ມໍລະດົກທາງດ້ານຈິດໃຈຈາກ 69 ປີແຫ່ງໄຊຊະນະ ດ້ຽນບຽນຝູ (1954 – 2023)

(VOVWORLD) ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູຈີນ (1945- 1954) ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.

ວັນທີ 7 ພຶດສະພາ ກ່ອນນີ້ 69 ປີ (ປີ 1954) ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຕີຖານທີ່ໝັ້ນດ້ານການທະຫານ ດ້ຽນບຽນຝູ ທີ່ໃຫຍ່ສຸດຢູ່ ອິນດູຈີນ ຂອງກອງທັບ ສຳພັນທະມິດ ຝຣັ່ງ ໃຫ້ປະລາໄຊ ໄຊຊະນະ ດ້ຽນບຽນຝູ ໄດ້ພາໄປເຖິງການລົງນາມໃນສັນຍາ ເຊິແນວ ຢຸດຕິສົງຄາມຢູ່ ອິນດູ ຈີນ (1945-1954) ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.

ທາງດ້ານສາກົນ ໄຊຊະນະ ດ້ຽນບຽນຝູ ຍັງສ້າງແຫຼ່ງອາລົມທີ່ໃຫຍ່ຫຼວງ ສົ່ງຜົນສະທ້ອນຢ່າງແຮງເຖິງຂະບວນການປົດປ່ອຍ ຊາດໃນທົ່ວໂລກ ພິເສດແມ່ນຢູ່ບັນດາປະເທດຂຶ້ນກັບທະວີບອາຟະລິກາ.

ທ່ານ ເລແທັ່ງໂດ ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ກ່າວ​ວ່າ: ພາຍຫຼັງໄລຍະ 69 ປີ ດ້ຽນບຽນຝູ ພວມ ສຸມໃສ່ເສີມຂະຫຍາຍຄຸນຄ່າສຳຄັນເຂດປູຊະນີຍະຖານສະໜາມຮົບ ດ້ຽນບຽນຝູ ເພື່ອກາຍເປັນທ່າແຮງໃນການພັດທະນາ ເສດຖະກິດ ໄລ່ສະເພາະ 3 ເດືອນຕົ້ນປີ 2023 ຄາດວ່າ ຈຳນວນແຂກທ່ອງທ່ຽວໄປທ່ອງຢູ່ແຂວງ ດ້ຽນບຽນ ບັນລຸ 300.000 ເທື່ອຄົນ ເພີ່ມຂຶ້ນເກືອບ 10 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນ ລຸກວ່າ 525 ຕື້ດົ່ງ (ເພີ່ມຂຶ້ນເກືອບ 11 ເທົ່າເມື່ອທຽບໃສ່ໄລຍະດຽວກັນ).

ເພື່ອຍູ້ແຮງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກສະໜາມຮົບ ດ້ຽນບຽນຝູ ໃຫ້ສົມກັບການຮັບໃຊ້ ພັດທະນາການທ່ອງທ່ຽວ ແຂວງດ້ຽນບຽນໄດ້ ແລະ ພວມເສີມຂະຫຍາຍບັນດາແຫຼ່ງກຳລັງ ເພື່ອບູລະນະປະຕິສັງຂອນບັນ ດາເຂດປູຊະນີຍະສະຖານປະຫວັດສາດນີ້ ທັງມີລັກສະນະສຶກສາມູນເຊື້ອ ທັງສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ດູດ ດື່ມ ໃຫ້ແກ່ແຂວງດ້ຽນບຽນ.

error: Content is protected !!