ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກ ສວຜ ກະຊວງພາຍໃນ

    ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກສູນສໍາຫຼວດວັດແທກ ແລະ ແຜນທີ່ ກະຊວງພາຍໃນ ໄຂຂຶ້ນວັນທີ 3 ກໍລະກົດ 2020 ໂດຍເປັນປະທານຂອງສະຫາຍ ກອງຄໍາ ສຸລິຍາ ຄະນະພັກກະຊວງ ເລຂາໜ່ວຍພັກ ຫົວໜ້າສູນສໍາຫຼວດວັດແທກ ແລະ ແຜນທີ່ (ສວຜ) ກອງປະຊຸມເປັນກຽດຕ້ອນຮັບສະຫາຍ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ ເລຂາພັກກະຊວງພາຍໃນ ລັດຖະມົນຕີກະຊວງພາຍໃນ ມີສະຫາຍ ທອງຈັນ ມະນີໄຊ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະພັກຈາກກົມກອງອ້ອມຂ້າງ ລວມທັງສະມາຊິກພັກສົມບູນ ແລະ ສໍາຮອງຂອງໜ່ວຍພັກສູນສໍາຫຼວດວັດແທກ ແລະ ແຜນທີ່ ເຂົ້າຮ່ວມ.

   ສະຫາຍ ກອງຄໍາ ສຸລິຍາ ໄດ້ຂື້ນຜ່ານບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະໜ່ວຍພັກ ພ້ອມທັງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ທີ່ໜ່ວຍພັກສູນສໍາຫຼວດ ວັດແທກ ແລະ ແຜນທີ່ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ພ້ອມດຽວກັນນັ້ນ ສະຫາຍ ກໍຍັງໄດ້ຍົກໃຫ້ເຫັນບາງດ້ານທີ່ຍັງເຫັນວ່າຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍໄປສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.

    ກອງປະຊຸມ ໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານຂອງໜ່ວຍພັກ ສວຜ ຊຸດໃໝ່ ມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ໄດ້ເລືອກເອົາສະຫາຍ ກອງຄໍາ ສຸລິຍາ ເປັນເລຂາໜ່ວຍພັກ ສະຫາຍ ບົວວັນ ພຸດທະວົງ ເປັນຮອງເລຂາ ສະຫາຍ ສາຍຄຳ ສີຫາລາດ ເປັນຄະນະ ຮັບຜິດຊອບວຽກງານກວດກາ ສະຫາຍ ພຸດສະດີ ແພງເໝາະ ແລະ ສະຫາຍ ນາງ ອິມພອນ ຈັນງາຄຳ ເປັນຄະນະ ທັງເປັນຜູ້ກວດກາຫນ່ວຍພັກ ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງພາຍໃນ.

error: Content is protected !!