ມອບສິດນໍາໃຊ້ທີ່ດິນໃຫ້ປະຊາຊົນບ້ານເວີນແທ່ນ-ບ້ານທ່າຈໍາປາ

    ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດພິທີມອບໃບຕາດິນໃຫ້ປະຊາຊົນບ້ານເວີນແທ່ນ ແລະ ບ້ານທ່າຈໍາປາ ຂຶ້ນວັນທີ 25 ມິຖຸນາ 2020 ຢູ່ວັດບ້ານເວີນແທ່ນ ໂດຍມີທ່ານ ຄຳປະດິດ ເຂັມມານິດ ເຈົ້າ ເມືອງໄຊທານີ ທ່ານ ພູນສະຫວັດ ສຸພິດາ ຮອງຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ມອບສິດນໍາໃຊ້ທີ່ດິນໃຫ້ປະຊາຊົນບ້ານເວີນແທ່ນ-ບ້ານທ່າຈໍາປາ

    ທ່ານ ເພັດສະຫວັນ ປະຖໍາມະວົງ ຫົວໜ້າຫ້ອງການ ຊສ ເມືອງໄຊທານີ ກ່າວວ່າ: ພາຍຫຼັງໄດ້ ປະຊາສໍາພັນຢູ່ບ້ານເວີນແທ່ນ ແລະ ບ້ານທ່າຈໍາປາ ຜ່ານແຈ້ງການ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງກ່ຽວກັບວຽກງານພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນເປັນລະບົບ ພະນັກງານ-ວິຊາການຫ້ອງການ ຊສ ເມືອງໄຊທານີ ກໍໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ການຈັດຕັ້ງບ້ານທຸກພາກສ່ວນ ແລະ ເຈົ້າຂອງສິດນໍາໃຊ້ທີ່ດິນ ຈາກນັ້ນ ກໍໄດ້ລົງສຳຫຼວດວັດແທກ ສອບສວນທີ່ດິນເພື່ອຂຶ້ນທະບຽນ ອອກໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ ຄື: ບ້ານເວີນແທ່ນ ມີຕອນດິນ 663 ຕອນ ໃນນີ້ ດິນປຸກສ້າງ 256 ຕອນ ດິນກະສິກຳ 407 ຕອນ ສໍາຫຼວດວັດແທກສໍາເລັດ 236 ຕອນ (ດິນປຸກສ້າງ 213 ຕອນ ດິນກະສິກຳ 23 ຕອນ) ແລະ ອອກໃບຕາດິນໄດ້ 184 ຕອນ (ດິນປຸກສ້າງ 163 ດິນກະສິກຳ 21 ຕອນ) ສ່ວນບ້ານທ່າຈໍາປາ ສໍາຫຼວດວັດແທກ ແລະ ອອກໃບຕາດິນໄດ້ 50 ຕອນ ເຊິ່ງສ່ວນຫຼາຍແມ່ນເປັນປຸກສ້າງ.

    ສໍາລັບທິດທາງຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານພິສູດຫຼັກຖານຂຶ້ນທະບຽນ ອອກໃບຕາດິນຈໍານວນຕອນດິນທີ່ບໍ່ທັນໄດ້ສໍາຫຼວດວັດແທກໃຫ້ສຳເລັດ ສືບຕໍ່ແກ້ໄຂເອກະສານທີ່ຍັງຄົງຄ້າງບໍ່ທັນໄດ້ໃບຕາ ດິນ ແລະ ເບີກຈ່າຍໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ໂດຍສະເພາະບ້ານເປົ້າໝາຍໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

error: Content is protected !!