ພະແນກ ຖວທ ນວ ແຕ່ງຕັ້ງຮອງຫົວໜ້າພະແນກຄົນໃໝ່

      ໃນວັນທີ 3 ເດືອນກໍລະກົດ 2020 ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2020 ແລະ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽວຈັນ ມີຫົວໜ້າຂະແໜງ ຫົວໜ້າຫ້ອງການ ຖວທ 9 ຕົວເມືອງ ຫົວໜ້າກອງວິຊາການ ພ້ອມດ້ວຍພະນັກງານລັດຖະກອນເຂົ້າຮ່ວມ.

ພະແນກ ຖວທ ນວ ແຕ່ງຕັ້ງຮອງຫົວໜ້າພະແນກຄົນໃໝ່

    ທ່ານນາງ ສີພາພອນ ລັດສະໝີ ຫົວໜ້າຫ້ອງການບໍລິຫານ ພະແນກ ຖວທ ນວໄດ້ຂຶ້ນຜ່ານບົດສະຫຼຸບດັ່ງກ່າວວ່າ: ໃນ 6 ເດືອນຜ່ານມາ  ເຖິງວ່າຈະໄດ້ຢຸດພັກເຮັດວຽກຢູ່ເຮືອນເປັນເວລາເກືອບ  1  ເດືອນກວ່າ  ແຕ່ບັນດາຂະແໜງການ ກອງວິຊາການ ຫ້ອງການ ຖວທ 9 ຕົວເມືອງ ແລະ ບັນດາພາກສ່ວນຕ່າງໆທີ່ຂຶ້ນກັບພະແນກ ໄດ້ເປັນຈິດໜຶ່ງໃຈດຽວສືບຕໍ່ເຮັດສຳເລັດໜ້າທີ່ຂອງຕົນ ຕາມທິດທາງແຜນການທີ່ວາງໄວ້ ຕາມການມອບໝາຍຂອງຂັ້ນເທິງ ເປັນຕົ້ນແມ່ນສາຍຕັ້ງ ແລະ ສາຍຂວາງ ເຊິ່ງໄດ້ຮັບຜົນສຳເລັດແຕ່ລະດ້ານ.

   ໃນໂອກາດນີ້ ທ່ານ ແກ້ວວິໄລສັກ ແສນສັກດາ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ພະແນກ ຖວທ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຮັບຮອງເອົາ ແລະ ແຕ່ງຕັ້ງພະນັກງານສະບັບເລກທີ 366/ຈນວ ລົງວັນທີ 19 ມິຖຸນາ 2020 ໂດຍໄດ້ເຫັນດີຕົກລົງແຕ່ງຕັ້ງທ່ານ ບົວລີ ແກ້ວມະນີວັນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ຂຶ້ນເປັນຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!