ປີໃໝ່ລາວປີນີ້ 7 ວັນ ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 342 ກໍລະນີ ໃນນີ້ ເສຍຊີວິດ 35 ຄົນ

    ໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ລາວ ພສ.2566 ເລີ່ມແຕ່ວັນທີ 11-17 ເມສາ 2023 ທົ່ວປະເທດມີອຸບັດເຫດເກີດຂຶ້ນກວ່າ 300 ກໍລະນີ ເສຍຊີວິດເຖິງ 35 ຄົນ.

    ທ່ານ ພັນເອກ ຄຳເຫຼັກ ໄຊຍະສິດ ຮອງກົມຕຳຫຼວດຈະລາຈອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນມີ 19 ເມສາ ກ່ຽວກັບສະ ພາບການເກີດອຸປະຕິ ເຫດ ທົ່ວປະເທດ ໃນໄລຍະສະເຫຼີມສະ ຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ລາວ ພສ.2566 ວ່າ:

    ໃນໄລຍະງານບຸນດັ່ງກ່າວທົ່ວປະເທດມີອຸບັດຕິເຫດເກີດທັງໝົດ 342 ກໍລະນີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 30 ກໍລະນີ ພາຫະນະເປ່ເພ 589 ຄັນ ເພີ່ມຂຶ້ນ 44 ຄັນ ຄົນຜູ້ໄດ້ຮັບບາດເຈັບ 611 ຄົນ ເພີ່ມຂຶ້ນ 59 ຄົນ ແລະ ມີ ຄົນເສຍຊີວິດຈຳນວນ 35 ຄົນ ຍິງ 6 ຄົນ ທຽບໃສ່ປີຜ່ານມາ ຄົນເສຍຊີວິດເທົ່າເດີມ 35 ຄົນ.

    ແຂວງທີ່ມີອຸປະຕິເຫດເກີດຂຶ້ນຫຼາຍ ແມ່ນແຂວງຈຳປາສັກເກີດຂຶ້ນ 53 ກໍລະນີ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນເກີດຂຶ້ນ 33 ກໍລະນີ ສ່ວນແຂວງທີ່ມີຄົນເສຍຊີວິດຫຼາຍ ນະຄອນຫຼວງວຽງຈັນ 7 ຄົນ ແຂວງສະຫວັນນະເຂດ 5 ຄົນ ແລະ ແຂວງບໍລິຄຳໄຊ 4 ຄົນ.

   ສຳລັບ ເສັ້ນທາງທີ່ເກີດອຸປະຕິເຫດ ມີເສັ້ນທາງເລກທີ 13 ເໜືອເກີດຂຶ້ນ 33 ກໍລະນີ ເສຍຊີວິດ 5 ຄົນ ເສັ້ນທາງເລກທີ 13 ໃຕ້ 38 ກໍລະນີ ເສຍຊີວິດ 8 ຄົນ ເສັ້ນທາງຂອງແຂວງ 104 ກໍລະນີ ເສຍ ຊີວິດ 4 ຄົນ ເສັ້ນທາງຂອງເມືອງ 147 ກໍລະນີ ເສຍຊີວິດ 16 ຄົນ ແລະ ເສັ້ນທາງຮ່ວມເກີດຂຶ້ນ 22 ກໍລະນີ ເສຍຊີວິດ 2 ຄົນ.    ສະເພາະ 3 ວັນຂອງບຸນປີໃໝ່ລາວ ພສ.2566 (14-16 ເມສາ 2023) ທົ່ວປະເທດມີອຸປະຕິເຫດເກີດ ຂຶ້ນທັງໝົດ 194 ກໍລະນີ ເພີ່ມຂຶ້ນ 13 ກໍລະນີ ມີພາຫະນະເປ່ເພ 337 ຄັນ ເພີ່ມຂຶ້ນ 11 ຄັນ ຄົນຜູ້ໄດ້ຮັບບາດເຈັບ 348 ຄົນ ເພີ່ມຂຶ້ນ 32 ຄົນ ແລະ ມີຄົນເສຍຊີວິດຈຳນວນ 18 ຄົນ ຍິງ 2 ຄົນ ທຽບໃສ່ ປີຜ່ານມາ ຄົນເສຍຊີວິດແມ່ນຫຼຸດລົງ 7 ຄົນ.

error: Content is protected !!