອງ​ຢິບ​ຈັບ​ສິ່ງ​ຂອງ​ອື່ນໆ ເຊັ່ນ ເງິນ ຄວນ​ຖອດ​ຖົງ­ມື ອອກ​ກ່ອນ​ທຸກ​ຄັ້ງ.

5. ຄວນ​ປ່ຽນ​ຖົງ­ມື​ທຸກ​ວັນ ບໍ່​ຄວນ​ໃຊ້​ຊ້ຳ ເພາະ​ອາດ​ເຮັດ​ໃຫ້​ເກີດ​ການ​ສະ​ສົມ​ຂອງ​ເຊື້ອ​ໂຣກ​ໄດ້ ຫາກ​ຖົງ­ມື​ເປື້ອນ​ຫຼາຍ ຄວນ​ຮີບ​ປ່ຽນ​ທັນ­ທີ​ເຊັ່ນ​ກັນ.

ຮ້ານ​ທີ່​ຄົນ​ເຮັດ ຄົນ​ບໍ­ລິ­ການ ຄົນ​ຮັບ-ທອນ​ເງິນ​ເປັນ​ຄົນ​ດຽວ​ກັນ ບໍ່​ຄວນ​ສວມ​ຖົງ­ມື

ທັງ​ນີ້ ກໍ­ລະ­ນີ​ທີ່​ຮ້ານ​ອາ­ຫານ​ບາງ​ຮ້ານ​ອາດ​ມີ​ຄົນ​ເຮັດ​ອາ­ຫານ ຄົນ​ບໍ­ລິ­ການ ແລະ ຄົນ​ໄລ່​ເງິນ​ເປັນ​ຄົນ​ດຽວ​ກັນ ລວມ​ເຖິງ​ຮ້ານ​ຂາຍ​ໝາກ​ໄມ້​ລົດ​ເຂັນ ການ​ສວມ​ຖົງ­ມື​ເພື່ອ​ຢິບ​ອາ­ຫານ​ສົດ ຫຼື ຊີ້ນ​ສັດ​ດິບ​ແລ້ວ ມາ​ຢິບ​ອາ­ຫານ​ທີ່​ສຸກ​ແລ້ວ ລວມ​ເຖິງ​ຮັບ-ທອນ​ເງິນ​ຈາກ​ລູກ​ຄ້າ​ໂດຍ​ບໍ່​ມີ​ປ່ຽນ ຫຼື ຖອດ​ຖົງ­ມື​ອອກ​ກ່ອນ ການ​ໃສ່​ຖົງ­ມື​ກໍ​ບໍ່​ໄດ້​ຊ່ວຍ​ຫຼຸດ​ການ​ປົນ​ເປື້ອນ​ເຊື້ອ​ໂຣກ​ແຕ່​ຢ່າງ­ໃດ ເພາະ​ເຊື້ອ​ໂຣກ​ອາດ​ມາ​ຈາກ​ຊີ້ນ​ສັດ​ດິບ ໄຂ່​ດິບ ລວມ​ເຖິງ​ເງິນ­ສົດ ດັ່ງ­ນັ້ນ ເພື່ອ​ຄວາມ​ປອດ​ໄພ ຈຶ່ງ​ຕ້ອງ​ດູ​ແລ​ລ້າງ​ມື​ໃຫ້​ສະ­ອາດ ບໍ່​ຄວນ​ໃຊ້​ມື​ຢິບ​ຈັບ​ອາ­ຫານ ໂດຍ​ສະ­ເພາະ​ອາ­ຫານ​ທີ່​ປຸງ​ສຳ­ເລັດ​ແລ້ວ ຫຼື​ອາ­ຫານ​ທີ່​ພ້ອມ​ຮັບ​ປະ­ທານ ຄວນ​ໃຊ້​ອຸ­ປະ­ກອນ​ຢິບ​ຈັບ ແຕ່​ຫາກ​ໃຊ້​ຖົງ­ມື ຄວນ​ໃຊ້​ຖົງ­ມື​ສຳ­ລັບ​ອາ­ຫານ (FOOD GRADE) ແລະ ທີ່​ສຳ­ຄັນ ບໍ່​ໃສ່​ຖົງ­ມື​ແລ້ວ​ຢິບ​ຈັບ​ທົ່ວ​ໄປ ຫຼື ເຮັດ​ກິດ­ຈະ­ກຳ​ອື່ນໆ ເພາະ​ອາດ​ເຮັດ​ໃຫ້​ສ່ຽງ​ປົນ​ເປື້ອນ​ເຊື້ອ​ໂຣກ​ໄດ້​ງ່າຍ.

error: Content is protected !!