5 ວັນແຫ່ງຄວາມປະທັບໃຈຂອງນັກຮຽນ ໃນການເຂົ້າຮ່ວມກິດຈະກໍາສະຫຼອງວັນເດັກນ້ອຍສາກົນທີ່ ສປ ຈີນ

    ນັກຮຽນລາວ ຈໍານວນ 100 ຄົນ ແລະ ນັກຮຽນຈີນ ໄດ້ຮ່ວມກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 95 ປີ (1 ມິຖຸນາ 1928-1 ມິຖຸນາ 2023) ພາຍໃຕ້ຫົວຂໍ້ “ຂໍ້ລິເລີ່ມ ໜຶ່ງແລວທາງ    ໜຶ່ງເສັ້ນທາງ ເຊື່ອມຈອດ ປະຊາຊົນສອງຊາດ” ລະຫວ່າງວັນທີ 27-31 ພຶດສະພາ 2023 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍການເຂົ້າຮ່ວມຂອງ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມຶກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ຫົວໜ້ານໍາພາຄະນະ ແລະ ທ່ານ ນາງ ກູ້ ຊິ້ວຫຼຽນ ອະດີດຮອງປະທານສະພາ ຄັ້ງທີ 10 ຂອງ ສປ ຈີນ ນອກນີ້ຍັງມີທ່ານ ຈິນດາວົງ ໄຊຍະສິນ ທີ່ປຶກສາ ສຶກສາ ແລະ ວັດທະນະທໍາ ສະຖານທູດລາວ ປະຈໍາ ສປ  ຈີນ ບັນດາຄະນະນໍາ ສະຫະພັນ ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນຈີນ ໃນນະຄອນຫຼວງປັກກິ່ງ ເຂົ້າຮ່ວມ.

ຕະຫຼອດໄລຍະ 5 ວັນ ນັກຮຽນລາວ ໄດ້ເຮັດກິດຈະກໍາຫຼາຍຢ່າງ ເປັນຕົ້ນແມ່ນ ກິດຈະກໍາຊ່ວງເຮືອມິດຕະພາບກັບນັກຮຽນຈີນ ເພື່ອເຂົ້າໃຈປະເພນີການຊ່ວງເຮືອມັງກອນ ແລະ ຮຽນຮູ້ວັດທະນະທໍາຂອງແມ່ນໍ້າຢູນເຮີ ທ່ຽວຊົມ ແລະ ທັດສະນະສຶກສາພະລາດຊະວັງບູຮານກຸກົ່ງ ມະຫາວິທະຍາໄລຊິງຫົວ ສະໜາມຫຼວງທຽນອານເໝິນ ກໍາແພງເມືອງຈີນ ແລະ ຫໍພິພິຕະພັນວິທະຍາສາດຈີນ ໂດຍໄດ້ສໍາຜັດກັບເຕັກໂນໂລຊີທີ່ຫຼາຍຢ່າງ ເປັນຕົ້ນແມ່ນ ການບິນອາວະກາດ ຮຸ່ນຍົນ ເຄື່ອງຈໍາລອງແບບສົມຈິງ ແລະ ຍັງໄດ້ຫຼິ້ນເຄື່ອງຫຼິ້ນຫຼາຍຢ່າງ ນອກຈາກນີ້ ຍັງເຂົ້າຮ່ວມກິດຈະກໍາຈັບມືກັບໂຮງຮຽນປະຖົມສົມບູນ ປັກກິ່່ງ ປາອີ່  ຫຼື ໂຮງຮຽນແປດໜຶ່ງ ເຊິ່ງນັກຮຽນ ລາວ-ຈີນ ໄດ້ມີການແລກຂອງຂວັນ ທ່ຽວຊົມໂຮງຮຽນ ຫຼິ້ນເກມ ເຮັດກະເປົາເຈ້ຍຮູບຊົງເຂົ້າຕົ້ມ ແລະ ສະແດງລາຍການສິລະປະ ທັງນີ້ ກໍເພື່ອເປັນການແລກປ່ຽນວັດທະນະທໍາ ແລະ ເພີ່ມຄວາມເຂົ້າໃຈກັນດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

error: Content is protected !!