ໂຮງຮຽນນາໆຊາດຮີດຟິວ ຈະເລີ່ມນໍາໃຊ້ຫຼັກສູດການສອນ Oxford ແຫ່ງທໍາອິດໃນ ສປປ ລາວ

   ໂຮງຮຽນນາໆຊາດ ຮີດຟິວ ວຽງຈັນ ໄດ້ຮັບຄັດເລືອກຈາກມະຫາວິທະຍາໄລອ໊ອກຟ໊ອດ (Oxford) ໂດຍອ໊ອກຟ໊ອດ ເອດູເຄຊັ້ນ (Oxford Education) ເພື່ອນໍາໃຊ້ຫຼັກສູດສາກົນເຂົ້າມາສິດສອນໃນໂຮງຮຽນ ເຊິ່ງຈະເລີ່ມນໍາໃຊ້ຢ່າງເປັນທາງການໃນສົກຮຽນປີ 2020-2021 ເປັນຕົ້ນໄປ.

    ທ່ານ John Cockcroft ປະທານນັກທຸລະກິດປະເທດອັງກິດ ປະຈໍາ ສປປ ລາວ ກ່າວວ່າ: ມະຫາ ວິທະຍາໄລອ໊ອກຟ໊ອດ ເປັນມະຫາວິທະຍາໄລລະດັບຊັ້ນແນວໜ້າຂອງໂລກ ແລະ ໄດ້ຖືກຈັດລຳດັບໂດຍວາລະ ສານທາມ ໃຫ້ເປັນມະຫາວິທະຍາໄລອັນດັບ 1 ຂອງໂລກເປັນເວລາ 4 ປີຕິດຕໍ່ກັນ ໂດຍຫຼັກສູດສາກົນດັ່ງກ່າວນີ້ ເປັນຫຼັກສູດທີ່ໄດ້ພັດທະນາຂຶ້ນ ເພື່ອໃຫ້ແທດເໝາະກັບຍຸກສະຕະວັດທີ 21 ຍຸກໂລກາພິວັດທີ່ໂລກມີແຕ່ຄວາມຜັນຜວນ ແລະ ປ່ຽນແປງຢູ່ຕະຫຼອດເວລາ ດັ່ງນັ້ນ ຫຼັກສູດການຮຽນດັ່ງກ່າວ ຈະນໍາພານັກຮຽນນັກສຶກສາຍຸກໃໝ່ໃຫ້ໄດ້ຮັບການພັດທະນາແບບອົງລວມ ແລະ ຮອບດ້ານ ມີຄວາມເຂັ້ມຂຸ້ນໃນວິຊາຮຽນ ລວມໄປເຖິງທັກສະການໃຊ້ຊີວິດໃຫ້ມີຄວາມຜາສຸກ ຫຼື ເວົ້າໄດ້ວ່າໃຫ້ມີເປົ້າໝາຍ ແລະ ຄວາມສຸກ.

    ທ່ານ Micheal Anderson ຜູ້ອຳນວຍການໃຫຍ່ໂຮງຮຽນນາໆຊາດ ຮີດຟິວ ວຽງຈັນ ກ່າວວ່າ: ໂຮງຮຽນນານາຊາດ ຮີດຟິວ ວຽງຈັນ ແຫ່ງນີ້ ແມ່ນແນໃສ່ຄວາມເປັນເລີດທາງການສຶກສາ ແລະ ການທີ່ນໍາໃຊ້ຫຼັກສູດຂອງນາໆຊາດຂອງອ໊ອກຟ໊ອດ (Oxford International Curriculum) ແມ່ນຈະເຮັດໃຫ້ຫຼັກສູດຂອງເຮົາດີຍິ່ງຂຶ້ນໄປຕື່ມ ພ້ອມດຽວກັນນີ້ ທາງໂຮງຮຽນຈະໄດ້ເປີດໂຕອາຄານຫຼັງໃໝ່ໃນເດືອນກັນຍາທີ່ຈະເຖິງນີ້ ແລະ ສິ່ງອຳນວຍຄວາມສະດວກເພື່ອພັດທະນາສັກກະຍະພາບນັກຮຽນທາງດ້ານສຸຂະພາບ ແລະ ກີລາ ເຊິ່ງມີສະໜາມກີລາແບບຄົບວົງຈອນ ເຊັ່ນ: ເດີ່ນເທັນນິສ ເດີ່ນບານເຕະ ສະລອຍນໍ້າ ເດີ່ນກີລາໃນຮົ່ມ ແລະ ອື່ນໆ.

    ສໍາລັບໂຮງຮຽນນາໆຊາດຮີດຟິວ ພວກເຮົາ ມີຄວາມມຸ່ງຫວັງເປັນທີ່ສຸດ ທີ່ຈະພັດທະນານັກຮຽນຂອງພວກເຮົາເຕີບໃຫຍ່ໃຫ້ເປັນຄົນມີຄຸນນະພາບຂອງສັງຄົມ ມີທັດສະນະທາງບວກຢູ່ສະເໝີ ແລະ ປະສົບຜົນສຳເລັດໃນອະນາຄົດ.

# ຂ່າວ & ພາບ: ສີພອນ  

error: Content is protected !!