ເຮັດນາປະສົມປະສານກັບການປູກຝັງ-ລ້ຽງສັດ ສ້າງລາຍຮັບໄດ້ດີ

    ອາຊີບກະສິກອນ ເປັນອາຊີບໜຶ່ງທີ່ເຮັດໃຫ້ຊີວິດການເປັນຢູ່່ຂອງຫຼາຍຄອບຄົວດີຂຶ້ນ ດັ່ງ ລຸງຜາ ພະມີໄຊ ຢູ່ບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍເປັນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນໃນການເຮັດກະສິກໍາ ໂດຍໄດ້ຢຶດຖືອາຊີບເຮັດນາປະສົມປະສານກັບການປູກຝັງ-ລ້ຽງສັດເພື່ອຜະລິດເປັນສິນ ຄ້າ ເຊິ່ງສາມາດສ້າງລາຍຮັບໄດ້ດີ ແລະ ເຮັດໃຫ້ເສດຖະກິດຄອບຄົວນັບມື້ດີຂຶ້ນ.

    ລຸງຜາ ພະມີໄຊ ໃຫ້ສໍາພາດວັນທີ 1 ກໍລະກົດ 2020 ວ່າ: ຕົນໄດ້ຢຶດຖືອາຊີບເຮັດນາມາໄດ້ຫຼາຍສິບປີແລ້ວ ໃນເນື້ອທີ່ 9 ໄລ່ ໃນນີ້ ໄດ້ເຮັດທັງລະດູແລ້ງ ແລະ ລະດູຝົນ ສະເລ່ຍຜົນໄດ້ຮັບປະມານ 170 ເປົາຕໍ່ລະດູການ ໄປພ້ອມກັບການເຮັດນາ ກໍໄດ້ລ້ຽງງົວ ແລະ ຄວາຍຈໍານວນໜຶ່ງ ແຕ່ຜົນໄດ້ຮັບຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເພື່ອນໍາໃຊ້ເນື້ອທີ່ດິນຂອງຕົນຍັງເປົາຫວ່າງຢູ່ໃຫ້ເກີດຜົນປະໂຫຍດ ປີ 2010 ຈຶ່ງໄດ້ປຶກສາກັບຄອບຄົວເຮັດສວນປູກໝາກຖົ່ວ ສາລີ ແລະ ໝາກແຕງໃນເນື້ອທີ່ 7 ໄລ່ ເພື່ອຜະລິດເປັນສິນຄ້າ ເຊິ່ງຜົນຜະລິດໄດ້ຈັດສົ່ງໃຫ້ແມ່ຄ້າບ້ານໃກ້ຄຽງໄປຈໍາໜ່າຍທີ່ຕະຫຼາດ ສະເລ່ຍລາຍຮັບຈາກການຂາຍພືດຜັກ 10-20 ລ້ານກີບຕໍ່ປີ ສະເພາະປີ 2020 ລຸງຜາ ໄດ້ປັກດໍາເຂົ້ານາປີສໍາເລັດແລ້ວໃນເນື້ອທີ່ 9 ໄລ່ ແລະ ກໍາລັງເກັບຜົນຜະລິດໝາກຖົ່ວ ໂດຍຈໍາໜ່າຍ 160.000 ກີບຕໍ່ໜື່ນ ສ່ວນສາລີ ແລະ ໝາກແຕງ ຄາດວ່າສາມາດເກັບຜົນຜະລິດໃນທ້າຍເດືອນກໍລະກົດນີ້ ຖ້າແມ່ຄ້າທ່ານໃດສົນໃຈ ສາມາດໄປຊື້ກັບທີ່ຢູ່ສວນ ນອກນີ້ຍັງໄດ້ລ້ຽງງົວ ແລະ ຄວາຍ 30 ກວ່າໂຕ ເພື່ອເປັນຝຸ່ນໄວ້ໃສ່ພືດຜັກ ແລະ ຂາຍໃນຍາມຈໍາເປັນ.

    ສໍາລັບການປູກພືດຜັກຂອງ ລຸງຜາ ພະມີໄຊ ແມ່ນປູກທໍາມະຊາດແບບປະຖົມປະຖານ ພາຍຫຼັງທີ່ເກັບກູ້ຜົນຜະລິດແລ້ວ ກໍໄດ້ຟື້ນຟູດິນ ໃນນີ້ແມ່ນໄດ້ເອົາງົວຄວາຍທີ່ຕົນລ້ຽງໄປມັດໃສ່ຜັດປ່ຽນເປັນແຕ່ລະມື້ແຕ່ລະຈຸດ ນອກນີ້ ໃນລະດູແລ້ງກໍໄດ້ປູກຜັກກາດຊອມຕື່ມອີກ ສໍາລັບຂໍ້ຫຍຸ້ງຍາກ ແມ່ນຜັກເປັນພະຍາດເພ້ຍ ບົ້ງກິນໃບ ແລະ ນໍ້າສະໜອງໃຫ້ການຜະລິດບໍ່ພຽງພໍ ຕະຫຼາດຈໍາໜ່າຍຍັງບໍ່ສາມາດຮອງຮັບຜົນຜະ ລິດໄດ້ດີເທົ່າທີ່ຄວນ ສ່ວນທິດທາງຕໍ່ໜ້າ ແມ່ນຢາກເຮັດການຜະລິດແບບເຮືອນຮົ່ມ ປັດຈຸບັນກໍາລັງຢູ່ໃນຂັ້ນຕອນການເຂົ້າເປັນສະມາຊິກກຸ່ມກະສິກໍາຊາວສວນ. 

ເຮັດນາປະສົມປະສານກັບການປູກຝັງ-ລ້ຽງສັດ ສ້າງລາຍຮັບໄດ້ດີ

# ຂ່າວ & ພາບ: ຂັນທະວີ

error: Content is protected !!