ຍທຂ ຈັດ​ຊື້ ລົດຖີບສາມລໍ້ໄຟຟ້າ 150 ຄັນ ເຂົ້າ​ໃນ ໂຄງການຂົນສົ່ງແບບຍືນຍົງ ໃນ ນວ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລົງນາມໃນສັນຍາຈັດຊື້ລົດຖີບ ສາມລໍ້ໄຟຟ້າ (electric pedicab) 150 ຄັນ ກັບ ບໍລິສັດ ARC LAO ຈຳກັດ ສ​ະ​ໜອງເຂົ້າ​ໃນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ).

ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ) ໄດ້ລາຍງານຫຍໍ້ ກ່ຽວ ກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ວ່າ: ການລົງນາມເພື່ອຈັດຊື້ລົດຖີບໄຟຟ້າ 150 ຄັນໃຫ້ແກ່ໂຄງ ການຂົນ ສົ່ງແບບຍືນຍົງໃນຕົວເມືອງ ນວ ໂດຍນໍາໃຊ້ທຶນກູ້ຢືມຈາກກອງທຶນສິ່ງແວດລ້ອມໂລກ (Global Environment Facility/GEF) ມູນຄ່າສັນຍາ 456.000ໂດລາສະຫາລັດ ເຊິ່ງໂຄງການດັ່ງກ່າວຖືກຮັບຮອງໃນປີ 2014 ໄດ້ຮັບເງິນກູ້ຢືມ ຊ່ວຍ ເຫຼືອຈາກອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານລາວທັງໝົດ 99,7 ລ້ານໂດລາ ໂຄງການນີ້ມີຈຸດປະສົງ ເພື່ອແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງ ອຸບັດຕິເຫດ ເປັນມິດກັບສິ່ງແວດລ້ອມ ໂດຍສົ່ງເສີມການຍ່າງ ແລະ ນຳ ໃຊ້ລົດຖີບໄຟຟ້າໃນການເດີນທາງ.

ສຳ​ລັບ​ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ປະ​ກອບ​​ມີ 5 ອົງປະກອບຫຼັກ ຄື: ສ້າງໜ່ວຍງານ (ກອງ) ຄຸ້ມຄອງການຂົນສົ່ງໃນຕົວເມືອງ (UTMS) ລະບົບລົດເມສາຍດ່ວນ (Bus Rapid Transit “BRT”) ລະບົບຄຸ້ມຄອງການຈະ ລາຈອນ (Traffic Management System) ການຄຸ້ມຄອງບ່ອນຈອດລົດ (Parking Management) ການຂົນສົ່ງທີ່ບໍ່ມີ ເຄື່ອງຈັກ (Non-Motorized Transit “NMT”) ໂດຍການນຳໃຊ້ລົດຖີບສາມລໍ້ໄຟຟ້າ ປັດຈຸບັນໄດ້ສຳເລັດຂະບວນການປະ ມູນຈັດຫາເອົາຜູ້ຜະລິດ ແລະ ສະໜອງລົດຖີບໄຟຟ້າ ຈຳນວນ 150 ຄັນ ຕາມການເຫັນດີຂອງຜູ້ໃຫ້ທຶນກໍຄື ທະນາຄານພັດ ທະນາອາຊີ (ADB) ໃນວັນທີ 24 ມີນາ 2023 ຄາດໝາຍເວລາສົ່ງ-ມອບພາຫານະທັງໝົດພາຍໃນ 10 ເດືອນ ຫຼັງຈາກເຊັນ ສັນຍາ ປະມານເດືອນ ກໍລະກົດ 2024.

ສະເພາະລົດຖີບສາມລໍ້ໄຟຟ້າຈະເປັນຍານພາຫະນະຕົ້ນຕໍທີ່ປະຊາຊົນອາດຈະໃຊ້ໃນເຂດການຂົນສົ່ງສິ່ງທີ່ບໍ່ໃຊ້ເຄື່ອງຈັກ ມັນເປັນລົດສາມລໍ້ທີ່ສາມາດດໍາເນີນການໂດຍໃຊ້ພະລັງງານຢຽບຜາຕີນ ຫຼື ປະສົມປະສານລະຫວ່າງພະລັງງານຜາຕີນຢຽດ ແລະ ພະລັງງານໄຟຟ້າໄປພ້ອມໆກັນ ສາມາດບັນທຸກຜູ້ໂດຍສານໄດ້ 2-3 ຄົນ ເມື່ອປຽບທຽບກັບລົດຕຸກໆ ລົດສາມລໍ້ຖີບໄຟ ຟ້າມີການປ່ອຍກາສອາຍພິດ CO2 ຕ່ຳ ແລະ ບໍ່ມີສຽງເນືອງນັນ ເພາະສະນັ້ນມັນປອດໄພກວ່າ ແລະ ມີສຸຂະພາບດີກວ່າ.

ພິທີລົງນາມມີຂຶ້ນ​ໃນວັນທີ 13 ກັນຍາ 2023 ທີ່ກະຊວງ ຍທຂ ໂດຍການລົງນາມຂອງ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມ ຂົນສົ່ງ ກະຊວງ ຍທຂ ແລະ ທ່ານ ພະນົມພອນ ເພຍສັດຂວາ ຜູ້ບໍລິຫານ ບໍລິສັດ ARC LAO ຈຳກັດ ມີພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.ຝເປັນສັກຈີພິຍານ.

error: Content is protected !!