ສົກຮຽນ 2023-2024 ວິທະຍາໄລເຊີນລາ ສະໜອງທຶນການສຶກສາ ໃຫ້ພະແນກ ສກຂ ຫຼວງພະບາງ ຈຳນວນ 35 ທຶນ

    ພະແນກສຶກສາທິການ ແລະ ກີລາແຂວງ (ສກຂ) ຫຼວງພະບາງ ສປປ ລາວ ແລະ ວິທະຍາໄລເຊີນລາ ແຂວງເຊີນລາ ສສ ຫວຽດນາມ ໄດ້ພົບປະ ປຶກສາຫາລືຮ່ວມມືດ້ານການສຶກສາ ໃນວັນທີ 11 ພຶດສະພາ 2023 ທີ່ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໂດຍມີ ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກ ສກຂ ຫຼວງພະບາງ ແລະ ທ່ານ ຫງວຽນ ຊວນທັງ ຮອງຜູ້ອໍານວຍການວິທະຍາໄລເຊີນລາ ແຂວງເຊີນລາ ສສ ຫວຽດນາມ ມີຫົວໜ້າ ຮອງຫົວໜ້າຂະແໜງ ສູນ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໃນພິທີ ທັງສອງຝ່າຍໄດ້ຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໄລຍະ 2023-2025 ເລີ່ມແຕ່ປີ 2022 ມາຮອດປັດຈຸບັນ ວິທະຍາໄລເຊີນລາ ໄດ້ຮັບນັກສຶກສາ ແລະ ພະນັກງານໃນການກໍ່ສ້າງພາສາຫວຽດໃຫ້ຊັບພະຍາກອນມະນຸດແຂວງຫຼວງພະບາງ ຈໍານວນ 356 ຄົນ ໃນນັ້ນທຶນໃນແຜນ 324 ຄົນ ສ່ວນຕົວ 32 ຄົນ ສົກຮຽນ 2022-2023 ແຂວງຫຼວງພະບາງ ໄດ້ສົ່ງພະນັກງານ ແລະ ນັກສຶກສາ ມາຮຽນພາສາຫວຽດນາມ ຈໍານວນ 45 ຄົນ (ໃນນີ້ນັກຮຽນທົ່ວໄປກຽມພາສາ 20 ຄົນ ພະນັກງານ 15 ຄົນ ກຳລັງປະກອບອາວຸດ 10 ຄົນ) ອະດີດນັກສຶກສາສ່ວນຫຼາຍຫຼັງຈາກຈົບວິຊາສະເພາະລ້ວນແຕ່ມີວຽກເຮັດງານທຳທີ່ໝັ້ນຄົງ ມີຄວາມສາມາດດ້ານວິຊາສະເພາະ ມີຕຳແໜ່ງງານ ມີບົດບາດສຳຄັນໃນສຳນັກງານຕ່າງໆຂອງແຂວງ.

    ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ທາງວິທະຍາໄລເຊີນລາ ສສ ຫວຽດນາມ ໄດ້ສະເໜີໃຫ້ພະແນກ ສກຂ ຫຼວງພະບາງ ໃນການຄັດເລືອກເອົານັກສຶກສາ ເພື່ອຮຽນຕໍ່ທີ່ວິທະຍາໄລດັ່ງກ່າວ ຕາມແຜນປະຈຳສົກຮຽນ 2023-2024 ໃນຈຳນວນ 35 ທຶນ (ໃນນີ້ກຽມພາສາກ່ອນເຂົ້າສາຍ 20 ທຶນ ແລະ ພະນັກງານຮຽນພາສາຫວຽດ 9 ເດືອນ ຈຳນວນ 15 ທຶນ) ສ່ວນທຶນສ່ວນຕົວແມ່ນບໍ່ຈຳກັດ ສໍາລັບສາຍວິຊາຮຽນໃນສົກຮຽນ 2023-2024 ປະກອບມີ ຊັ້ນສູງ ເຕັກໂນໂລຊີ ຂໍ້ມູນຂ່າວສານ ເຕັກນິກໄຟຟ້າ-ເອເລັກໂຕຼນິກ ນໍາທ່ຽວ ກົດໝາຍບໍລິຫານລັດ ປ່າໄມ້ ລ້ຽງສັດ-ສັດຕະວະແພດ.

error: Content is protected !!