ລາວ-ຈີນຫາລືການຮ່ວມມືວຽກງານການສໍາຫຼວດສ້າງແຜນທີ່ທໍລະນີສາດ

   ກອງປະຊຸມພົບປະແລກປ່ຽນບົດຮຽນເພື່ອປຶກສາຫາລືການສືບຕໍ່ໃຫ້ການຊ່ວຍເຫຼືອດ້ານສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ກັບກະຊວງຊັບພະຍາກອນທໍາມະຊາດ ສປ ຈີນ ຈັດວັນທີ 22 ພຶດສະພາ 2023   ທີ່ກະຊວງ ພບ ໂດຍເປັນປະທານຂອງທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່  ທ່ານ ລີ ຈິນຟາ  ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ສປ ຈີນ ປະທານກົມໃຫ່ຍສໍາຫຼວດທໍລະນີສາດແຫ່ງຊາດ ສປ ຈີນ  ມີບັນດາຫົວໜ້າກົມ ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

      ກອງປະຊຸມຄັ້ງນີ້ໄດ້ປືກສາຫາລື ແລະ ສະເໜີຫຼາຍຫົວຂໍ້ເປັນຕົ້ນ ການສະເໜີຂໍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ຢູ່ເຂດທີ່ຍັງບໍ່ທັນໄດ້ສ້າງ ຂອງ ສປປ ລາວ ເນື້ອທີ່ 72,196 ກິໂລຕາແມັດ ແລະ ການສໍາຫຼວດທໍລະນີຟີຊິກທາງອາກາດ ຢູ່ເຂດ 9 ແຂວງພາກເໜືອຂອງລາວ ເຊິ່ງໃນປີ 2021 ຜ່ານມາ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງ ພບ ໄດ້ສຳເລັດການສະເໜີແຜນການດັ່ງກ່າວ ໄປຍັງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມາທິການຮ່ວມມືລາວ-ຈີນ ແລະ ສະຖານທູດຈີນ ປະຈໍາ ສປປ ລາວ  ເພື່ອດຳເນີນແຜນການດັ່ງກ່າວ ພ້ອມນັ້ນຍັງໄດ້ເໜີສ້າງຖານຂໍ້ມູນ (Big Data) ຈີນ-ອາຊຽນ ໂດຍກົມທໍລະນີສາດ ແລະ ແຮ່ທາດ ໄດ້ເຊັນ MOU ກັບກົມໃຫຍ່ສໍາຫຼວດທໍລະນີສາດ ແຫ່ງຊາດຈີນ (CGS) ສຳເລັດໃນປີ 2022 ຜ່ານມາ.

    ນອກນີ້ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານການສໍາຫຼວດທໍລະນີສາດ ແລະ ການປະເມີນສະພາບແວດລ້ອມທາງທໍລະນີ ປະເມີນຊັບພະຍາກອນແຮ່ທາດ ແລະ ວາງແຜນພັດທະນາ ຄົ້ນຄວ້າຂໍ້ມູນທາງດ້ານທໍລະນີວິທະຍາສາດ ແລະ ສະເໜີໂຄງການວິທະຍາສາດຂະໜາດໃຫຍ່ (Big Data) ການນໍາໃຊ້ເຕັກໂນໂລຊີສ້າງຖານຂໍ້ມູນທາງດ້ານທໍລະນີສາດ ແລະ ແຮ່ທາດ ລະບົບຖານເກັບກໍາຂໍ້ມູນ ການນໍາໃຊ້ລະບົບເຕັກໂນໂລຊີິ ລວມທັງການຈັດການເຝີກອົບຮົມ ເພື່ອສ້າງບຸກຄະລາກອນດ້ານວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງ ພ້ອມນັ້ນກະຊວງພະລັງງານ ແລະ ບໍ່ແຮ່ ຍັງສະເໜີໃຫ້ຂໍ້ມູນຕື່ມ ກ່ຽວກັບການສ້າງສູນບໍລິການຊອກຄົ້ນຄວ້າ ສໍາຫຼວດ ແລະ ວິໄຈແຮ່ທາດ ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມື ແລະ ພັດທະນາວຽກງານດັ່ງກ່າວໃຫ້ມີຜົນສຳເລັດຍິ່ງຂຶ້ນ.

      ທ່ານ ນາງ ຈັນສະຫວາດ ບຸບຜາ ກ່າວວ່າ: ພາຍໃຕ້ການຮ່ວມມືໃນຂະແໜງທໍລະນີສາດແຮ່ທາດ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງ ຊັບພະຍາກອນທໍາມະຊາດ ສປ ຈີນ (CGS) ໂຄງການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ໄດ້ສຳເລັດການສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:200.000 ໃນເນື້ອທີ່ 16.309 ກິໂລຕາແມັດ ຫຼື ເທົ່າກັບ 6,87 % ຂອງເນື້ອທີ່ທົ່ວປະເທດ ຈໍານວນ 3 ແຜ່ນ ກວມ 5 ແຂວງພາກເໜືອຄື: ແຂວງໄຊຍະບູລີ ຫຼວງພະບາງ ບໍ່ແກ້ວ ອຸດົມໄຊ ແລະ ແຂວງວຽງຈັນ ແລະ ສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:1.000.000 ກວມເນື້ອທົ່ວປະເທດເຊິ່ງໂຄງການໄດ້ເລີ່ມປະຕິບັດປີ 2012 ແລະ ສໍາເລັດໃນປີ 2017.

    ໄລຍະສອງໂຄງການໄດ້ເລີ່ມເຊັນສັນຍາເດືອນສິງຫາ 2017 ເພື່ອສືບຕໍ່ຊ່ວຍເຫຼືອໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ມາດຕາສ່ວນ 1:200.000 ເນື້ອທີ່ 9.631 ກິໂລຕາແມັດ ຫຼື ເທົ່າກັບ 4,06% ຂອງເນື້ອທີ່ທົ່ວປະເທດ ຈໍານວນ 2 ແຜ່ນ ເຂດເມືອງບໍ່ແຕນ ແກນທ້າວ ທົ່ງມີໄຊ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ ແຂວງວຽງຈັນ ໂຄງການດັ່ງກ່າວ ມີອາຍຸສັນຍາ 5 ປີ ແລະ ຄາດວ່າການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຈະສໍາເລັດທ້າຍປີ 2024.

error: Content is protected !!