ກຽມຈັດຍິງປືນໄອພີເອັດຊີ ເລືອກນັກກີລາທີມຊາດຮ່ວມຊີງແຊັມໂລກ

ທ່ານ ພຸດ​ທະ​ສັກ ສຸກ​ອາ​ລຸນ ປະ­ທານ​ສະ­ໂມ­ສອນ​ຍິງ​ປືນ​ໄອ​ພີ​ເອັດ​ຊີ​ລາວ ທັງ​ເປັນ​ຜູ້­ອຳ­ນວຍ­ການ​ສະ­ໜາມ​ເຝິກ­ຊ້ອມ​ກີ­ລາ​ຍິງ​ປືນ 5 ເມ­ສາ ແຈ້ງ​ໃຫ້​ຮູ້​ວ່າ: ວັນ​ທີ 3 ກໍ­ລະ­ກົດ 2020 ທີ່​ສະ­ໜາມ​ເຝິກ­ຊ້ອມ​ກີ­ລາ​ຍິງ​ປືນ 5 ເມ­ສາ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ໂມ­ສອນ​ຍິງ​ປືນ​ໄອ​ພີ​ເອັດ​ຊີ​ລາວ ສະ­ຫະ­ພັນ​ຍິງ​ປືນ​ແຫ່ງ​ຊາດ​ລາວ ຈະ​ສືບ­ຕໍ່​ດຳ­ເນີນ​ຈັດ­ການ​ແຂ່ງ­ຂັນ​ກີ­ລາ​ຍິງ​ປືນ​ໄອ​ພີ​ເອັດ​ຊີ ຊີງ​ແຊັມ​ປະ­ເທດ​ລາວ ຄັ້ງ​ທີ 4 ແລະ ເປັນ​ຄັ້ງ​ສຸດ​ທ້າຍ ເພື່ອ​ຄັດ​ເລືອກ​ນັກ­ກີ­ລາ​ຜູ້​ທີ່​ມີ​ພອນ​ສະ­ຫວັນ​ດີ­ເດັ່ນ 8 ຄົນ ກຽມ​ສົ່ງ​ເຂົ້າ​ຮ່ວມ​ກີ­ລາ​ຍິງ​ປືນ​ໄອ​ພີ​ເອັດ​ຊີ ຊີງ​ແຊັມ​ໂລກ ປະ­ຈຳ​ປີ 2020 ທີ່​ປະ­ເທດ​ໄທ ໃນ​ເດືອນ​ພະ­ຈິກ​ນີ້ ແນວ­ໃດ​ກໍ​ຕາມ ລາຍ­ການ​ນີ້​ຄາດ​ວ່າ​ຈະ​ມີ​ນັກ­ກີ­ລາ ເຂົ້າ​ຮ່ວມ​ຄັດ​ເລືອກ​ຕາມ​ສະ­ຖິ­ຕິ​ເກົ່າ 12 ຄົນ ຍິງ 1 ຄົນ ກຳ­ນົດ 10 ສະ­ໜາມ​ແຂ່ງ­ຂັນ ກໍ​ຄື ສະ­ໜາມ​ລະ­ດັບ​ສັ້ນ​ກາງ ແລະ ຍາວ ເຊິ່ງ​ນັກ­ກີ­ລາ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໄດ້​ຍິງ​ປືນ​ເພື່ອ​ສະ​ສົມ​ຄະ­ແນນ ຜູ້​ລະ 300 ລູກ.

ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ 3 ຄັ້ງ​ຜ່ານ​ມາ ປາ­ກົດ​ວ່າ: ຄັ້ງ​ທີ 1 ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ​ຄັດ​ເລືອກ 14 ຄົນ ຍິງ 1 ຄົນ ຜົນ​ປາ­ກົດ​ວ່າ: ອັນ​ດັບ 1 ທ້າວ ສຸ​ນັນ ວັດ­ທະ­ນະ​ບູນ ຍິງ​ໄດ້ 895 ຄະ­ແນນ ທີ 2 ທ້າວ ທຽນ​ອີ້ ຍິງ​ໄດ້ 787 ຄະ­ແນນ ທີ 3 ທ້າວ ຫົງ​ພະ­ຈັນ ດາ­ລາ​ວົງ ຍິງ​ໄດ້ 752 ຄະ­ແນນ ທີ 4 ທ້າວ ສິງ​ຄຳ ສີ​ປະ­ເສີດ ຍິງ​ໄດ້ 736 ຄະ­ແນນ ທີ 5 ທ້າວ ຕົ້ນ​ຄຳ ເມືອງ​ມະ­ນີ ຍິງ​ໄດ້ 643 ຄະ­ແນນ ທີ 6 ທ້າວ ອາ​ໂນ​ໄທ ເມືອງ​ມະ­ນີ ຍິງ​ໄດ້ 618 ຄະ­ແນນ ແລະ ທີ 7 ທ້າວ ປານ ດວງ​ປະ­ເສີດ ຍິງ​ໄດ້ 604 ຄະ­ແນນ ສ່ວນ​ຄັ້ງ​ທີ 2 ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ 12 ຄົນ ຍິງ 1 ຄົນ ຜົນ​ປາ­ກົດ​ວ່າ: ທີ 1 ທ້າວ ຫົງ​ພະ­ຈັນ ດາ­ລາ​ວົງ ຍິງ​ໄດ້ 900 ຄະ­ແນນ ທີ 2 ທ້າວ ທຽນ​ອີ້ ຍິງ​ໄດ້ 869 ຄະ­ແນນ ທີ 3 ທ້າວ ສຸ​ນັນ ວັດ­ທະ­ນະ​ບູນ ຍິງ​ໄດ້ 863 ຄະ­ແນນ ທີ 4 ທ້າວ ສິງ​ຄຳ ສີ​ປະ­ເສີດ ຍິງ​ໄດ້ 729 ຄະ­ແນນ ທີ 5 ນາງ ກົງ​ຄຳ ບົວ​ແສງ​ພະ­ຈັນ ຍິງ​ໄດ້ 667 ຄະ­ແນນ ທີ 6 ທ້າວ ຕົ້ນ​ຄຳ ເມືອງ​ມະ­ນີ ຍິງ​ໄດ້ 655 ຄະ­ແນນ ທີ 7 ທ້າວ ສຸ​ພອນ​ສາ ນິ­ຍົມ ຍິງ​ໄດ້ 648 ຄະ­ແນນ ແລະ ທີ 8 ທ້າວ ອາ​ໂນ​ໄທ ເມືອງ​ມະ­ນີ ຍິງ​ໄດ້ 637 ຄະ­ແນນ.

ຂະ­ນະ​ທີ່​ຄັ້ງ​ທີ 3 ທີ 1 ທ້າວ ສຸ​ນັນ ວັດ­ທະ­ນະ​ບູນ ຍິງ​ໄດ້ 100 ຄະ­ແນນ ທີ 2 ທ້າວ ທຽນ ອີ້ ຍິງ​ໄດ້ 93 ຄະ­ແນນ ທີ 3 ທ້າວ ສິງ​ຄຳ ສີ​ປະ­ເສີດ ຍິງ​ໄດ້ 88 ຄະ­ແນນ ທີ 4 ທ້າວ ຫົງ​ພະ­ຈັນ ດາ­ລາ​ວົງ ຍິງ​ໄດ້ 79 ຄະ­ແນນ ທີ 5 ທ້າວ ອາ​ໂນ​ໄທ ເມືອງ​ມະ­ນີ ຍິງ​ໄດ້ 70 ຄະ­ແນນ ທີ 6 ທ້າວ ສຸ​ພອນ​ສາ ນິ­ຍົມ ຍິງ​ໄດ້ 68 ຄະ­ແນນ ທີ 7 ທ້າວ ອາ­ພາ​ນະ​ກອນ ແກ້ວ​ໄຊ​ຍະ​ຈັກ ຍິງ​ໄດ້ 68 ຄະ­ແນນ ແລະ ທີ 8 ທ້າວ ຕົ້ນ​ຄຳ ເມືອງ​ມະ­ນີ ຍິງ​ໄດ້ 67 ຄະ­ແນນ.

error: Content is protected !!