ຄູຂັ້ນ ປ5 ຈຳນວນ 13.268 ຄົນ ຈະໄດ້ເຝິກອົບຮົມຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່

    ນັບແຕ່ປີ 2015 ເປັນຕົ້ນມາ ກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານາແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ທີ່ປະກອບມີສື່ການຮຽນ-ການສອນແບບໃໝ່ ແລະ ແຜນການເຝິກອົບຮົມທີ່ສົມບູນໃຫ້ແກ່ຄູຊັ້ນປະຖົມ ຫຼັກສູດໃໝ່ຂັ້ນ ປ5 ຈະຖືກຈັດຕັ້ງປະຕິບັດໃນຕົ້ນສົກຮຽນໃໝ່ໃນເດືອນກັນຍາ 2023 ເຊິ່ງເປັນປີສຸດທ້າຍຂອງການປັບປຸງຫຼັກສູດຂັ້ນປະຖົມສຶກສາໃໝ່ ທີ່ໄດ້ປະຕິບັດມາຕັ້ງແຕ່ປີ 2019.

    ພິທີເປີດຊຸດອົບຮົມ ມີຂຶ້ນວັນທີ 22 ພຶດສະພາ 2023 ໂດຍມີທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ວາເນັກຊ້າ ເຮັກກາທີ້ ເລຂາທີເອກ ສະຖານທູດອົດສະຕຣາລີ ປະຈຳລາວ ເປັນປະທານຮ່ວມເປີດກອງປະຊຸມເຝິກອົບຮົມຄູເຝິກຫຼັກແຫຼ່ງ ຈາກນັ້ນຈະມີການຈັດເຝິກອົບຮົມຕໍ່ໃຫ້ແກ່ຄູສອນຊັ້ນປະຖົມ ປີທີ5 ຜູ້ອຳນວຍການ ແລະ ຜູ້ເຮັດວຽກສຶກສານິເທດ ເພື່ອໃຫ້ມີຄວາມພ້ອມດ້ານທັກສະ ເຕັກນິກ ແລະ ຄວາມຮູ້ກ່ຽວກັບການນຳໃຊ້ສື່ການຮຽນ-ການສອນຫຼັກສູດໃໝ່ ແລະ ເພື່ອປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນ.

    ໂອກາດນີ້ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເພື່ອແນະນຳຫຼັກສູດ ຂັ້ນ ປ5 ສະບັບປັບປຸງໃໝ່ ເພື່ອໃຫ້ຄູເຝິກຫຼັກແຫຼ່ງມີຄວາມເຂົ້າໃຈ ມີຄວາມໝັ້ນໃຈຕໍ່ກັບຫຼັກສູດຊັ້ນປະຖົມປີທີ 5 ສະບັບປັບປຸງໃໝ່ ເພື່ອຖ່າຍຖອດຄວາມຮູ້ດັ່ງກ່າວຕໍ່ຄູເຝິກຂັ້ນແຂວງ ເຊິ່ງຈະເປັນຜູ້ທີ່ເຝິກໃຫ້ແກ່ຄູ ຂັ້ນປ5 ໃນລະຫວ່າງເດືອນກໍລະກົດ ແລະ ເດືອນສິງຫາ 2023 ທີ່ຈະມາເຖິງນີ້.

    ໂອກາດດຽວກັນ ທ່ານ ນາງ ວາເນັກຊ້າ ເຮັກກາທີ້ ເລຂາທີເອກ ສະຖານທູດອົດສະຕຣາລີ ປະຈຳລາວ ໄດ້ກ່າວວ່າ: ຖືເປັນການເລີ່ມຕົ້ນຂອງການປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ສໍາລັບຊັ້ນປະຖົມສຶກສາປີທີ 5 ພວກເຮົາທຸກຄົນມີຄວາມພູມໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງຂີດໝາຍດັ່ງກ່າວ ແລະ ຍັງເປັນການເລີ່ມຕົ້ນການຮຽນ-ການສອນຫຼັກສູດຊັ້ນປະຖົມສຶກສາປີສຸດທ້າຍ ສະບັບປັບປຸງໃໝ່ ທີ່ເລີ່ມໂດຍການເຝິກໃຫ້ແກ່ຄູເຝິກຫຼັກແຫຼ່ງກ່ອນ ຈະເຝິກຕໍ່ຕາມລະບົບ ໄປຍັງຄູເຝິກຂັ້ນແຂວງ ແລະ ຂັ້ນຕໍ່ໄປ.

ການເຝິກອົບຮົມເປັນເວລາ 6 ວັນ ລະຫວ່າງວັນທີ 22-30 ພຶດສະພາ 2023 ໂດຍມີຄູເຝິກຫຼັກແຫຼ່ງຈຳນວນ 64 ທ່ານ ໄດ້ເຮັດປະຖົມນິເທດໃນຫຼັກສູດໃໝ່ຂອງຂັ້ນ ປ5 ມີ 3 ວິຊາ ຄື: ວິຊາພາສາລາວ ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ-ສິ່ງແວດລ້ອມ ແລະ ໃນເດືອນມິຖຸນາ 2023 ທີ່ຈະມາເຖິງນີ້ ຄູເຝິກຫຼັກແຫຼ່ງຈະໄດ້ສືບຕໍ່ຈັດຊຸດເຝິກອົບຮົມ ເພື່ອຖ່າຍຖອດຄວາມຮູ້ທີ່ໄດ້ເຝິກມາໃຫ້ແກ່ຄູຝຶກ 18 ແຂວງ ຈາກນັ້ນ ຈະດຳເນີນກອງປະຊຸມເຝິກອົບຮົມແບບເຊິ່ງໜ້າເປັນເວລາ 5 ວັນ ໃຫ້ແກ່ຄູຂັ້ນ ປ5 ຈຳນວນ 13.268 ຄົນ ຜູ້ອຳນວຍການໂຮງຮຽນ ແລະ ຜູ້ເຮັດວຽກສຶກສານິເທດ ທົ່ວປະເທດ.

error: Content is protected !!