ນັກໂທດຈຳນວນ 60 ຄົນ ໄດ້ຮັບການປ່ອຍຕົວກ່ອນກຳນົດ

ໃນ​ໄລ­ຍະ​ຜ່ານ​ມາ ຫຼາຍ​ທ່ານ​ກໍ​ຄົງ​ໄດ້​ຕິດ­ຕາມ ຄໍ​ລຳ​ປະ­ກົດ​ການ​ຫຍໍ້­ທໍ້ ທາງ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ພວກ​ເຮົາ ເຊິ່ງ​ໄດ້​ນຳ​ເອົາ​ປະ­ກົດ​ການ​ຕ່າງໆ ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ລາວ​ເຮົາ ບໍ່​ວ່າ​ຈະ​ຄະ­ດີ​ກ່ຽວ​ພັນ​ກັບ​ຢາ​ເສບ​ຕິດ ປຸ້ນ​ຈີ້​ຊິງ​ຊັບ ຕົວະ​ຕົ້ມ ແລະ ອື່ນໆ ໂດຍ​ລວມ​ແລ້ວ​ແມ່ນ ເພື່ອ​ສ່ອງ​ແສງ​ໃຫ້​ທຸກ​ຊັ້ນ​ຄົນ​ໃນ​ສັງ­ຄົມ ໃຫ້​ມີ​ສະ­ຕິ ເພື່ອ​ບໍ່​ໃຫ້​ເກີດ​ປະ­ກົດ​ການ​ທີ່​ເປັນ​ທາງ​ລົບ​ກັບ​ໂຕ​ເລົ່າ ແຕ່​ໃນ​ມື້­ນີ້ ຄໍ​ລຳ​ຂອງ​ພວກ​ເຮົາ​ຂໍ​ນຳ​ສະ­ເໜີ​ອີກ​ດ້ານ​ໜຶ່ງ ນັ້ນ​ກໍ​ຄື ນັກ­ໂທດ​ທີ່​ຖືກ​ກັກ​ຂັງ ຫັນ​ມາ​ປະ­ພຶດ​ດີ ຈົນ​ໄດ້​ຮັບ​ການ​ປ່ອຍ​ຕົວ ແນ­ໃສ່​ເພື່ອ​ໃຫ້​ກຸ່ມ​ຄົນ​ທີ່​ກຳ­ລັງ​ເຄື່ອນ​ໄຫວ​ຜິດ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ບ້ານ​ເມືອງ ປ່ຽນ​ໃຈ​ຫັນ​ມາ​ເຮັດ​ຄວາມ​ດີ ເພື່ອ​ເຮັດ​ໃຫ້​ສັງ­ຄົມ​ລາວ​ເຮົາ​ມີ​ຄວາມ​ສະ­ຫງົບ ແລະ ໜ້າ​ຢູ່​ຫຼາຍ​ຂຶ້ນ.

ດັ່ງ­ນັ້ນ​ໃນ​ມື້­ນີ້ ຈຶ່ງ​ຂໍ​ນຳ​ສະ­ເໜີ​ການ​ປ່ອຍ​ໂຕ​ນັກ­ໂທດ​ຂອງ​ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງ​ອີງ​ຕາມ​ຂໍ້​ມູນ​ຈາກ Media Laos ເຫັນ​ວ່າ: ໂດຍ​ປະ­ຕິ­ບັດ​ຕາມ​ຄຳ​ຕັດ­ສິນ​ຂອງ​ຄະ­ນະ​ສານ​ອາ­ຍາ​ຂັ້ນ​ຕົ້ນ ສານ​ປະ­ຊາ­ຊົນ ແຂວງ​ບໍ​ລິ​ຄຳ​ໄຊ ສະ­ບັບ​ເລກ​ທີ 84/ຂຕ.ອ ລົງ​ວັນ​ທີ 22 ມິ­ຖຸ­ນາ 2020 ວ່າ​ດ້ວຍ​ການ​ປ່ອຍ​ຕົວ​ກ່ອນ​ກຳ­ນົດ ໂດຍ​ມີ​ເງື່ອນ­ໄຂ​ຕາມ​ກົດ­ໝາຍ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ ກອງ​ບັນ­ຊາ​ການ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຈັດ​ພິ­ທີ​ປະ­ກາດ​ປ່ອຍ​ຕົວ​ກ່ອນ​ກຳ­ນົດ​ແບບ​ມີ​ເງື່ອນ­ໄຂ ບັນ­ດາ​ນັກ­ໂທດ​ທີ່​ມີ​ຜົນ­ງານ​ດີ­ເດັ່ນ ໃນ​ການ​ປະ­ຕິ­ບັດ​ລະ­ບຽບ​ຂອງ​ຄ້າຍ​ດັດ​ສ້າງ ໃນ​ວັນ​ທີ 23 ມິ­ຖຸ­ນາ 2020 ທີ່​ຄ້າຍ​ດັດ​ສ້າງ ປກສ ແຂວງ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ພັນ​ໂທ ຄຳ​ແພງ ນຳ­ພາ​ວັນ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ແຂວງ ມີ​ຜູ້­ຕາງ­ໜ້າ​ອົງ­ການ​ໄອ​ການ​ປະ­ຊາ­ຊົນ ສານ​ປະ­ຊາ­ຊົນ ພະ​ແນກ​ຍຸ­ຕິ​ທຳ ພະ­ນັກ­ງານ-ນັກ­ຮົບ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ ຍາດ​ພີ່­ນ້ອງ​ນັກ­ໂທດ ແລະ ນັກ­ໂທດ​ຜູ້​ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ເຂົ້າ​ຮ່ວມ.

ທ່ານ ພັນ​ໂທ ວຽງ​ແກ້ວ ພຽນ​ວົງ ຮອງ​ຫົວ­ໜ້າ​ຄ້າຍ​ຄຸມ​ຂັງ​ດັດ​ສ້າງ ປກສ ແຂວງ ໄດ້​ຜ່ານ​ບັນ­ຊີ​ລາຍ​ຊື່ ຈຳ­ນວນ​ນັກ­ໂທດ​ທີ່​ໄດ້​ຮັບ​ນະ­ໂຍ­ບາຍ​ປ່ອຍ​ຕົວ​ກ່ອນ​ກຳ­ນົດ ແບບ​ມີ​ເງື່ອນ­ໄຂ​ຕາມ​ກົດ­ໝາຍ ທີ່​ໄດ້​ຜ່ານ​ການ​ປະ­ຕິ­ບັດ​ໂທດ​ມາ​ແລ້ວ 2/3 ຂອງ​ກົດ­ໝາຍ ຜ່ານ​ການ​ຄົ້ນ­ຄວ້າ ແລະ ຄັດ​ເລືອກ​ຕົວ​ຈິງ ນັກ­ໂທດ​ຜູ້​ມີ​ຄວາມ​ກ້າວ­ໜ້າ ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ເປັນ​ແບບ­ຢ່າງ​ໃນ​ການ​ປະ­ຕິ­ບັດ​ລະ­ບຽບ​ຂອງ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ ແລະ ມີ​ຜົນ­ງານ​ດີ­ເດັ່ນ​ໃນ​ຂະ​ບວນ​ການ​ອອກ­ແຮງ​ງານ ໃນ​ນັ້ນ ນັກ­ໂທດ​ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ໃນ​ຄັ້ງ​ນີ້ ລວມ​ມີ 60 ຄົນ ຍິງ 6 ຄົນ ຄົນ​ສັນ­ຊາດ​ຫວຽດ­ນາມ 1 ຄົນ.

ທ່ານ ພັນ​ໂທ ຄຳ​ແພງ ນຳ­ພາ​ວັນ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ແຂວງ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ເຊິ່ງ​ທ່ານ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ດີ­ໃຈ​ນຳ​ບັນ­ດາ​ນັກ­ໂທດ​ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ກ່ອນ​ກຳ­ນົດ​ໃນ​ຄັ້ງ​ນີ້ ທີ່​ໄດ້​ມີ​ຄວາມ​ຕື່ນ​ຕົວ​ປັບ​ປ່ຽນ​ທັດ­ສະ­ນະ​ຄະ­ຕິ ແລະ ແນວ​ຄິດ​ຂອງ​ຕົນ ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ກົດ​ລະ­ບຽບ​ຂອງ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ​ໄດ້​ດີ ມີ​ຄວາມ​ຫ້າວ­ຫັນ​ໃນ​ຂະ​ບວນ​ການ​ອອກ­ແຮງ​ງານ ເນັ້ນ​ໜັກ​ໃຫ້​ຜູ້​ໄດ້​ຮັບ​ການ​ປ່ອຍ​ຕົວ ເມື່ອ​ອອກ​ໄປ​ແລ້ວ​ຈົ່ງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ກົດ​ລະ­ບຽບ ກົດ­ໝາຍ​ບ້ານ​ເມືອງ​ຢ່າງ​ເຂັ້ມ​ງວດ ການ​ດຳ­ລົງ​ຊີ­ວິດ ແລະ ທຳ​ມາ​ຫາ​ກິນ​ຢູ່​ໃນ​ສັງ­ຄົມ ຕ້ອງ​ມີ​ຄວາມ​ຊື່­ສັດ​ສຸ​ຈະ­ລິດ ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ຜູ້​ປົກ­ຄອງ​ຈົ່ງ​ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ລູກ​ຫຼານ​ຂອງ​ຕົນ ໃຫ້​ກາຍ­ເປັນ​ຄົນ​ດີ​ຂອງ​ຄອບ­ຄົວ ເປັນ​ພົນ­ລະ­ເມືອງ​ດີ​ຂອງ​ສັງ­ຄົມ​ປະ­ເທດ​ຊາດ ແລະ ບໍ່​ກັບ​ມາ​ກະ­ທຳ​ຜິດ​ຕໍ່​ລະ­ບຽບ​ກົດ­ໝາຍ​ຕື່ມ​ອີກ.

error: Content is protected !!