ຮອງເຈົ້າຄອງຕິດຕາມງານກະກຽມປະຕິສັງຂອນພະທາດວັດຖິ່ນຊ້ອຍ

    ວັນທີ 3 ກໍລະກົດ 2020 ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການກະກຽມງານຕັ້ງກອງບຸນເພື່ອປະຕິສັງຂອນພະທາດວັດຖິ່ນຊ້ອຍ ບ້ານປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ  ທ່ອງທ່ຽວ ນວ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ບ້ານໃຫ້ການຕ້ອນຮັບ.

    ການລົງຕິດຕາມຄັ້ງນີ້ ທ່ານຮອງເຈົ້າຄອງໄດ້ປືກຫາລືກັບຄະນະຮັບຜິດຊອບຈັດງານແຕ່ລະຂັ້ນ ເພື່ອເຮັດໃຫ້ການຫ້າງຫາກະກຽມການປະຕິສັງຂອນພະທາດວັດຖິ່ນຊ້ອຍສໍາເລັດຕາມແຜນຢ່າງຈົບງາມ ເປັນຕົ້ນ ການຄອບໄຫວ້ສິ່ງສັກສິດ ການປະດັບປະດາສະຖານທີ່ຕັ້ງກອງບຸນ 9 ກອງ  ການຈັດພິທີໃສ່ບາດໃນວັນທີ 4 ກໍລະກົດ 2020 ແລະ ການຖວາຍສັງຄະທານດ້ວຍພະສົງ 25 ອົງ ແລະ ເຄນກອງຕາມຮີດຄອງປະເພນີ ແລະ ອື່ນໆ ເພື່ອແນໃສ່ເຮັດໃຫ້ງານປະຕິສັງຂອນຄັ້ງນີ້ຖືກຕ້ອງຕາມຂະນົບທຳນຽບ  ແລະ ມີຜົນສໍາເລັດເປັນຢ່າງດີ.

   ໂອກາດນີ້ ຂໍເຊີນຊວນບັນດາຊາວພຸດທະສານິກາຊົນ ປະຊາຊົນລາວບັນດາເຜົ່າ ກໍຄື ຊາວນະຄອນຫຼວງວຽງຈັນ ຜູ້ມີຈິດໃຈໃສສັດທາ ເຂົ້າຮ່ວມເປັນເຈົ້າພາບເຈົ້າສັດທາ ໂມທະນາທານນຳໃນງານດັ່ງກ່າວ ເຊິ່ງທຶນທີ່ໄດ້ຈາກການຈັດງານກອງບຸນທັງໝົດ ຈະໄດ້ນໍາໄປປະກອບສ່ວນເຂົ້າໃນການບູລະນະປະຕິສັງຂອນພະທາດວັດຖິ່ນຊ້ອຍແຫ່ງນີ້ເພື່ອໃຫ້ສວຍງາມເປັນທີ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມວັດດັ່ງກ່າວໃຫ້ນັບຫຼາຍຂຶ້ນ.

error: Content is protected !!