8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ

    ເນື່ອງໃນໂອກາດ ວັນກາແດງ ແລະ ຊີກວົງເດືອນແດງສາກົນ 8 ພຶດສະພາ 2023 ພາຍໃຕ້ຫົວຂໍ້: “ ທຸກສິ່ງທຸກຢ່າງພວກເຮົາເຮັດດ້ວຍໃຈ ” ເມື່ອຫວນຄືນປະຫວັດສາດຂອງໂລກ 1OO ກວ່າປີຄືນຫຼັງ ຫຼາຍປະເທດໃນທະວີບຢູໂຣບມີຄວາມຮຸ່ງເຮືອງສີວິໄລທີ່ສຸດໃນໄລຍະນັ້ນ ແຕ່ກໍ່ມີສົງຄາມຮຸກຮານແຍ່ງຊິງເພື່ອມີອຳນາດ ແລະ ຄອບຄອງທີດິນ ແລະ ສັບສົມບັດ ວັດຖຸດີບທີ່ມີຄ່າ ແລະ ປະເທດໃດອອ່ນແອບໍ່ຊະນະສົງຄາມກໍ່ການເປັນຫົວເມືອງຂື້ນຂອງປະເທດທີສະນະສົງຄາມ ແລະ ກໍ່ເປັນເຈົ້າອານານິຄົມ ລ່າຫົວເມືອງຂຶ້ນຂອງເຈົ້າຈັກກະພັດຕ່າງໆ.

    ໃນສະຕະວັດກວ່າ ຫຼື 163 ປີ ຜ່ານມາ (14 ມິຖຸນາ 1859) ໄດ້ມີສົງຄາມລະຫວ່າງ ທະຫານຝຣັ່ງ ແລະ ໂອຕຣິດ ຢູ່ທີ່ສະໜາມຮົບ ໂຊນເຟຣີໂນ (Battle of Solferino) ທີ່ປະເທດອີຕາລີ ໃນປັດຈຸບັນ ເຊິ່ງເຮັດໃຫ້ທະຫານບາດເຈັບ ແລະ ເສຍຊີວິດເປັນຈໍານວນ ຫຼາຍ (40.000 ຄົນ) ໂດຍບໍ່ມີພາກສ່ວນໃດຮັບຜິດຊອບປີ່ນປົວ ເບິ່ງແຍງແຕ່ຢ່າງໃດເລີຍ.

    ໃນຂະນະທີ່ມີການສູ້ຮົບກັນຢູ່ທີ່ນັ້ນ ທ່ານ ທັງຣີ ດຸຍນັງ (Henry Dunant) ເປັນນັກທຸລະກິດຊາວສະວິດ ໄດ້ເດີນທາງໄປພົບເຫັນເຫດການດັ່ງກ່າວ ແລະ ເພີ່ນໄດ້ ບັນທຶກເຫດການ ພັນລະນາເຖິງຄວາມທຸກທໍລະມານ ທີ່ຮ້າຍກາດດັ່ງກ່າວ ເຊິ່ງເອີ້ນຊື່ປຶ້ມວ່າ: ຄວາມຊົງຈຳແຫ່ງໂຊນເຟຣີໂນ (The Memory of Solferno) ແລະ ໄດ້ພິມເຜີຍແຜ່ ໄປຍັງປະເທດຕ່າງໆໃນທົ່ວໂລກ ຈາກການບັນທຶກຄວາມຊົງຈຳອັນນີ້ ໄດ້ເຮັດໃຫ້ເກີດມີ ວິໄສທັດດ້ານມະນຸດສະທຳ ແລະ ນໍາໄປສູ່ການສ້າງຕັ້ງ ສະມາຄົມ ບັນເທົາທຸກແບບສະໝັກໃຈ ເພື່ອຊ່ວຍເບິ່ງແຍງ ປິ່ນປົວ ຜູ້ບາດເຈັບໃນສົງຄາມ ໂດຍບໍ່ມີ ການຈຳແນກໃດໆ ຕໍ່ຄູ່ສັດຕູຂອງສົງຄາມໃນທີ່ສຸດກໍ່ໄດ້ພັດທະນາໄປສູ່ການສ້າງຕັ້ງ ຄະນະ ກຳມະການກາແດງສາກົນ ຂຶ້ນ ໃນວັນທີ 23 ຕຸລາ 1863 International Committee of the Red Cross (ICRC) ມາຮອດປີນີ້ໄດ້ຄົບຮອບ159 ປີ.

    ໃນໄລຍະ 1 ສະຕະວັດເຄິ່ງທີ່ຜ່ານມາ ນັບແຕ່ການລິເລີ່ມຂອງ ທ່ານ Henry Dunant ຜູ້ກໍ່ຕັ້ງ ສະມາຄົມບັນເທົາທຸກແບບສະໝັກໃຈ ໄດ້ນຳໄປສູ່ການສ້າງຕັ້ງ ຄະນະກຳມະການກາແດງສາກົນ ໃນວັນທີ 23 ຕຸລາ 1863 (ICRC) ໄດ້ມີການຂະຫຍາຍຕົວ ການສ້າງຕັ້ງອົງການກາແດງ ແຫ່ງຊາດຂຶ້ນໃນບັນດາປະເທດຕ່າງໆ (National Society) ແລະ ຫຼັງສົງຄາມໂລກຄັ້ງທີ I ( 1914-1918) ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ພຶດສະພາ 1919 (International Federation of Red Cross and Red Crescent -IFRC) ພາຍໃຕ້ແນວຄວາມຄິດທີ່ວ່າ ອາສາສະໝັກ ບໍ່ພຽງແຕ່ຈະມີສະເພາະໃນເວລາທີ່ມີ ສົງຄາມ ໃນຍາມສະຫງົບກໍ່ຄວນມີເຊັ່ນດຽວກັນ ເພື່ອຍົກລະດັບສຸຂະພາບຂອງປະຊາຊົນ ພາຍໃນປະເທດ ໃນໄລຍະສົງຄາມ ກໍ່ມີການລະບາດຂອງພະຍາດໄຂ້ຫວັດຢູ່ຢູໂຣບຕາເວັນອອກ ຕໍ່ມາກໍ່ມີໄພອຶດຫິວຢູ່ລັດເຊຍ ປີ 1921 ແຜ່ນດິນໄຫວຮ້າຍແຮງຢູ່ຍີ່ປຸ່ນ ປີ 1923 ມາຮອດປັດຈຸບັນທົ່ວໂລກໄດ້ມີ ສະພາກາແດງ ແລະ ຊີກວົງເດືອນ ແດງແຫ່ງຊາດ 192 ປະເທດ ໂດຍນຳໃຊ້ກາກະບາດ ສີແດງເທິງພື້ນສີຂາວ ຫຼື ຊີກວົງເດືອນ ແດງເທິງພື້ນສີຂາວ ເປັນເຄື່ອງ ໝາຍເພື່ອປົກປ້ອງ ແລະ ເຂົ້າໄປຊ່ວຍເຫຼືອບັນເທົາທຸກ ໃນເວລາທີ່ເກີດມີ ຂໍ້ຂັດແຍ່ງ ລະຫວ່າງປະເທດ ຫຼື ພາຍໃນປະເທດ ຊຶ່ງໄດ້ລະບຸໄວ້ໃນ “ ສົນທິສັນຍາເຊີແນວ 1949 ” ແລະ ອະນຸສັນຍາ ເພີ່ມເຕີມ 2 ສະບັບ ເພື່ອແກ້ໄຂບັນຫາ ໃນເວລາມີຂໍ້ຂັດແຍ່ງ ຫຼື ມີການປະທະກັນ ອາສາສະໝັກກາແດງສາມາດນຳທຸງ ທີ່ເປັນເຄື່ອງໝາຍກາແດງ ສະແດງຕົວ ເພື່ອໃຫ້ຖືກປົກປ້ອງ ບໍ່ໃຫ້ຝ່າຍໃດທໍາລາຍອາສາສະໝັກກາແດງ ເພື່ອໃຫ້ ເຂົາເຈົ້າສາມາດໄປຊ່ວຍບັນເທົາທຸກຜູ້ບາດເຈັບໃນສົງຄາມ ແລະ ໄພພິບັດຕ່າງໆ.

    ສະນັ້ນກາແດງ ແລະ ຊີກວົງເດືອນເດືອນແດງສາກົນ (IFRC) ແມ່ນເຄືອຂ່າຍ ມະນຸດສະທຳ ທີ່ໃຫຍ່ທີ່ສຸດຂອງໂລກ ແລະ ໄດ້ມີຂະບວນການເຄື່ອນໄຫວຕາມ 7 ຫຼັກການພື້ນຖານຄື: ມະນຸດສະທໍາ ທ່ຽງທຳ ເປັນກາງ ເປັນເອກະລາດ ສະໜັກໃຈ ເປັນເອກະພາບ ແລະ ມີນໍ້າໃຈສາກົນ.

    ວັນທີ 8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ກົງກັບວັນເກີດຂອງທ່ານ ຮັງຣີດູນັງ (Henry Dunant) ຜູ້ກໍ່ຕັ້ງອົງການກາແດງສາກົນ ເພິ່ນເກີດເມື່ອ ວັນທີ 8 ພຶດສະພາ 1828 ທີ່ເມືອງເຈເນວາ ປະເທດສະວິດ ເພີ່ນໄດ້ຮັບລາງວັນ Nobel ສາຂາສັນຕິພາບ ຜູ້ທຳອິດຂອງໂລກ.

    ພາຍຫຼັງສົງຄາມໂລກຄັ້ງທີ2 ໃນປີ 1949 ໄດ້ມີການສະເໜີທີ່ກອງປະຊຸມໃຫຍ່ ຂອງສະຫະເປັນກາ ແດງ ຄັ້ງທີ 14 ທີ່ໂຕກຽວ ປະເທດຢີ່ປຸ່ນ ເພື່ອຮັບຮອງເອົາວັນກາແດງສາກົນ ໂດຍມີຈຸດປະສົງໃຫ້ອົງການກາແດງໃນທົ່ວໂລກ ໄດ້ຈັດພິທີສະເຫຼີມສະຫຼອງ ໃນວັນດຽວກັນ 2 ປີ ຕໍ່ມາ ພາຍຫຼັງໄດ້ມີການຮັບຮອງຂອງຄະນະກໍາມະການ ວັນກາແດງສາກົນໄດ້ຖືກສະເຫຼີມສະຫຼອງເປັນຄັ້ງທໍາອິດ ທົ່ວໂລກ ໃນວັນທີ 8 ພຶດສະພາ 1948 ແລະ ຕໍ່ມາ ປີ1984 ຈຶ່ງປ່ຽນຊື່ວ່າ “ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ” ຈາກນັ້ນມາ ວັນທີ 8 ພຶດສະພາ ຂອງທຸກປີ ຖືວ່າແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ເປັນວັນສະເຫຼີມສະຫຼອງຫຼັກການ ຄຸນຄ່າ ປະຫວັດສາດ ແລະ ຜົນສະທ້ອນ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ເປັນວັນສາກົນ.

    ເພື່ອສະເຫຼີມສະຫຼອງຄວາມເປັນເອກະພາບ ແລະ ຄວາມສາມັກຄີ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໃນວຽກງານມະນຸດສະທຳ ແຕ່ລະປີຈະໄດ້ມີຫົວຂໍ້ສໍາຄັນ ຫຼື ຄຳຂວັນປຸກລະດົມນ້ຳໃຈຂອງນັກເຄື່ອນໄຫວມະນຸດສະທຳ.

    ທ່ານ Henry Dunant ໃນຄອບຄົວຂອງທ່ານມີພີນ້ອງ 3 ຄົນ ພໍ່ຂອງລາວມີແນວຄິດຊ່ວຍເຫຼືອເດັກກຳພ້າສ່ວນແມ່ຂອງລາວແມ່ນເຮັດວຽກຊ່ວຍເຫຼືອຄົນເຈັບ ແລະ ຄົນທຸກຍາກ ທ່ານເປັນນັກຂຽນ ເປັນຄູສອນ ທ່ານເປັນນັກເຄື່ອນໄຫວສັງຄົມ ມີວິໃສທັດທີ່ກ້ວາງໄກ້ ຊື່ສຽງຜົນງານຂອງທ່ານໄດ້ເຂົ້າພີພິຕະພັນມໍລະດົກໂລກ

    ສໍາລັບປີນີ້ ຄະນະກໍາມະການກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຍົກເອົາກາສະແດງຮູບພາບຄວາມເມດຕາຕໍ່ເພື່ອນມະນຸດ ແລະ ປຸກລະດົມ ໃຫ້ກຳລັງໃຈ ໃຫ້ທຸກຄົນໃນທົ່ວໂລກ ມີນ້ຳໃຈເມດຕາ ຕໍ່ເພື່ອນມະນຸດດ້ວຍກັນ ໂດຍມີຫົວຂໍ້ວ່າ: ພວກເຮົາທຸກຄົນມີຄວາມເມດຕາເພື່ອນມະນຸດດ້ວຍກັນ ປະຊາຄົມທົ່ວໂລກຮັບຮູ້ວ່າ ໂລກນີ້ປະເຊີນກັບໄພພິບັດ ເຊັ່ນ: ນ້ຳຖ້ວມ ແຫ້ງແລ້ງແລະໄພສົງຄາມແລະອື່ນໆ ໄດ້ເປັນໄພຄົ່ມຄູ່ຕໍ່ມວນມະນຸດ ແຕ່ກຳລັງແນວຄິດມະນຸດສະທຳກໍ່ໄດ້ເຈືອຈານໃນທົ່ວທຸກມູມໂລກເຂົ້າໃຫ້ການຊ່ວຍຜູ້ປະສົບໄພ ທັນກັບເວລາ.

    ແຕ່ເຖິງຢ່າງໃດກໍ່ຕາມ ປະຊາຄົມຍັງມີຄວາມຫວັງຄວາມເປັນມະນຸດ ແລະ ຫຼາຍຢ່າງ ທີ່ຈະພົບເຫັນ ໃນຮູບແບບຂອງການກະທໍາຂອງຄວາມເມດຕາ ການກະທຳຂອງຄວາມເມດຕາແມ່ນຢູ່ອ້ອມຮອບພວກເຮົາ ບໍ່ວ່າມັນຈະນ້ອຍ ຫຼື ໃຫຍ່ມັນຈະເຮັດໃຫ້ມີການຫັນປ່ຽນຢ່າງຫຼວງຫຼາຍໃນຊີວິດຂອງປະຊາຊົນ ພວກເຮົາເຊື່ອໝັ້ນວ່າການກະທຳຂອງຄວາມເມດຕາ ປະຊາຄົມໂລກ ສະນັ້ນ ວັນກາແດງ ແລະ ຊີກວົງເດືອນແດງສາກົນປີນີ້ ພວກເຮົາຈຶ່ງສະເຫຼີມສະຫຼອງການກະທໍາທຸກປະເພດ ຂອງ ຄວາມເມດຕາ ແລະ ສະແດງໃຫ້ເຫັນ ວິທີການຮ່ວມມືກັນ ມັນຈະມີຜົນກະທົບທົ່ວໂລກ ສະນັ້ນ ຄວາມຫວັງທີ່ຖືກຕັ້ງຂຶ້ນ ກໍ່ແມ່ນພວກເຮົາທຸກຄົນ ສາມາດເປັນຜູ້ມີນ້ຳໃຈ ເມດຕາຕໍ່ເພື່ອນມະນຸດດ້ວຍກັນ ຈະໜ້ອຍ ຫຼື ຫຼາຍ ນ້ອຍ ຫຼື ໃຫຍ່ ລ້ວນແລ້ວແຕ່ມີ ຄວາມ   ໝາຍຄວາມສໍາຄັນ ແຜ່ເມດຕາຈາກຄົນໜຶ່ງທີ່ມີເງື່ອນໄຂ ໄປສູ່ອີກຄົນໜຶ່ງທີ ດ້ອຍໂອກາດໃນຊຸມຊົນ ທັງຕົວເມືອງ ແລະ ຊົນນະບົດ.

    ສະເພາະອົງການກາແດງແຫ່ງຊາດລາວ ສ້າງຕັ້ງຂຶ້ນ ໃນວັນທີ 1 ມັງກອນ 1965 ຖືກຮັບຮູ້ຈາກ ຄະນະກໍາມະການກາແດງສາກົນ ໃນວັນທີ 23 ພຶດສະພາ 1957 ແລະ ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (FCS) ໃນວັນທີ 25 ຕຸລາ 1957 ໂດຍກອງປະຊຸມໃຫຍ່ ຄັ້ງທີ 24 ຂອງບັນດາອົງການກາແດງ ຢູ່ນິວແຄນ ປະເທດອິນເດຍ ອົງການກາແດງແຫ່ງຊາດລາວ ເປັນອົງການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ ກົດໝາຍ ແລະ 7 ຫຼັກການພື້ນຖານ ຂອງຂະບວນການກາແດງ ຊີກວົງເດືອນແດງສາກົນ ໂດຍມີປະຫານປະເທດ ເປັນປະທານກິດຕິມະສັກ ມີຖານະເທົ່າກັບອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມອື່ນ ມີພາລະບົດບາດໃນການຈັດຕັ້ງວຽກງານມະນຸດສະທຳ ປະຕິບັດຜົນການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສ້າງສະພາບແວດລ້ອມທີ່ມີຄວາມສົມດູນ ກົມກຽວກັນ ສາມັກຄີປອງດອງໃນສັງຄົມ ມີການເຂົ້າຮ່ວມຂອງສັງຄົມ ເຊິ່ງລວມມີ ແລະ ວຽກງານສຳຄັນ ເປັນຕົ້ນ: 1 ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ 2 ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະສະໜອງເລືອດທີ່ປອດໄພ 3 ການສົ່ງເສີມສຸຂະພາບຂັ້ນພື້ນຖານ 4 ການປະຖົມພະຍາບານ 5 ການກູ້ໄພສຸກເສີນ 6 ການໂຄສະນາຂົນຂວາຍແຫຼ່ງທຶນ 7 ການສ້າງສະມາຊິກ ແລະ ອາສາສະໝັກກາແດງ 8 ການສືບທາວຫາຍາດພີ່ນ້ອງ ແລະ 9 ການພົວພັນ ແລະ ການຮ່ວມມືສາກົນ.

    ອົງການກາແດງແຫ່ງຊາດລາວ ພ້ອມແລ້ວທີ່ຈະເຮັດວຽກງານມະນຸດສະທຳ ຕາມພາລະບົດບາດຂອງຕົນ ເພື່ອສ້າງ ແລະ ສົ່ງເສີມຄຸນຄ່າດ້ານມະນຸດສະທຳ ໂດຍບໍ່ຈຳແນກ ການປະຕິບັດຢູ່ໃນສັງຄົມລາວ ເປັນຂົວຕໍ່ນໍາເອົາຄວາມເມດຕາ ນ້ຳໃຈ ຈາກຜູ້ໃຈບຸນທັງຫຼາຍສົ່ງໄປຮອດໄປເຖິງຜູ້ທີ່ຂາດແຄນ ອ່ອນນ້ອຍ ດ້ອຍໂອກາດ.

    ຂໍສະແດງຄວາມຍ້ອງຍໍເນື່ອງໃນວັກາແດງ ແລະ ຊີກວົງເດືອນແດງສາກົນນີ້ ຂໍຊົມເຊີຍຕໍ່ພະນັກງານສະມາຊິກ ອາສາສະໝັກກາແດງທັງຫຼາຍ ທີ່ໄດ້ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ ດ້ວຍຄວາມເສຍສະຫຼະ ຊຶ່ງພວກເຂົາເຈົ້າເຫຼົ່ານັ້ນເຮັດວຽກຢູ່ໃນແຖວໜ້າ ຢູ່ໃນສະຖານະການທີ່ຫຍຸ້ງຍາກ ແລະເອົາໃຈໃສ່ມີຄວາມຮັບຜິຊອບສູງ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ບຸກຄົນ ນິຕິບຸກຄົນ ທັງລາວ ແລະ ຕ່າງປະເທດ ທີ່ໄດ້ມີນໍ້າໃຈ ເມດຕາ ສະຫຼະວັດຖຸປັດໄຈ ປະກອບສ່ວນຊຸກຍູ້ສົ່ງເສີມວຽກງານມະນຸດ ສະທຳ ຂອງອົງການກາແດງແຫ່ງຊາດລາວ.     ຂໍອວຍພອນມາຍັງຜູ້ນຳພັກ-ລັດຖະບານ ບັນດາທ່ານ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ.

error: Content is protected !!