ຕົວແທນນັກຮຽນເກ່ງຊັ້ນປະຖົມປີທີ 5 ທົ່ວປະເທດ ຈໍານວນ 100 ຄົນ ເຂົ້າຮ່ວມເດີນທາງໄປທັດສະນະສຶກສາທີ່ ສປ ຈີນ

    ພິທີຈັດສົ່ງຂະບວນນັກຮຽນປະຖົມສຶກສາລາວ ໂດຍການຈັດຕັ້ງປະຕິບັດຮ່ວມກັນລະຫວ່າງກະຊວງ ສຶກສາທິການ ແລະ ກີລາ (ສສກ) ສະຖານທູດຈີນ ປະຈໍາລາວ ສະຖານທູດລາວ ປະຈໍາ ສປ ຈີນ ແລະ ການສະໜັບສະໜູນໂດຍ ສະຫະພັນເພື່ອການກຸສົນແຫ່ງປະເທດຈີນ (CHINA CHARITY FEDERATION) ຈັດຂຶ້ນວັນທີ 22 ພຶດສະພາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍມີ ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ທ່ານ ຜູ້ຕາງໜ້າສະຫະພັນເພື່ອການກຸສົນ ສປຈີນ ຄະນະນໍາຈາກກະຊວງ ສສກ ຈາກບັນດາແຂວງ/ນະຄອນຫຼວງ ຜູ້ປົກຄອງ ແລະ ນັກຮຽນ ທີ່ເປັນຕົວແທນໃຫ້ນັກຮຽນລາວ ທົ່ວປະເທດ ເຂົ້າຮ່ວມ.

    ເພື່ອຕອບສະໜອງຕາມການເຊື້ອເຊີນຂອງສະຫະພັນເພື່ອການກຸສົນ ແຫ່ງປະເທດ ສປ ຈີນ ໄດ້ຈັດໂຄງການ ໃຫ້ນັກຮຽນລາວຊັ້ນປະຖົມສຶກສາ ປີທີ 5 ເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຮ່ວມກັບນັກຮຽນຈີນ ແລະ ທັດສະນະສຶກສາຢູ່ 6 ຕົວເມືອງຂອງ ສປ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 62 ປີ ແລະ ອີງຕາມການອະນຸມັດຈາກກະຊວງການຕ່າງປະເທດ ແລະ ການຕົກລົງເຫັນດີຂອງຄະນະນໍາກະຊວງສຶກສາທິການ ແລະ ກີລາ (ສສກ).

    ໄລຍະຂອງການກຳເນີນກິດຈະກຳລະຫວ່າງ ວັນທີ 23 ພຶດສະພາ ຫາ ທີ່ 7 ມິຖຸນາ 2023 ຮ່ວມເດີນທາງໃນຄັ້ງນີ້ປະກອບມີນັກຮຽນຊັ້ນປະຖົມປີທີ 5 ໃນທົ່ວປະເທດ ຈໍານວນ 100 ຄົນ ຄະນະຮັບຜິດຊອບ ແລະ ຄູນໍາພາຈໍານວນ 25 ຄົນ ລວມທັງໝົດ 125 ຄົນ ຕາມແຜນຈະໄດ້ເດີນທາງກັບຄືນ ສປປ ລາວ ໃນວັນທີ 7 ມິຖຸນາ 2023 ເຊິ່ງໄດ້ຜ່ານການຄັດເລືອກໂດຍໃຫ້ບຸລິມະສິດແກ່ນັກຮຽນເກ່ງ ແຂວງລະ 3 ຄົນ ຄື: ວິຊາພາສາລາວ-ວັນນະຄະດີຄະນິດ ສາດ ແລະ ນັກຮຽນເກ່ງວິຊາໂລກອ້ອມຕົວ ແລະ ຜູ້ມີເງື່ອນໄຂ ຈາກໂຮງຮຽນປະຖົມແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ.

    ຈຸດປະສົງ ເພື່ອຮັດແໜ້ນສາຍພົວພັນທາງການທູດ ແລະ ການຮ່ວມມືຂອງສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນ ພາຍໃຕ້ໂຄງການ ໜຶ່ງແລວໜຶ່ງເສັ້ນທາງ “One Belt One Road”  ສົ່ງເສີມເຍົາວະຊົນລາວໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດຂອງ ສປ ຈີນ.     ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ນໍາສະຫະພັນການກຸສົນຈີນ ກໍຄືລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນກິດຈະກໍາໃນຄັ້ງນີ້ ຂອບໃຈນໍາສະຖານທູດຈີນ ປະຈໍາລາວ ທີ່ໄດ້ປະສານງານ ເອື້ອອໍານວຍຄວາມສະດວກ ເພື່ອເຮັດໃຫ້ກິດຈະກໍານີ້ໄດ້ດໍາເນີນຢ່າງສະດວກ ແລະ ພາກສ່ວນອື່ນໆ ລວມທັງພໍ່ແມ່ຜູ້ປົກຄອງນັກຮຽນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ນໍາສົ່ງລູກຫຼານເພື່ອເຂົ້າຮ່ວມກີດຈະກໍານີ້ ພ້ອມທັງເນັ້ນໃຫ້ຄະນະຮັບຜີດຊອບໃຫ້ເອົາໃຈໃສ່ປະສານສົມທົບກັບ ຝ່າຍຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຊີວິດການເປັນຢູ່ຂອງນັກຮຽນ ກຽມຄວາມພ້ອມຮອບດ້ານ ແລະ ອວຍພອນໃຫ້ ຄະນະ ກໍຄືຄູຮັບຜິດຊອບຕິດຕາມນັກຮຽນ ແລະ ນ້ອງນັກຮຽນເກ່ງທີ່ເປັນຕົວແທນນັກຮຽນປະຖົມສຶກສາລາວ ມີສຸຂະພາບເຂັ້ມແຂງ ເຂົ້າຮ່ວມກິດຈະກໍາດ້ວຍຄວາມມ່ວນຊື່ນ ແລະ ມີຜົນສໍາເລັດ.

error: Content is protected !!