ນາຍົກລັດຖະມົນຕີ ພົບປະກັບຜູ້ນຳປະເທດເພື່ອນມິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງ ສະຫນາມບິນສາກົນ ເມືອງລາບວນ ບາໂຈ​ ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 9 ພຶດສະພາ 2023 ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ທີ່ຈະ ມີຂຶ້ນໃນວັນທີ 10-11 ພຶດສະພາ 2023 ຕາມຄໍາເຊື້ອເຊີນຂອງ ພະ​ນະທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ອິນໂດເນເຊຍ ໃນຖານະເປັນປະທານອາຊຽນ ປີ 2023.​

ໃນຕອນແລງຂອງວັນ​ດັ່ງ​ກ່າວ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ ພົບປະສອງຝ່າຍກັບ ພະນະທ່ານ ໂຈໂກ ວີໂດໂດ​ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນການພົບປະ ພະ ນະ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການເຊື້ອເຊີນມາເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳ ອາຊຽນ ເປັນຄັ້ງທຳອິດ ພາຍຫຼັງທີ່ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມນີ້ ກໍສະແດງຄວາມເຊື່ອ​ໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງ ພະ​ນະທ່ານ ໂຈໂກ ວິໂດໂດ ການເປັນປະ ທານອາຊຽນອາຊຽນຂອງອິນໂດເນເຊຍ ໃນປີ 2023 ນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ.

ພ້ອມນີ້ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ອິນໂດເນເຊຍ ທີ່ສືບຕໍ່ຮັກສາໄດ້ການພົວພັນທີ່ດີນຳກັນຕະ ຫຼອດມາ ສອງຝ່າຍ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໄດ້ມີການຮ່ວມມື ແລະ ໃຫ້ການສະໜັບ ສະໜູນຊ່ວຍເຫຼືອກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ພ້ອມນີ້ ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບກັນ ຈະເພີ່ມທະວີຊຸກຍູ້ການພົວພັນຮ່ວມມືກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ການຄ້າ-ການລົງທຶນ ການສົ່ງເສີມ ການຮ່ວມມືສອງຝ່າຍພາກເອກະຊົນ ດ້ານພະລັງງານເຊື້ອໄຟ ການພັດທະນາໂຄງລ່າງການເຊື່ອມໂຍງ-ເຊື່ອມຈອດ ການທ່ອງ ທ່ຽວ ແລະ ອື່ນໆ ຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປະສານສົມທົບກັນເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງການນຳສອງປະເທດ ໄດ້ເຫັນດີແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ມີຫມາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດມາສູ່ປະ ຊາຊາດສອງປະເທດ ລາວ-ອິນໂດເນເຊຍ​ ສອງຝ່າຍ ເຫັນດີໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບ ການຮ່ວມມືອາຊຽນ ອາເຊັມ ສປຊ ແລະ ອື່ນໆ ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັັດຢ່າງຈົບງາມ.

ໃນວັນດຽວກັນ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຕາອຸລ ມາຕັນ ຣວກ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເຊິ່ງ ສອງຝ່າຍ ເຫັນດີຈະເພີ່ມທະວີການພົວພັນຮ່ວມມື ດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນຕື່ມ ພ້ອມນີ້ ກໍໄດ້ປຶກສາຫາລືກັນ ກ່ຽວກັບການຈັດຕັ້ງ ກົນໄກການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນ ການຈັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JC) ປຶກສາຫາລື ກ່ຽວກັບ ການແລກປ່ຽນທີ່ດິນເພື່ອປຸກສ້າງສະຖານທູດຂອງກັນ ແລະ ກັນ ເພື່ອເຮັດຫນ້າທີ່ເປັນຂົວຕໍ່ລະ ຫວ່າງສອງຝ່າຍ ໂດຍສະເພາະການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ນັບມື້ແໜ້ນ ແຟ້ນຍິ່ງຂຶ້ນໃນຕໍ່ໜ້າ.

ສປປ ລາວ ໄດ້ໃຫ້ການສະໜັບສະໜູນ ຕີມໍ ເລສເຕ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ຍິນດີຈະແລກປ່ຽນບົດຮຽນ ກ່ຽວກັບ ການເຂົ້າເປັນສະມາຊິກອາຊຽນ ໃຫ້ແກ່ຝ່າຍ ຕີມໍ-ເລສເຕ ເຊິ່ງຈະເປັນປະໂຫຍດໃນການກະກຽມຄວາມພ້ອມດ້ານ ຕ່າງໆ ກໍຄື ການຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອກ້າວໄປສູ່ການເປັນສະມາຊິກຂອງຄອບຄົວອາຊຽນຢ່າງສົມບູນ ໃນຂະ ນະດຽວກັນ ພະນະທ່ານ ຕາອຸລ ມາຕັນ ຣວກ ກໍໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະ ໜັບສະໜູນ ຕີມໍ-ເລສເຕ ໃນການເຂົ້າເປັນສະມາຊິກຂອງຄອບຄົວອາຊຽນ ພ້ອມນີ້ ກໍໄດ້ເຫັນດີໃຫ້ມີການພົບປະແລກປ່ຽນ ການຢ້ຽມຢາມສອງຝ່າຍໃນໂອກາດທີ່ມີຄວາມສະດວກນຳກັນ.

error: Content is protected !!