ວັນທີ 11 ກັນຍາ 2023 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ໄດ້ຕ້ອນຮັບການ ເຂົ້າ ພົບປະຂອງ ທ່ານ ຕ່າຍ ຮູຍ ໝິງ ຮອງເຈົ້ານະຄອນຄຸນໝິງ ແຂວງ ຢູນໜານ ສປ ຈີນ ພ້ອມຄະນະ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ ວັນທີ 11-14 ກັນຍາ.

ທ່ານ ພູຂົງ ບັນນະວົງ ໄດ້ຕີລາຄາສູງຕໍ່ການເຂົ້າພົບປະຂອງທ່ານ ຮອງເຈົ້ານະຄອນຄຸນໝິງ ພ້ອມຄະນະຄັ້ງນີ້ ເຊິ່ງເປັນການ ຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດກໍ່ຄືສອງນະຄອນ ເວົ້າສະເພາະປະຊາຊົນນະຄອນຫຼວງວຽງຈັນ ແລະ ປະຊາຊົນນະຄອນຄຸນໝິງທີ່ເປັນເພື່ອນມິດກັນມາແຕ່ດົນນານໃຫ້ນັບ ມື້ເກີດດອກອອກຜົນຍິ່ງໆຂຶ້ນ ພ້ອມນັ້ນຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ ວັດທະນະທໍາ ແລະ ສັງຄົມຂອງ ນະຄອນຫຼວງວຽງຈັນໃຫ້ຮັບຊາບຕື່ມອີກ.

ໂອກາດນີ້ທ່ານ ຮອງເຈົ້າຄອງນະຄອນຄຸນໝິງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນຄຸນໝິງໂດຍ ຫຍໍ້ໃຫ້ຮັບຊາບ ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ແລະ ຜັນຂະຫຍາຍການ ຮ່ວມມືຮອບດ້ານລະຫວ່າງສອງນະຄອນ ຖດຍສະເພາະການຮ່ວມມືຕາມແລວທາງລົດໄຟລາວ-ຈີນທີ່ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດໃຫ້ເປັນຮູບປະທໍາ ແລະ ອື່ນໆ.
ຕອນທ້າຍທ່ານ ພູຂົງ ບັນນະວົງ ໄດ້ມອບຫຼຽນກາມິດຕະພາບໃຫ້ອໍານາດການປົກຄອງນະຄອນຄຸນໝິງ ແຂວງ ຢູນໜານ ສປ ຈີນ ທີ່ມີຜົນງານປະກອບສ່ວນວັດຖຸ-ອຸປະກອນ ແລະ ທຶນຮອນເຂົ້າໃນພັດທະນານະຄອນຫຼວງວຽງຈັນ ມູນຄ່າ 896.400 ໂດລາສະຫະລັດ ເຊິ່ງຜົນງານດັ່ງກ່າວເປັນການປະກອບສ່ວນສໍາຄັນໃນການພັດທະນາ ສປປ ລາວ.