SEATCA ຍົກລະດັບຄວາມຮູ້ໃຫ້ສື່ມວນຊົນອາຊຽນເພີ່ມທະວີໂຄສະນາຄວບຄຸມຢາສູບ

   ສະມາພັນຄວບຄຸມຢາສູບອາຊຽນ (SEATCA ) ໄດ້ຈັດເຝິກອົບຮົມໃຫ້ຄວາມຮູ້ແກ່ສື່ມວນຊົນປະເທດອາຊຽນ ພາຍໃຕ້ໂຄງການ SEATCA Media Fellowship ຂຶ້ນໃນວັນທີ 9-10 ພຶດສະພາ 2023 ທີ່ແຂວງ ຊຽງໃໝ່ ປະເທດໄທ ມີ ທ່ານ ດຣ Ulysess Dorotheo ຜູ້ອຳນວຍການໃຫຍ່ສະມາພັນຄວບຄຸມຢາສູບອາຊຽນ ພ້ອມດ້ວຍ ຄູເຝິກຈາກ ສະມາພັນຄວບຄຸມຢາສູບອາຊຽນ ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ດຣ Ulysess Dorotheo ໄດ້ກ່າວວ່າ: ປັດຈຸບັນທົ່ວໂລກໄດ້ຮ່ວມກັນເຮັດວຽກຢ່າງເອົາໃຈໃສ່ໃນວຽກງານຄວບຄຸມຢາສູບເພື່ອສະແດງໃຫ້ເຫັນເຖິງຍຸດທະສາດທີ່ແອບແຝງຂອງອຸດສະຫະກຳຢາສູບ ພ້ອມນັ້ນ ກໍໄດ້ເພີ່ມທະວີໂຄສະນາຜົນຮ້າຍຂອງຜະລິດຕະພັນຢາສູບ ລວມທັງອຸປະກອນຢາສູບເອເລັກໂຕຼນິກ ກໍຄື ຢາສູບໄຟຟ້າ ເຊິ່ງ ສື່ມວນຊົນເປັນກະບອກສຽງທີ່ສຳຄັນໃນການໂຄສະນາຕໍ່ວຽກງານດັ່ງກ່າວເພື່ອໃຫ້ສັງຄົມ ກໍຄື ໄວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາສູບໂດຍສະເພາະຢາສູບໄຟຟ້າ ເມື່ອສູບດົມເອົາສານນິໂກຕິນເຂົ້າໄປແລ້ວແມ່ນຈະສົ່ງຜົນຕໍ່ສຸຂະພາບຂອງຜູ້ສູບ ແລະ ຜູ້ຢູ່ໃກ້ຄຽງ ອາດເຮັດໃຫ້ນຳມາສູ່ພະຍາດທີ່ຮ້າຍແຮງໂດຍສະເພາະແມ່ນພະຍາດມະເຮັງປອດ.

      ໃນການເຝິກອົບຮົມໃນສອງວັນນີ້ ສື່ມວນຊົນແມ່ນໄດ້ຮັບຮູ້ກ່ຽວກັບ1.ຄືບໜ້າ ແລະ ສິ່ງທ້າທາຍໃນການປົກປ້ອງສາທາລະນະສຸກຈາກາກນນຳໃຊ້ຢາສູບໃນບັນດາປະເທດອາຊຽນ 2. ຢາສູບບໍ່ແມ່ນອາຫານ 3.ລາຍໄດ້ທຽບກັບການສູນເສຍຈາກຢາສູບ 4. ອຸປະກອນສູບຢາເອເລັກໂຕຣນິກ ແລະ ໄພອັນຕະລາຍຂອງຢາສູບໄຟຟ້າ 5.ການຈັດຕັ້ງປະຕິບັດຂອງທົ່ວໂລກໃນການຄວບຄຸມຢາສູບໄຟຟ້າ ແລະ ບົດຮຽນການຈັດຕັ້ງປະຕິບັດນະໂຍບາຍສາທາລະນະທີ່ກ່ຽວຂ້ອງກັບຢາສູບໄຟຟ້າຂອງປະເທດອາຊຽນ 6.ບົດຮຽນໃນການຈັດຕັ້ງປະຕິບັດການລິເລີ່ມບໍ່ໃຫ້ມີຢາສູບສະເໜີໂດຍອົງການອະນາໄມໂລກອິນໂດເນເຊຍ 7. ການປະຕິບັດໃນທົ່ວໂລກກ່ຽວກັບການຄວບຄຸມຢາສູບໄຟຟ້າ ແລະ ການຈັດຕັ້ງປະຕິບັດນະໂຍບາຍຄວບຄຸມຢາສູບໄຟຟ້າທີ່ເຂັ້ມງວດຂອງບັນຍາປະເທດອາຊຽນ 8.ກ້າວໄປຂ້າງໜ້າໃນການປົກປ້ອງໄວໜຸ່ມຈາກສິ່ງເສບຕິດນິໂກຕິນ ຫຼັງຈາກນັ້ນກໍເປີດໂອກາດໃຫ້ບັນດາສື່ມວນຊົນປະເທດອາຊຽນທີ່ເຂົ້າຮ່ວມຂຶ້ນສະເໜີແຜນໃນການໂຄສະນາໃນວຽກງານຄວບຄຸມຢາສູບ ນັ້ນກໍເພື່ອພ້ອມກັນເປັນກະບອກສຽງໃຫ້ປະຊາຊົນໄດ້ຮັບຮູ້ເຖິງຜົນຮ້າຍຂອງຜະລິດຕະພັນຢາສູບ ແລະ ຫັນມາຢຸດເຊົາຢາສູບນັບມື້ນັບຫຼຸດລົງ.       ໃນໂອກາດເຝິກອົບຮົມໃນຄັ້ງນີ້ທາງສະມະພັນຄວບຄຸມຢາສູບອາຊຽນກໍໄດ້ນຳພາຄະນະສື່ມວນຊົນເດີນທາງທັດສະນະສຶກສາຢູ່ພິພິທະພັນເກົາໄມ້ ເຊິ່ງ ໃນອະດີດເຄີຍເປັນໂຮງບົ່ມໃບຢາສູບ ປັດຈຸບັນໄດ້ປັບປ່ຽນມາເປັນພິຕະພັນ ແລະ ຣີສອດ.

error: Content is protected !!