ສຳເລັດກອງປະຊຸມໃຫຍ່ຄັ້ງທີ II​ ຄະນະພັກຮາກຖານບໍລິສັດເບຍລາວຈຳກັດ

    ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານບໍລິສັດ ເບຍລາວ ຈຳກັດ ຈັດຂຶ້ນວັນທີ 3 ກໍລະກົດ 2020 ໂດຍເປັນປະທານຂອງສະຫາຍ ສູນທອນ ສີຣິສັກ ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ເລຂາຄະນະພັກຮາກຖານບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມມີສະຫາຍນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ສະຫາຍ ສູນທອນ ພົມມະຈັກ ຮອງຄະນະພັກຮາກຖານ ປະທານບໍລິສັດ ເບຍລາວ ສະຫາຍ ກິດສະໜາ ວົງໄຊ ຮອງຄະນະພັກຮາກຖານ ປະທານສະພາຜູ້ບໍລິຫານບໍລິສັດ ເບຍລາວ ຈຳກັດ ພ້ອມສະມາຊິກພັກສົມບູນຈາກ 4 ໜ່ວຍພັກຈຳນວນ 88 ສະຫາຍເຂົ້າຮ່ວມ.

    ສະຫາຍ ສູນທອນ ສີຣິສັກ ໄດ້ຕີລາຄາຜົນງານການຊີ້ນຳນຳພາ ແລະ ປະຕິບັດວຽກງານໃນແຕ່ລະດ້ານ ໄລຍະ 5 ປີຜ່ານມາ ຄະນະພັກຮາກຖານ ຄະນະໜ່ວຍພັກ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ໃກ້ຊິດຕິດແທດພະນັກງານ ແລະ ກໍາມະກອນ ພ້ອມທັງເອົາໃຈໃສ່ນໍາພາແນວຄິດຢ່າງເໝາະສົມ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ເຫັນດີເຫັນພ້ອມກັບແນວທາງນະໂຍບາຍຂອງພັກ ມີຄວາມເຊື່ອໝັ້ນ ແລະ ມີສັດທາສູງຕໍ່ການນໍາພາຂອງພັກ ຕື່ນຕົວປະຕິບັດລະບຽບ ແລະ ກົດໝາຍຂອງປະເທດ ຕ້ານປາກົດການຫຍໍ້ທໍ້ດ້ານແນວຄິດຫຼາຍພັກຫຼາຍເຄົ້າ ແລະ ຕີຖອຍການຫັນປ່ຽນໂດຍສັນຕິຂອງສັດຕູ ການນໍາພາດ້ານການເມືອງ ແລະ ດ້ານແນວຄິດໄດ້ດີ ເຮັດໃຫ້ຮາກຖານມີຄວາມສຸກສະຫງົບ ມີກໍາລັງແຮງ ແລະ ມີເງື່ອນໄຂສູງ ເອື້ອອໍານວຍໃຫ້ແກ່ການປະຕິບັດວຽກງານວິຊາສະເພາະ ກໍຄືການດໍາເນີນທຸລະກິດໃຫ້ປະສົບຜົນສໍາເລັດເລື່ອຍໆມາ.

    ຄະນະພັກຮາກຖານ ໄດ້ຍົກສູງວຽກງານປັບປຸງ ແລະ ກໍ່ສ້າງພັກຢ່າງຕໍ່ເນື່ອງ ເພື່ອເພີ່ມຂີດຄວາມສາມາດນໍາພາຂອງພັກໃນໄລຍະໃໝ່ຕາມ 5 ຫຼັກການ ແລະ 3 ທິດນໍາ ກໍານົດເອົາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຕິດພັນຢ່າງແຂງແຮງກັບການຜັນຂະຫຍາຍຍຸດທະສາດ ແລະ ແຜນການປະຈໍາປີຂອງການດໍາເນີນທຸລະກິດ ສູ້ຊົນດໍາເນີນຊີວິດການເມືອງໃຫ້ປົກກະຕິ ແລະ ມີເນື້ອໃນ ເອົາເວທີດັ່ງກ່າວເປັນບ່ອນກວດກາ ຮຽນຮູ້ ສ້າງຄວາມເຂັ້ມແຂງ ຄວາມສາມັກຄີ ການຮ່ວມມື ການແກ້ໄຂບັນຫາຢ່າງມີປະສິດທິພາບ ແລະ ເພີ່ມຄວາມເປັນແບບຢ່າງນໍາໜ້າ ບັນດາສະມາຊິກພັກຈໍານວນ 88 ສະຫາຍ ໄດ້ຮັບການປະເມີນຜົນ ແລະ ຕີລາຄາຈັດປະເພດຢ່າງກົງໄປກົງມາ 4 ໜ່ວຍພັກໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ປີລຽນຕິດ (2015-2018) ການຂະຫຍາຍສະມາຊິກພັກແມ່ນມີຄວາມສໍາເລັດທາງດ້ານປະລິມານ ແລະ ຄຸນະພາບ ຕະຫຼອດໄລຍະເວລາ 5 ປີຜ່ານມາ ໄດ້ມີການຂະຫຍາຍສະມາຊິກພັກໄດ້ເຖິງ 78 ສະຫາຍ ຍິງ 19 ສະຫາຍ ພ້ອມດຽວກັນນີ້ ກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດພະນັກງານວິຊາການທີ່ເຂົ້າໃໝ່ ແລະ ພະນັກງານຫຼັກແຫຼ່ງເດີມ ມີຄວາມໜັກແໜ້ນ ເພື່ອພິຈາລະນາຂະຫຍາຍເຂົ້າພັກໃນອະນາຄົດ.

   ດ້ານວຽກງານວິຊາສະເພາະ ຄະນະພັກຮາກຖານໄດ້ເອົາໃຈໃສ່ຜັນຂະຫຍາຍຍຸດທະສາດ sail22 ຂອງບໍລິສັດ ຄາສເບີກ 9 ຍຸດທະສາດຫຼັກຂອງບໍລິສັດໃນການດໍາເນີນທຸລະກິດຂອງບໍລິສັດຢ່າງມີເປົ້າໝາຍຕໍ່ເນື່ອງໃນການເພີ່ມປະສິດທິພາບ ແລະ ປະສິດທິຜົນ ການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຕົ້ນທຶນການຜະລິດ ການຍົກສູງຄຸນນະພາບສິນຄ້າ ແລະ ການບໍລິການສົ່ງເສີມຄວາມປະດິດສ້າງ ແລະ ນະວັດຕະກໍາ ແລະ ເພີ່ມຄວາມສາມາດແຂ່ງຂັນ ອັນໄດ້ເຮັດໃຫ້ໃນ 5 ປີຜ່ານມາ ຍອດຂາຍສິນຄ້າລວມເພີ່ມຂຶ້ນ 5,36% ຕໍ່ປີ ລາຍຮັບຈາກການຂາຍເພີ່ມຂຶ້ນ 7,.07% ຕໍ່ປີ ບໍລິສັດໄດ້ກ້າວຂຶ້ນມາຢູ່ແຖວໜ້າກຸ່ມທຸລະກິດທີ່ປະຕິບັດພັນທະໄດ້ດີ ສະໝໍ່າສະເໝີ ແລະ ມີທ່າອ່ຽງເພີ່ມຂຶ້ນ ປີຜ່ານມານີ້ ບໍລິສັດໄດ້ປະຕິບັດພັນທະງົບປະມານເຖິງ 2.000 ຕື້ກີບ ປະກອບສ່ວນຊ່ວຍສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຫຼາຍກວ່າ 3 ຕື້ກີບ ແລະ ຮັກສາສ່ວນແບ່ງຕະຫຼາດໄດ້ເຖິງ 95-96%.

    ພ້ອມດຽວກັນນີ້ ໃນກອງປະຊຸມໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກຈຳນວນ 9 ສະຫາຍ ເລືອກເອົາ 7 ສະຫາຍ ໃນນີ້ ສະຫາຍ ສິດທິໄຊ ເກດຕະວົງ ເປັນເລຂາຄະນະ ພັກຮາກຖານ ສະຫາຍ ພອນໄຊ ອິນສົມ ເປັນຮອງເລຂາ ແລະ ສະຫາຍ ຈັນສະໝອນ ຜ່ອງຈັນທາ ເປັນຮອງເລຂາ ທັງເປັນປະທານກວດກາພັກ.

    ໂອກາດນີ້ ສະຫາຍນາງ ເຂັມມະນີ ພົນເສນາ ໃຫ້ກຽດໂອ້ລົມ ສະຫາຍໄດ້ເນັ້ນໜັກໃຫ້ສະຫາຍສະມາຊິກພັກ ແລະ ພະນັກງານ ເຊີດຊູສະຕິເປັນເຈົ້າໃນການຮໍ່າຮຽນທິດສະດີການເມືອງ ແນວທາງນະໂຍບາຍຂອງພັກ ຄວາມຮູ້ຄວາມສາມາດດ້ານວິຊາການ ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ ສູ້ຊົນຈັດຕັ້ງປະຕິບັດແຜນດຳເນີນງານ ແລະ ເປົ້າໝາຍສູ້ຊົນຂອງບໍລິສັດໃນແຕ່ລະໄລຍະ ພ້ອມທັງເສີມສ້າງສາຍພົວພັນແຮງງານ ແລະ ຍົກສູງຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຄະນະຜູ້ບໍລິຫານໃນການດຳເນີນທຸລະກິດໃນສະພາບປົກກະຕິໃໝ່.

# ຂ່າວ & ພາບ: ຊິລິການດາ

error: Content is protected !!