3 ເອັສ ເອັສດີຊີ ເອົາໃຈໃສ່ສ້າງແຮງງານໃຫ້ມີຄຸນນະພາບ ຮັບໃຊ້ພາຍໃນ-ຕ່າງປະເທດ

ບໍ­ລິ­ສັດ 3 ເອັສ ເອັສ​ດີ​ຊີ ກໍ່­ສ້າງ ແລະ ໄຟ­ຟ້າ ​ຈຳ­ກັດ ໃຫ້​ບໍ­ລິ­ການ​ດ້ານ​ການ​ອອກ​ແບບ ແລະ ວິເຄາະ​ໂຄງ​ສ້າງ​ອາ­ຄານ ກໍ່­ສ້າງ​ອາ­ຄານ ອອກ​ແບບ ຕິດ​ຕັ້ງ​ລະ­ບົບ​ສຸ­ຂາ­ພິ­ບານ ລະ­ບົບ​ດັບ​ເພີງ ອອກ​ແບບ ກໍ່­ສ້າງ​ລະ­ບົບ​ຊົນ­ລະ­ປະ­ທານ ແລະ ຂົວ​ທາງ ອອກ​ແບບ ແລະ ກະ­ຈາຍ​ສາຍ​ສາຍ ແລະ ໝໍ້​ແປງ​ໄຟ­ຟ້າ ອອກ​ແບບ ຕິດ​ຕັ້ງ​ຕູ້​ສະ​ວິດ​ເກຍ ຕູ້​ເມນ​ຈ່າຍ​ໄຟ ຕູ້​ຄວບ​ຄຸມ​ມໍ​ເຕີ້ ອອກ​ແບບ ຕິດ​ຕັ້ງ​ຕູ້​ປັບ­ປຸງ​ພະ­ລັງ­ງານ​ໄຟຟ້າ ອອກ​ແບບ ຕິດ​ຕັ້ງ​ລະ­ບົບ​ໄຟ­ຟ້າ​ໂຮງ­ງານ ອາ­ຄານ ທີ່​ພັກ​ອາ­ໄສ ແລະ ສະ­ໜອງ​ອຸ­ປະ­ກອນ​ໄຟ­ຟ້າ​ລະບົບ​ແຮງ​ກາງ ແລະ ແຮງ​ຕ່ຳ ໄລ­ຍະ​ຜ່ານ​ມາ ​ໄດ້​ໃຫ້​ບໍ­ລິ­ການ​ໂຄງ­ການ​ໃຫຍ່ໆ​ຫຼາຍ​ໂຄງ­ການ ໂດຍ​ສະ­ເພາະ​ຂອງ​ການ​ຂອງ​ຕ່າງ­ປະ­ເທດ ເນື່ອງ​ຈາກ​ເປັນ​ບໍ­ລິ­ສັດ​ຂອງ​ຄົນ​ລາວ ​ທີ່​ມີ​ຄວາມ​ສາ­ມາດ​ສູງ ປະ­ຕິ­ບັດ​ວຽກ​ງານ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບ ແລະ ຮັບ­ປະ­ກັນ​ດ້ານ​ຄຸນ​ນະ​ພາບ.

ທ່ານ ຄຳ​ປະ­ສົງ ແກ້ວ​ມະ­ຫາ­ວົງ ຮອງ​ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ 3 ເອັສ ເອັສ​ດີ​ຊີ ກໍ່­ສ້າງ ແລະ ໄຟ­ຟ້າ​ ຈຳ­ກັດ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ບໍ­ລິ­ສັດ 3 ເອັສ ເອັສ​ດີ​ຊີ ກໍ່­ສ້າງ ແລະ ໄຟ­ຟ້າ ​ຈຳ­ກັດ ສ້າງ­ຕັ້ງ​ປີ 2014 ໂດຍ​ການ​ຮວມ​ໂຕ​ຂອງ​ໝູ່​ເພື່ອນ​ທີ່​ເປັນ​ນັກ​ສຶກ​ສາ​ມະ­ຫາ­ວິ­ທະ­ຍາ­ໄລ​ນຳ​ກັນ ພາຍ­ຫຼັງ​ສຶກ​ສາ​ຈົບ ແລະ ຕ່າງ​ຄົນ​ໄດ້​ໄປ​ຫາ​ປະ­ສົບ​ການ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້ 3-4 ປີ ກໍ​ໄດ້​ມາ​ຮວມ​ໂຕ ແລະ ທຶນ­ຮອນ​ກັນ​ສ້າງ­ຕັ້ງ​ບໍ­ລິ­ສັດ​ຂຶ້ນ ເຊິ່ງ​ເບື້ອງ​ຕົ້ນ​ມີ​ພະ­ນັກ­ງານ 5 ຄົນ (ໝູ່​ເພື່ອນ​ຮ່ວມ​ທຶນ​ນຳ​ກັນ) ໄດ້​ແບ່ງໜ້າ­ທີ່​ກັນ​ເຮັດ​ເອງ​ທຸກ​ຢ່າງ ພໍ​ວຽກ​ງານ​ມີ​ການ​ຂະ­ຫຍາຍ­ຕົວ ກໍ​ໄດ້​ເລີ່ມ​ຈ້າງ​ພະ­ນັກ­ງານ​ມາ​ຊ່ວຍຂະ­ຫຍາຍ​ຫ້ອງ­ການ ແລະ ກ້າວ​ມາ­ສູ່​ການ​ສ້າງ​ຫ້ອງ­ການ​ບໍ­ລິ­ສັດ​ຢ່າງ​ຖາ­ວອນ ປັດ­ຈຸ­ບັນ​ພວກ​ເຮົາ​ມີ​ບໍ­ລິ­ສັດ​ໄຟ­ຟ້າ ແລະ ບໍ­ລິ­ສັດ​ກໍ່­ສ້າງ​ຢູ່​ໃນ​ເຄືອ ເຊິ່ງ​ມີ​ພະ­ນັກ­ງານ​ຫຼາຍ​ກວ່າ 200 ຄົນ ບໍ­ລິ­ສັດ 3 ເອັສ ເອັສ​ດີ​ຊີ ກໍ່­ສ້າງ ແລະ ໄຟ­ຟ້າ ​ຈຳ­ກັດ ສ້າງ​ຂຶ້ນ​ໂດຍ​ຄົນ​ລາວ ມີ​ເປົ້າ​ໝາຍ​ເພື່ອ​ສົ່ງ­ເສີມ-ສ້າງ​ບຸກ​ຄະ­ລາ​ກອນ ວິ­ຊາ​ການ ນາຍ​ຊ່າງ ແລະ ແຮງ​ງານ​ລາວ​ໃຫ້​ມີ​ຄຸນ​ນະ​ພາບ​ທຽບ​ເທົ່າ​ກັບ​ສາ­ກົນ ນອກ​ນີ້ ໃນ​ອະ­ນາ­ຄົດ​ຍັງ​ມີ​ແຜນ​ສ້າງ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ ​ໄປ​ຊ່ວຍ​ບໍ­ລິ­ສັດ​ຕ່າງໆ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຕື່ມ​ອີກ.

ໄລ­ຍະ​ຜ່ານ​ມາ ໂຄງ­ການ​ທີ່​ພວກ​ເຮົາ​ໄດ້​ຮັບ​ສ່ວນ​ໃຫຍ່ ຈະ​ເປັນ​ໂຄງ­ການ​ຂອງ​ຕ່າງ­ປະ­ເທດ ແຕ່​ທຸກ​ຢ່າງ​ແມ່ນ​ສ້າງ​ມາ​ດ້ວຍ​ຜົນ­ງານ​ຂອງ​ຄົນ​ລາວ ແລະ ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ດ້ານ​ຄຸນ​ນະ​ພາບ ເປັນ­ຕົ້ນ​ ໂຄງການ​ທິບ​ໂກ້ (ໄທ) ຢູ່​ເຂດ​ເສັ້ນ­ທາງ 450 ປີ ໂຮງ­ໝໍ​ທັນ​ສະ­ໄໝ ແຂວງ​ຈຳ­ປາ​ສັກ (ໂອ​ຕຣິດ) ໂຄງ­ການ​ຂອງ​ຈີນ​ຢູ່​ເຂດ​ເສັ້ນ­ທາງ 450 ປີ ໂຄງ­ການ​ພັດ​ຕະ​ຄານ​ເຊັນ​ພິ­ລາ (ສີ​ສົມ­ບັດ) ແລະ ໂຄງ­ການ​ອື່ນໆ​ອີກ ນອກ​ນີ້ ພວກ​ເຮົາ​ຍັງ​ມີ​ຫຼາຍ​ໂຄງ­ການ​ທີ່​ມີ​ໃນ​ແຜນ ປັດ­ຈຸ­ບັນ​ ພວກ​ເຮົາ​ຕ້ອງ​ສືບ­ຕໍ່​ສ້າງ​ບຸກ​ຄະ­ລາ​ກອນ​ໃຫ້​ຫຼາຍ​ກວ່າ​ເກົ່າ ເພື່ອ​ຮອງ​ຮັບ​ໂຄງ­ການ​ຕ່າງ​ທີ່​ຈະ​ເຂົ້າ​ມາ ເພື່ອ​ໃຫ້​ຄົນ​ລາວ​ໄດ້​ມີ​ໂອ­ກາດ​ສະ­ແດງ​ທ່າ­ແຮງ​ຂອງ​ຕົນ ໃຫ້​ຊາວ​ຕ່າງ​ຊາດ​ຮັບ​ຮູ້​ວ່າ ຄົນ​ລາວ​ກໍ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໃຫຍ່ໆ ​ໄດ້​ຄື​ກັບ​ຕ່າງ­ປະ­ເທດ.

ສຳ­ລັບ​ພັດ​ຕາ​ຄານ​ເຊັນ​ພິ­ລາ (ສີ​ສົມ­ບັດ) ພວກ​ເຮົາ​ໄດ້​ຮັບ​ວຽກ​ລະ­ບົບ​ໄຟ­ຟ້າ ຕິດ​ຕັ້ງ​ເຄື່ອງ​ສຽງ ດອກໄຟ ໝໍ້​ແປງ ແລະ ວຽກ​ອື່ນໆ​ທີ່​ກ່ຽວ​ກັບ​ລະ­ບົບ​ໄຟ­ຟ້າ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ເດືອນ​ເມ­ສາ 2019 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ໜ້າ​ວຽກ​ຄືບ​ໜ້າ​ຫຼາຍ​ກວ່າ 80% ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ກ່ອນ​ເດືອນ​ຕຸ­ລາ 2020 ຜ່ານ​ການ​ປະ­ຕິ­ບັດ​ຕົວ​ຈິງ​ແມ່ນ​ພົບ​ຂໍ້​ຫຍຸ້ງ­ຍາກ​ຫຼາຍ​ດ້ານ ເນື່ອງ​ຈາກ​ເປັນ​ໂຄງ­ການ​ໃຫຍ່ ວຽກ​ມີ​ຄວາມ​ຊັບ­ຊ້ອນ ເຊິ່ງ​ຕ້ອງ​ໄດ້​ຖອດ​ຖອນ​ບົດ­ຮຽນ​ຈາກ​ຈຸດ​ນີ້​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ພັດ­ທະ­ນາ​ຕົນ​ເອງ​ໃນ­ຕໍ່­ໜ້າ.

# ຂ່າວ & ພາບ : ສະ­ບາ​ໄພ

error: Content is protected !!