ຈັບສະຫຼາກແບ່ງສາຍ ບານເຕະເຍົາວະຊົນ 3 ຮຸ່ນ ມາສດາ ຊາເລັນຄັບ 2023

ຈັບສະຫຼາກແບ່ງສາຍເປັນທີ່ຮຽບຮ້ອຍແລ້ວການແຂ່ງຂັນເຕະບານເຍົາວະຊົນມາສດາ ຊາເລັນ ຄັບ ຄັ້ງທີ 3 ປະຈຳປີ 2023 ຫຼື Mazda Challenge  Cup 2023 ໂດຍມີ 3 ຮຸ່ນແຂ່ງຂັນຄື: ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸບໍ່ເກີນ 14 ປີ ເຊິ່ງ 3 ຮຸ່ນດັ່ງກ່າວ ມີທີມເຂົ້າຮ່ວມທັງໝົດ 42 ທີມ ໃນນີ້ມີ 3 ສະໂມສອນ ຈາກປະເທດໄທເພື່ອນບ້ານ ເຂົ້າຮ່ວມຊິງໄຊ ລາຍການນີ້ທີ່ຈັດຂຶ້ນເປັນຄັ້ງທີ 3 ເພື່ອເປັນການສ້າງໂອກາດ ແລະ ສົ່ງເສີມນັກກິລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ວົງການກິລາບານເຕະເຍົາວະຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ສາມາດກ້າວໄປເປັນນັກກິລາລະດັບອາຊີບໃນອະນາຄົດ ແລະ ຕິດທີມຊາດ.

ພິທີຈົກສະຫຼາກແບ່ງສາຍການແຂ່ງຂັນເຕະບານ Mazda Challenge  Cup 2023 ຈັດຂຶ້ນ ວັນທີ 25 ພຶດສະພາ ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໂດຍມີທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດແກ້ວໂອໂຕກຣຸບ ຈຳກັດ ຕົວແທນຈຳໜ່າຍລົດໃຫຍ່ຍີ່ຫໍ້ ສະໂມສອນ ມາສດາ Mazda ທັງເປັນປະທານສະໂມສອນ ມາສດາ ລາວ ຈີບີ ເອັບຊີ ພ້ອມດ້ວຍຕາງໜ້າ ສຕລ  ບັນດາຄະນະນຳ ຄູຝຶກ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

 ທ່ານ ທິບພະເນດ ແກ້ວມະນິວົງ ກ່າວວ່າ: ໂດຍສ່ວນຕົວມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ກັບມາຈັດການແຂ່ງຂັນລາຍການ ມາສດາ ຊາເລັນ ຄັບ ປະຈຳປີ 2023 ອີກຄັ້ງ ພາຍຫຼັງທີ່ໄດ້ຈັດຜ່ານມາ 2 ຄັ້ງໃນປີ 2018 ແຕ່ໃນປີ 2019-2021 ການຈັດການແຂ່ງຂັນລາຍການດັ່ງກ່າວບໍ່ສາມາດຈັດແຂ່ງຂັນໄດ້ ເນື່ອງຈາກໄດ້ຖືກຜົນທົບຈາກການແຜ່ລະບາດພະຍາດໂຄວິດ-19 ແລະ ມາຮອດປີ 2022 ຜ່ານມາຈຶ່ງສາມາດກັບມາຈັດແຂ່ງຂັນໄດ້ອີກຄັ້ງໜຶ່ງ ເຊິ່ງວັນນີ້ກໍເປັນອີກວັນໜຶ່ງທີ່ສຳຄັນ ທີ່ຈະໄດ້ພ້ອມກັນກັບມາແຂ່ງຂັນລາຍການດັ່ງກ່າວໃນວັນທີ 27-28 ພຶດສະພານີ້ ເພື່ອສ້າງໂອກາດ ແລະ ສົ່ງເສີມນັກກິລາເຍົາວະຊົນລາວໃຫ້ມີການເຄື່ອນໄຫວພັດທະນາຢ່າງຕໍ່ເນື່ອງ ແລະ ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.  ສຳລັບຜົນການຈັບສະຫຼາກ ຢູ-10 ປີ ມີ 10 ທີມເຂົ້າຮ່ວມ ແບ່ງເປັນ 2 ກຸ່ມ ກໍຄື ກຸ່ມ A ມີ ເອັບເຮດເອວ ພີເຄພີ ຈາກແຂວງຫຼວງພະບາງ ມາສດາ ລາວ ຈີບີ ເອັບຊີ ທີມ ບີ ວອນທະບິງ ອາຄາເດມີ້ ຈາກແຂວງຫຼວງພະບາງ ແລະ ທີມ ເດັກພວນ ອາຄາເດມີ້ ຈາກແຂວງຊຽງຂວາງ ສ່ວນ ກຸ່ມ B ມາສດາ ລາວ ຈີບີ ເອັບຊີ ທີມ ເອ ດັບເບີນຢູໄອຈີ ນາຄາ ບີບີບີ ໂອໂຕ ເອັບຊີ ມາສເຕີ ເຊເວັ້ນ ເອັບຊີ ແລະ ວຽງຈັນ ເອັບທີ.

ສ່ວນ ຢູ-12 ມີ 16 ທີມ ແບ່ງເປັນ 4 ກຸ່ມ ຄື: ກຸ່ມ A ມີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ ຈະຕຸຣາເທບ ອາຄາເດມີ້ ຈາກໄທ ຈຳປາຮັກ ທີມເອ ແລະ ໂກເດັນບອຍ ທີມ ບີ ຈາກໄທ ກຸ່ມ B ພີເຄ ອາຄາເດມີ້ ຈາກແຂວງໄຊຍະບູລີ ວອນທະບິງ ມາສເຕີ ເຊເວັ້ນ ເອັບຊີ ໂກເດັນບອຍ ທີມເອ ກຸ່ມ ຊີ ຈຳປາຮັກ ທີມ ບີ ບີບີບີ ໂອໂຕ ເອັບຊີ  ວຽງຈັນ ເອັບທີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ ແລະ ກຸ່ມ ດີ  ດັບເບີນຢູໄອຈີ ນາຄາ ດີເຄ ເອັບຊີ ເດັກຟວນ ແລະ ພີເຄພີ ຈາກແຂວງຫຼວງພະບາງ.     ຢູ-14 ປີ ມີ 13 ທີມ ແບ່ງເປັນ 4 ກຸ່ມ ກໍຄື ກຸ່ມ A ມີ: ວຽງຈັນ ເອັບທີ ມາສດາ ລາວ ຈີບີ ເອັບຊີ ທີມ ບີ ແລະ ຂຳປາຮັກ ເອັບຊີ ກຸ່ມ ບີ ມາສດາ ລາວ ຈີບີ ເອັບຊີ ທີມ ເອ ເອັບເຮດເອວ ຊຸບເປີ ສະຕາຣ໌ ກຸ່ມ ຊີ ເອັດເອວ ອາຄາເດມີ້ ແຂວງອຸດົມໄຊ ໂກເດັນບອຍ ຈາກໄທ ຄຳໃສ ເອັບຊີ ແລະ ກຸ່ມ ດີ ເອສຣາ ພີເຄພີ ຈາກແຂວງຫຼວງພະບາງ ວອນທະບິງ ແລະ ປາກຊັນ ເອັບຊີ ຈາກແຂວງບໍລິຄຳໄຊ.

error: Content is protected !!