ຊາວນະຄອນຫຼວງສືບສານປະເພນີບຸນປີໃໝ່ລາວ

ປະເພນີບຸນປີໃໝ່ລາວເປັນປະເພນີທີ່ສືບທອດກັນມາແຕ່ບູຮານນະການເພື່ອເປັນການຮັກສາຮີດຄອງປະເພນີວັດທະນະທຳອັນດີງາມນີ້ໄວ້ໃຫ້ຄົງຢູ່ກັບຊາວລາວຕະຫຼອດໄປບັນດາການນຳພັກ-ລັດ ປູ່ຍ່າຕາຍາຍ ຜູ້ເຖົ້າ ຜູ້ແກ່ ພໍ່ແມ່ຜູ້ປົກຄອງໄດ້ພ້ອມ ກັນນຳພາລູກຫຼານສືບສານປະເພນີບຸນປີໃໝ່ລາວ.

ທ່ານ ນາງ ອຳມະໂນລົດ ອິນທະວົງ ໄດ້ໃຫ້ສຳພາດວ່າ: ໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວມື້ທຳອິດ ກົງກັບວັນທີ 14 ເມສາ 2023 ກໍໄດ້ມີໂອກາດເຂົ້າມາຄາລະວະພະເຈົ້າໃຫຍ່ອົງຕື້ຮ່ວມກັບການນຳຂັ້ນສູງ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ເຊິ່ງຂ້າພະເຈົ້າມີຄວາມພາກພູມໃຈຫຼາຍທີ່ໄດ້ມາຮ່ວມສືບສານປະເພນີໃນຄັ້ງນີ້ ການໄດ້ເຂົ້າມາຄາລະວະກາບ ໄຫວ້ ຫົດສົງພະເຈົ້າໃຫຍ່ອົງຕື້ຖືເປັນປະເພນີໜຶ່ງທີ່ສຳຄັນທີ່ປະຕິບັດສືບທອດກັນມາແຕ່ສະໄໝພະເຈົ້າໄຊເສດຖາທິລາດ.

ເພື່ອເປັນການຮັກສາຮີດຄອງປະເພນີບຸນປີໃໝ່ລາວ ໃນນາມເປັນພໍ່ແມ່ຜູ້ປົກຄອງ ກໍໄດ້ນຳພາລູກຫຼານສືບສານປະເພນີບຸນປີ ໃໝ່ລາວໂດຍໃນມື້ທຳອິດແມ່ນໄດ້ນຳພາລູກຫຼານເອົາພະພຸດທະຮູບທີ່ປົກປັກຮັກສາຢູ່ພາຍໃນເຮືອນຂອງຕົນລົງເພື່ອຫົດສົງ ຫຼັງຈາກນັ້ນກໍໄດ້ອອກມາຫົດສົງພະພຸດທະຮູບຢູ່ຕາມວັດວາອາຣາມຕ່າງ ໃນຕອນແລງກໍເຮັດພິທີທາງສາສະໜາສັກອະນິຈາ ທາດຜູ້ເປັນພໍ່ ຫຼັງຈາກນັ້ນລູກຫຼານກໍໄດ້ເຕົ້າໂຮມກັນເພື່ອມາສົມມາພໍ່ແມ່ ເພື່ອຂໍຄຳມາລາໂທດ ແລະ ຂໍພອນອັນປະເສີດ ຈາກພໍ່ແມ່ .

ທ່ານ ນາງ ອຳມະໂນລົດ ອິນທະວົງໄດ້ກ່າວຕື່ມວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ແມ່ນມີບັນຍາກາດທີ່ຟົດຟື້ນ ຖ້າທຽບໃສ່ປີຜ່ານໆມາເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທາງພັກ-ລັດຈຶ່ງໄດ້ຈັດໃຫ້ມີພຽງແຕ່ປະເພນີ ທາງສາສະໜາ ແຕ່ມາຮອດປີນີ້ການລະບາດຂອງພະຍາດນີ້ໄດ້ຫຼຸດລົງພັກ-ລັດຖະບານຈຶ່ງໄດ້ອະນຸຍາດໃຫ້ຈັດງານສະເຫຼີມ ສະຫຼອງບຸນປີໃໝ່ລາວດ້ວຍຫຼາຍກິດຈະກຳເພື່ອເປັນການສືບສານປະເພນີ ທັງເປັນການດຶງດູດນັກທ່ອງທ່ຽວ.


ໃນໂອກາດວາລະປີໃໝ່ນີ້ ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ຊາວລາວທົ່ວປະເທດຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ສຸຂະພາບແຂງແຮງກັນທົ່ວໜ້າ.

error: Content is protected !!