ປະເມີນວຽກງານຕິດຕາມ ກວດກາ ແກ້ໄຂການບໍລິການອິນເຕີເນັດກາເຟ

    ເພື່ອປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງວຽງຈັນ (ປທສ ນວ) ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ປທສ ວ່າດ້ວຍການໃຫ້ບໍລິການອິນເຕີເນັດກາເຟ ພະແນກ ປທສ ນວ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາ ແກ້ໄຂຫົວໜ່ວຍໃຫ້ບໍລິການອິນເຕີເນັດກາເຟຢູ່ ນວ ຂຶ້ນ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາ ແກ້ໄຂຫົວໜ່ວຍໃຫ້ບໍລິການອິນເຕີເນັດກາເຟ ພ້ອມທັງປືກສາຫາລືວິທີການຄຸ້ມຄອງໃນຕໍ່ໜ້າ.

    ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 3 ກໍລະກົດ 2020 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ຜູ້ຊີ້ນຳວຽກງານ ປທສ ຢູ່ ນວ ມີທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກ ປທສ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ຜູ້ຕາງໜ້າຈາກກະຊວງ ປທສ ບັນດາເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

    ໂອກາດນີ້ ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຕິດຕາມ ກວດກາ ແກ້ໄຂຫົວໜ່ວຍໃຫ້ບໍລິການອິນເຕີເນັດກາເຟ ຈາກຄະນະສະເພາະກິດຂອງແຕ່ລະເມືອງ ເຊິ່ງ ນວ ມີຫົວໜ່ວຍອິນເຕີເນັດກາເຟທີ່ໄດ້ຮັບອະນຸຍາດ 537 ຫົວໜ່ວຍ ສາມາດກວດກາ ແລະ ແກ້ໄຂໄດ້ 435 ຫົວໜ່ວຍ ໃນນີ້ ຫົວໜ່ວຍທີ່ໄດ້ຮັບອະນຸຍາດໃຫ້ບໍລິການອິນເຕີເນັດກາເຟ ແຕ່ລະເມີດຕໍ່ຂໍ້ຫ້າມ ແລະ ລະບຽບການ ແກ້ໄຂໄດ້ 327 ຫົວໜ່ວຍ ແລະ ຫົວໜ່ວຍທີ່ບໍ່ໄດ້ຮັບອະນຸຍາດ ແຕ່ເປີດໃຫ້ບໍລິການ ແກ້ໄຂໄດ້ 43 ຫົວໜ່ວຍ ການກວດກາແກ້ໄຂວຽກງານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດແຕ່ຕົ້ນເດືອນມັງກອນ 2020 ເຖິງປັດຈຸບັນ ນອກນີ້ ກອງປະຊຸມຄັ້ງນີ້ຍັງໄດ້ຍົກໃຫ້ເຫັນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເນື່ອງຈາກການໃຫ້ບໍລິການອິນເຕີເນັດກາເຟ ເປັນຕົ້ນ ເປັນບ່ອນມົ້ວສຸມຂອງໄວຮຸ່ນ ຊື້-ຂາຍຢາເສບຕິດ ຫຼິ້ນການພະນັນອອນລາຍ ຫຼິ້ນເກມອອນລາຍ ແລະ ອື່ນໆ.

    ສໍາລັບວິທີການແກ້ໄຂຕົວຈິງ ຜ່ານມາພະແນກ ປທສ ນວ ໄດ້ແຕ່ງຕັ້ງພະນັກງານວິຊາການລົງສົມທົບກັບຄະນະກຳມະການສະເພາະກິດຂອງແຕ່ລະເມືອງ ກວດກາ ແລະ ເກັບກຳຂໍ້ມູນບັນດາຫົວໜ່ວຍທີ່ດຳເນີນກິດຈະການອິນເຕີເນັດກາເຟ ໃນນີ້ໄດ້ເລັ່ງໃສ່ເປົ້າໜາຍດຳເນີນກິດຈະການບໍ່ສອດຄ່ອງກັບໃບອະນຸຍາດ ລະເມີດຕໍ່ລະບຽບກົດໜາຍ ແລະ ຂໍ້ຫ້າມຕ່າງໆ ບັນຫາດັ່ງກ່າວ ກອງປະຊຸມໄດ້ເຫັນດີໃຫ້ພະແນກ ປທສ ນວ ສົມທັບກັບຄະນະກຳມະການສະເພາະກິດຂອງເມືອງ ສືບຕໍ່ແກ້ໄຂໃຫ້ສຳເລັດເພື່ອຫຼຸດຜ່ອນປາກົດຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ໃຫ້ປະຕິບັດໄດ້ຕາມທິດຊີ້ນຳຂອງ ນວ ໂດຍສະເພາະມາດຕະການ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການ.                                                      

# ຂ່າວ & ພາບ: ສະບາໄພ

error: Content is protected !!