ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ເປີດຊຸດອົບຮົມການອອກໃບຢັ້ງຢືນສຸຂານາໄມພືດ ແລະ ການນຳໃຊ້ໂປຣແກຣມ (NPD) ໃຫ້ 5 ແຂວງ ໃນວັນທີ 18 ກັນຍາ 2023 ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ໂດຍມີທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທ່ານ ຕຽມທອງ ສີພັນວົງ ຮອງຫົວໜ້າພະແນກກັກກັນພືດ (ກົມປູກຝັງ) ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍວິທະຍາກອນຈາກສູນກາງ ແລະ ເຈົ້າໜ້າທີ່ກັກກັນພືດຈາກແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ແລະ ແຂວງເຊກອງ ເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທາງດ້ານພາກທິດສະດີ ແລະ ປະຕິບັດຕົວຈິງ ເປັນຕົ້ນແມ່ນຮຽນຮູ້ກ່ຽວກັບສັດຕູພືດ (ແມງໄມ້ ພະຍາດ ແລະ ວັດສະພືດ) ຫຼັກການກວດກາພືດ ແລະ ຜະລິດຕະພັນພືດ ເພື່ອຢັ້ງຢືນໃນການອອກໃບຢັ້ງຢືນສຸຂານາໄມພືດ ຫຼັກການ ແລະ ຂັ້ນຕອນການອອກໃບຢັ້ງຢືນສຸຂານາໄມພືດ ສໍາລັບການສົ່ງອອກ ແລະ ສົ່ງອອກຕໍ່ ການນໍາໃຊ້ໂປຣແກຣມໃນການອອກໃບຢັ້ງຢືນສຸຂານາໄມພືດ ແລະ ການລາຍງານ ການຕື່ມແບບຟອມ PQD 01.1 ແລະ PQD2 ການຊອກຫາແຫຼ່ງຂໍ້ມູນພືດຈາກແຫຼ່ງຂໍ້ມູນ ການຊອກຫາລາຍຊື່ພືດເພື່ອປະກອບເຂົ້າໂປແກຣມ NPD ໂດຍນໍາໃຊ້ແຫຼ່ງຂໍ້ມູນຕ່າງໆໃນເວັບໄຊ ແລະ ປຶ້ມ check List of Laos plant Name and Jules Vidal books ພ້ອມນີ້ ຍັງໄດ້ຮັບຟັງການເຜີຍແຜ່ນິຕິກໍາ ກ່ຽວກັບການຈັດຕັ້ງວຽກງານກັກກັນພືດ ແລະ ການຢັ້ງຢືນສຸຂານາໄມພືດ ສໍາລັບຫຼັກການສົ່ງອອກ ຂໍ້ຕົກລົງສຸຂານາໄມ ແລະ ສຸຂານາໄມພືດ (WTO-SPS) ເງື່ອນໄຂການນໍາເຂົ້າພືດ ແລະ ຜະລິດຕະພັນພືດຂອງປະເທດປາຍທາງ ໂດຍສະເພາະແມ່ນໄທ ຫວຽດນາມ ສປ ຈີນ ກຸ່ມປະເທດອີຢູ ແລະ ອື່ນໆ.


ໂອກາດນີ້ ທ່ານ ເສີມສີ ສຸລິຕະ ໄດ້ກ່າວວ່າ: ຊຸດອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 5 ວັນ (18-22 ກັນຍາ 2023) ແລະ ເປັນຊຸດອົບຮົມ ທີ່ມີຄວາມໝາຍຄວາມສໍາຄັນ ສະນັ້ນ ບັນດາເຈົ້າ ໜ້າທີ່ກັກກັນພືດ ກໍຄືສໍາມະນາກອນທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອນຳເອົາບົດຮຽນໄປຜັນຂະຫາຍລົງສູ່ວຽກງານຕົວຈິງ ໃນວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ມີຜົນສໍາເລັດໃໝ່ທີ່ດີຂຶ້ນກວ່າເກົ່າ.
