ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໄດ້ຮັບໂລລາງວັນ ທຸລະກິດດີເດັ່ນ

    ເປັນອີກໜຶ່ງ ແຫ່ງຄວາມພາກພູມໃຈທີ່ສຸດ ຂອງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທີ່ໄດ້ຮັບໂລລາງວັນ ທຸລະກິດດີເດັ່ນ ປະເພດ1 ແລະ ໃບຍ້ອງຍໍ ປະເພດ1 ໃນການປະຕິບັດພັນທະສ່ວຍສາອາກອນດີເດັ່ນປະຈຳປີ 2021 ພາຍຫຼັງທີ່ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດ ເຈຕະນາລົງຂອງບໍລິສັດ ຢ່າງຕໍ່ເນື່ອງ.

    ເປັນກຽດມອບ ໂລລາງວັນຄັ້ງນີ້ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າຮັບ ໂດຍທ່ານນາງ ບັງອອນ ມະໂນວົງ ຜູ້ຈັດການ ສ່ວນບັນຊີ-ການເງິນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ເມສາ 2023 ທີ່ກົມສ່ວຍສາອາກອນ ນະຄອນຫຼວງວຽງຈັນ.

error: Content is protected !!