ກອງປະຊຸມນາໆຊາດ ດ້ານວິສະວະກຳສາດ ວິທະຍາສາດ ແລະ ເຕັກໂນໂລຊີ ຄັັ້ງທີ 9

    ໃນລະຫວ່າງ ວັນທີ 1–4 ມິຖຸນາ 2023 ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ ສະຖາບັນເຕັກໂນໂລຍີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ຈັດກອງປະຊຸມນາໆຊາດ ດ້ານວິສະວະກຳສາດ ວິທະຍາສາດ ແລະ ເຕັກໂນໂລຊີ ຄັັ້ງທີ 9 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງຮ່ວມຂອງທ່ານ ຮສ ປອ ຄຳຜຸຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານຜູ້ຊ່ວຍ ສຈ ປອ ສະຖາພອນ ພົມວົງ ຜູ້ຕາງໜ້າສະຖາບັນວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກ ສະຖາບັນເຕັກໂນໂລຍີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ປະເທດໄທ ແຂກຖືກເຊີນ ຕົວແທນນັກຄົ້ນຄ້ວາວິໄຈຈາກ ສປປ ລາວ ຣາຊະອານາຈັກໄທ ສປ ຈີນ ຢີ່ປຸ່ນ ຫວຽດນາມ ເກົາຫຼີໃຕ້ ປາກີສະຖານ ແລະ ຊາອຸດິອາລະເບຍ ເຂົ້າຮ່ວມ.

      ໂອກາດນີ້ທ່ານ ຮສ ປອ ຄຳຜຸຍ ສຸດທິສົມບັດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເຕົ້າໂຮມຄູອາຈານ ນັກວິໄຈ ນັກວິຊາການ ແລະ ຜູ້ນຳສະເໜີ ຈາກທົ່ວປະເທດ ແລະ ພາກພື້ນ ເພື່ອແລກປ່ຽນ ແບ່ງປັນຄວມຊຳນິຊຳນານ ປະສົບການດ້ານຂໍ້ມູນການວິໄຈທີ່ກ່ຽວຂ້ອງກັບ ສາຂາວິສະວະກຳສາດ ວິທະຍາສາດ ແລະ ເຕັກໂນໂລຊີ ກອງປະຊຸມຈະເນັ້ນໃສ່ການຫາລືກ່ຽວກັບບັນຫາການວິໄຈ ການພັດທະນາໃໝ່ ຄວາມທ້າທາຍໃນການປະຕິບັດທີ່ພົບເຫັນ ແລະ ວິທີການແກ້ໄຂທີ່ນຳມາໃຊ້ໃນດ້ານວິສະວະກຳ ເຕັກໂນໂລຊີ ແລະ ນະວັດຕະກຳ ຕະຫຼອດເຖິງບັນຫາທີ່ເກີດຂຶ້ນໃໜ່ຂອງວຽກງານວິສະວະກຳ ໃນພາກພື້ນ ແລະ ປະເທດລາວເປັນຕົ້ນ.

    ກອງປະຊຸມວິຊາການນີ້ຖືວ່າໄດ້ຮັບຄວາມສົນໃຈຈາກບັນດານັກຄົ້ນຄວ້າໃນພາກພື້ນດີສົມຄວນ ປີນີ້ພວກເຮົາໄດ້ຮັບບົດຄວາມ 174 ບົດ ໄດ້ຜ່ານຂະບວນການກວດກາຄັດເລືອກຕາມມາດຕະຖານຂອງສະຖາບັນວິສະວະກຳໄຟຟ້າ ແລະ ເອເລັກໂຕຣນິກສາກົນ (IEEE) ແລະ ສາມາດຮັບຮອງເອົາ 78 ບົດ ຜ່ານເກນມາດຕະຖານເຊິ່ງກວມເອົາ 44,83% ຂອງຈຳນວນບົດຄົ້ນຄວ້າທັງໝົດ ໝາກຜົນຂອງກອງປະຊຸມຄັ້ງນີ້ ເປັນການແລກປ່ຽນຜົນງານການຄົ້ນຄວ້າ ແລະ ຖ່າຍທອດປະສົບການທາງດ້ານວິຊາການ ລະຫວ່າງນັກວິຊາການ ແລະ ນັກວິໄຈ ໂດຍສະເພາະການສຶກສາວິໄຈ ໃນສາຂາທີ່ກ່ຽວຂ້ອງກັບວິສະວະກຳ ເຕັກໂນໂລຊີ ນະວັດຕະກຳ ແລະ ການພັດທະນາ ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

    ໃນກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ຮັບຟັງບົດການຄົ້ນຄວ້າທັງໝົດ 60 ຫົວຂໍ້ ທີ່ນອນຢູ່ໃນ 2 ຂະ      ແໜງການຫຼັກຄື: ໂທລະຄົມມະນາຄົມ ວິທະຍາສາດຄອມພິວເຕີ ການຄວບຄຸມໂຮງຈັກ ໂຮງງານ ວິສະວະ ກຳໄຟ້າ ແລະ ເອເລັກໂຕນິກ ຂະແໜງວິສະວະກຳດົນຕີ ກອງປະຊຸມດັ່ງກ່າວ ຈັດຂຶ້ນທຸກປີ ຄັ້ງນີ້ 8 ຜ່ານມາຈັດຢູ່ປະເທດໄທ ແລະ ຄາດວ່າຄັ້ງທີ 10 ຈະເປັນປະເທດໄທເປັນເຈົ້າພາບຈັດອີກຄັ້ງ ສ່ວນຄັ້ງ ນີ້ແມ່ນ ສປປ ລາວໂດຍຮັບກຽດເປັນເຈົ້າພາບຈັດ ໂດຍໄດ້ຮັບການສະໜັກສະໜູນຈາກ ດ້ານເຕັກນິກຈາກສະມາຄົມ  IEEE ແຫ່ງປະເທດໄທ.

error: Content is protected !!