ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 2 ໂຄງການ ໃນການປົກປັກຮັກສາສິ່ງແວດລ້ອມ

       ພິທີເຊັນສັນຍາສະໜອງທຶນ ໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ ລະຫວ່າງທ່ານນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຕາງໜ້າຜູ້ຮັບທຶນ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ໂຄງການສົ່ງເສີມໂຄງການສະໜັບສະໜູນໃນການສ້າງສວນພຶກສາສາດ ຕາງໜ້າຜູ້ຮັບທຶນ ທ່ານນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສິ່ງແວດລ້ອມ ຈັດຂຶ້ນວັນທີ 2 ກໍລະກົດ 2020 ທີ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມມູນຄ່າ 800 ລ້ານກີບ ໂດຍມີທ່ານ ພູວົງ ຫຼວງໄຊຊະນະ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຫົວໜ້າກົມ ແລະ ຮອງກົມ ຈາກກົມກອງທີ່ກ່ຽວຂ້ອງ ລວມເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການເຂົ້າຮ່ວມເປັນສັກຂີພິຍານ.

    ໂຄງການທີ 1: ແມ່ນໂຄງການແກ້ໄຂບັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງປ່າ ໃຊ້ງົບປະມານ 700 ລ້ານກີບ ພື້ນທີ່ໂຄງການຢູ່ ແຂວງວຽງຈັນ (ເມືອງເຟືອງ) ແລະ ແຂວງອຸດົມໄຊ (ເມືອງຫຼາ ແລະ ເມືອງນາໝໍ້) ຂອງພະແນກຄຸ້ມຄອງສັດນ້ໍາ ແລະ ສັດປ່າ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອສ້າງຄວາມເຂົ້າໃຈ ຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂັ້ນທ້ອງຖິ່ນ ໃນການແກ້ໄຂບັນຫາຂໍ້ຂັດແຍ່ງລະຫ່ວາງຄົນກັບຊ້າງປ່າ ໂດຍໃຫ້ປະຊາຊົນເປັນເຈົ້າການໃນການການຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນຊ້າງປ່າໃຫ້ມີຄວາມຍືນຍົງ ກໍານົດເວລາຈັດຕັ້ງປະຕິບັດ 2 ປີ.

    ໂຄງການທີ2 ແມ່ນໂຄງການສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ ງົບປະມານ 100 ລ້ານກີບ ພື້ນທີ່ໂຄງການທີ່ໂຮງຮຽນມັດທະຍົມສົມບູນ ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດໂດຍກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຸດປະສົງເພື່ອສົ່ງເສີມ ແລະ ສະໜັບສະໜູນໃນການສ້າງສວນພຶກສາສາດ ເພື່ອໃຫ້ມີຄວາມຍືນຍົງທາງດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກິດຈະກຳມີຕິດຕັ້ງລະບົບໄຟຟ້າ ຕິດຕັ້ງລະບົບນ້ໍາປະປາ ແລະ ຕິດຕາມກິດຈະກໍາການປູກພືດໃນສວນພຶກສາສາດ ກໍານົດເວລາການຈັດຕັ້ງປະຕິບັດ 1 ປີ.

error: Content is protected !!