ການປັກດໍາເຂົ້ານາປີເມືອງຫາດຊາຍຟອງ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນກໍລະກົດ

    ພາຍຫຼັງທີ່ສໍາເລັດການເກັບກູ້ຜົນຜະລິດພືດລະດູແລ້ງ ຊາວກະສິກອນໃນທົ່ວນະຄອນຫຼວງວຽງຈັນ ກໍຄືຊາວກະສິກອນເມືອງຫາດຊາຍຟອງ ໄດ້ພ້ອມກັນຂຸ້ນຂ້ຽວສຸມໃສ່ການຜະລິດພືດລະດູຝົນ ໂດຍສະເພາະແມ່ນການປູກເຂົ້ານາປີໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ແລະ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ.

    ທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 1 ກໍລະກົດ 2020 ວ່າ: ທົ່ວເມືອງຫາດຊາຍຟອງມີເນື້ອທີ່ການຜະລິດເຂົ້ານາປີ 6.080 ເຮັກຕາ ເພື່ອເຮັດໃຫ້ການຫຼຸດຜ່ອນແຮງງານເຂົ້າໃນການຜະລິດໄດ້ໃຊ້ 2 ເງື່ອນໄຂຄື: ນາຫວ່ານ ແລະ ນາດໍາດ້ວຍກົນຈັກ ໃນນີ້ສ່ວນໃຫຍ່ແມ່ນເຮັດນາຫວ່ານ ແລະ ດໍາດ້ວຍກົນຈັກ 500 ເຮັກຕາເປັນສ່ວນໜ້ອຍ ປະຕິບັດໄດ້ 300 ກວ່າເຮັກຕາ ປັດຈຸບັນສໍາເລັດກວມ 86% ເຊິ່ງໄດ້ເລີ່ມລົງມືມາແຕ່ຕົ້ນເດືອນມິຖຸນາເປັນຕົ້ນມາ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນກໍລະກົດນີ້.

    ສ່ວນການຜະລິດພືດຜັກ ມີເນື້ອທີ່ແຜນການ 1.165 ເຮັກຕາ ແລະ ໄມ້ໃຫ້ໝາກເນື້ອທີ່ແຜນການ 65 ເຮັກຕາ ສາມາດປະຕິບັດໄດ້ກວມ 40% ຂອງແຜນການ ນອກນັ້ນ ຫ້ອງການກະສິກໍາເມືອງຫາດຊາຍຟອງຍັງໄດ້ຊຸກຍູ້ການຜະລິດ 2 ກຸ່ມຄື: ກຸ່ມກະສິກໍາອິນຊີ ແລະ ກຸ່ມກະສິກໍາທີ່ດີ ເຊິ່ງການຈັດຕັ້ງກຸ່ມການຜະລິດດັ່ງກ່າວ ໄດ້ເປັນທ່າແຮງໃຫ້ແກການຂະຫຍາຍຕົວຊາວສວນນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ສາມາດສະໜອງພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ສໍາຄັນ ໃນທົ່ວເມືອງໄດ້ປັກຫຼັກເຂດໝາຍການຜະລິດກວມ 6.005 ເຮັກຕາ ເພື່ອເປັນເຂດສະຫງວນກະສິກໍາ ແລະ ໄດ້ສ້າງຕັ້ງກຸ່ມຈໍານວນ 36 ບ້ານ ມີກຸ່ມແນວພັນເຂົ້າສາມາດປະຕິບັດໄດ້ 4 ກຸ່ມ ຜະລິດເຂົ້າເປັນສິນຄ້າ 9 ກຸ່ມ ແລະ ກຸ່ມຜະລິດພືດຜັກເປັນສິນຄ້າ 6 ກຸ່ມ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!