ເຊິນຮ່ວມງານວັນເດັກນ້ອຍສາກົນ ທີ່ສູນການຄ້າວຽງຈັນເຊັນເຕີ 30 ພືດສະພາ – 04 ມິຖຸນາ 2023

    ອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ສູນການຄ້າວຽງຈັນເຊັນເຕີ ຈັດກິດຈະກຳສະຫຼອງວັນເດັກສາກົນ 30 ພຶດສະພາ ຫາ ວັນທີ 4 ມິຖຸນາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເຊິ່ງມີພິທີເປີດງານໃນວັນທີ 31 ພຶດສະພາ 2023 ໂດຍມີທ່ານ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ທ່ານ ລຸກ ເອັບສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ຜູ້ບໍລິຫານສູນການຄ້າວຽງຈັນເຊັນເຕີ ແຂກຖືກເຊິນ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ນາງ ສິລິນທອນ ສັກລໍຄຳ ໄດ້ກ່າວສະແດງຄວາມຂອບໃຈນຳ ອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ແລະ ສູນການຄ້າວຽງຈັນເຊັນເຕີ ໄດ້ຮ່ວມກັນຈັດກິດຈະກຳດີໆນີ້ຂຶ້ນ ໂດຍສະເພາະອົງ ການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ທີ່ໃຫ້ການຊຸກຍູ້ສົ່ງເສີມ ພັດທະນາການເຂົ້າເຖິງການສຶກສາ ຂອງເດັກນ້ອຍລາວ ມາໂດຍຕະຫຼອດ ເຮັດໃຫ້ເດັກໄດ້ຮັບໂອກາດອັນດີທາງດ້ານການສຶກສາ ພິເສດແມ່ນ ເດັກໃນເຂດຫ່າງໄກສອກຫຼີກ ໄດ້ຮັບການເອົາໃຈໃສ່ ພັດທະນາດີຂຶ້ນ ລວມທັງການກິດຈະກຳໃນຄັ້ງນີ້ຍັງ ເປັນປະກອບສ່ວນສຳຄັນເຂົ້າໃນວຽກງານສິດທິເດັກ ແລະ ຫວັງວ່າອົງການຊ່ວຍເຫຼືອເດັກສາກົນປະຈໍາສປປ ລາວ ຈະໃຫ້ການສືບຕໍ່ຊຸກຍູ້ສົ່ງເສີມວຍກງານຂະແໜງການສຶກສາ ຂອງເດັກນ້ອຍລາວ ໃຫ້ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ.

    ໂອກາດດຽວກັນ ທ່ານ ລຸກ ເອັບສ ໄດ້ກ່າວວ່າ: ຈຸດປະສົງຂອງອົງການຊ່ວຍເຫຼືອເດັກ ກໍ່ຄືການພັດທະນາເດັກນ້ອຍໃນລາວທຸກຄົນໃຫ້ໄດ້ຮັບ ແລະ ເຂົ້າເຖິງການສຶກສາຂັ້ນພື້ນຖານ ເພື່ອຮັບການເບີ່ງແຍງດ້ານສຸຂະພາບ ແລະ ເດັກຕ້ອງໄດ້ຮັບການປົກປ້ອງຈາກຄວາມສ່ຽງຕ່າງໆ ງານວັນເດັກນ້ອຍສາກົນ ປະຈໍາປີ 2023 ພາຍໃຕ້ຫົວຂໍ້ “ທັງຮຽນທັງມ່ວນ” ຫຼື “Learning is Fun” ເພື່ອນໍາສະເໜີຜົນງານ ແລະ ກິດຈະກໍາ ກ່ຽວກັບການເຄື່ອນໄຫວວຽກງານການສຶກສາໃນ ສປປ ລາວ ພ້ອມທັງສະແດງວິໄສທັດໃນການສ້າງຫ້ອງຮຽນແຫ່ງອານາຄົດ ຂອງອົງການຊ່ວຍເຫຼືອເດັກສາກົນ ເຊິ່ງພາຍໃນງານຈະມີການຈໍາລອງຫ້ອງຮຽນແບບເອເລັກໂຕຼນິກ ເປັນເກມຫາຄະແນນຈາກ ມູມຮຽນຮູ້ ແລະ ຍັງມີເກມຕ່າງໆທີ່ໃຫ້ຄວາມຮູ້ຈາກທຸກໂຄງການຂອງອົງການໄດ້ປະຕິບັດພາຍໃນລາວ ການສະແດງບົດບາດ ສົມມຸດ ການປະດິດສື່ການຮຽນ ການແຂ່ງຂັນຮູບພາບ ແລະ ພ້ອມທັງການແຈກຂອງລາງວັນໃຫ້ແກ່ຜູ້ຊະນະເລີດຈາກກິດຈະກໍາ ແຕ້ມຮູບພາບຫ້ອງຮຽນແຫ່ງອະນາຄົດ ຄັ້ງນີ້ຈັດຂຶ້ນ 6 ວັນ ເວລາ 10:00 – 16:30 ໂມງ ໂດຍບໍ່ໄດ້ເສຍ ຄ່າ.

error: Content is protected !!