ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19

    ເຖິງວ່າປັດຈຸບັນ ສປປ ລາວ ຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ກໍມີຄວາມສ່ຽງສູງ ຍ້ອນວ່າມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ເຊິ່ງລັດຖະບານລາວໄດ້ສຸມໃສ່ບັນດາມາດຕະການສະ ກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະ ພາບການ ກໍລະນີທີ່ກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.

    ອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ ລັດຖະບານລາວຈະສືບ ຕໍ່ປະຕິບັດມາດຕະການທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມຕາມການຕົກລົງເຫັນດີໃນວາລະດຳເນີນກອງປະຊຸມລັດຖະບານສະໄໝສາມັນ ວັນທີ 18 ມີນາ 2020 ນອກຈາກອອກມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີແລ້ວ ຍັງໄດ້ອອກມາດຕະການປ້ອງກັນ ຄື: ປັບປຸງສູນຂໍ້ມູນຂ່າວສານ ທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງ ກ່າວ ເພື່ອແລກປ່ຽນ ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະ ພາບການລະບາດຂອງພະຍາດ COVID-19 ຢູ່ພາຍໃນ ພາກພື້ນ ແລະ ໃນໂລກ ໂຄສະນາເຜີຍແຜ່ຂໍ້ມູນເພື່ອໃຫ້ສັງຄົມ ກໍຄືປະຊາຊົນຮູ້ຈັກ ແລະ ເຂົ້າໃຈເປັນເອກະພາບກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ພ້ອມທັງເຜີຍແຜ່ຄໍາແນະນໍາກ່ຽວກັບວິທີປ້ອງກັນ ສະກັດກັ້ນ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລ່ຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດ ເປັນຕົ້ນການຫຼີກລ່ຽງການເດີນທາງໄປຕ່າງປະເທດ ຫຼີກລ່ຽງການໄປບ່ອນທີ່ມີຄວາມສ່ຽງ ບ່ອນທີ່ມີຄົນແອອັດ ຖ້າມີຄວາມຈຳເປັນຕ້ອງໄປ ກໍຕ້ອງມີມາດຕະການປ້ອງກັນຕົນເອງ ຕາມການແນະນໍາຂອງສາທາລະນະສຸກ ເຊັ່ນ: ໃຊ້ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າຢາ ແລະ ສະບູເລື້ອຍໆ ກິນຖືກຕາມຫຼັກອະນາໄມ ແລະ ອື່ນໆ ຕາມການແນະນໍາຂອງຂະແໜງການກ່ຽວຂ້ອງ.

    ໄດ້ກໍານົດສະຖານທີ່ປິ່ນປົວກໍລະນີມີຜູ້ຕິດເຊື້ອ ເຊິ່ງຢູ່ນະຄອນຫຼວງວຽງຈັນ ແມ່ນກໍານົດເອົາໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໂຮງໝໍມິດຕະພາບ (150 ຕຽງ) ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາທິລາດ ສ່ວນຢູ່ແຕ່ລະແຂວງກໍານົດເອົາໂຮງໝໍແຂວງທຸກແຂວງ ໂດຍໃຫ້ແຍກຈາກເຂດການປິ່ນ ປົວທົ່ວໄປ ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ພ້ອມທັງໃຫ້ມີການເຝິກອົບຮົມວິທີການຮັບມືຕົວຈິງໃຫ້ລະອຽດ ພ້ອມນີ້ກໍໃຫ້ພົວພັນປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍ ທີ່ມີຄວາມຊຳນານຈາກປະເທດເພື່ອນມິດ ອົງການຈັດຕັ້ງສາກົນ ເພື່ອກຽມໄວ້ກໍລະນີມີຄວາມຈໍາເປັນ ກໍານົດຄວາມຕ້ອງການ ດ້ານເຄື່ອງມື ແລະ ອຸປະກອນ ພ້ອມທັງສະເໜີແຜນຈັດຊື້ແຮໄວ້ ໂດຍສະເພາະໜ້າກາກອະນາໄມ ນໍ້າຢາລ້າງມື ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆທີ່ຈຳເປັນ ອຸປະກອນເຄື່ອງມືໃດທີ່ມີຄວາມຈໍາເປັນຕ້ອງໄດ້ຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ກໍໃຫ້ຮີບຮ້ອນສະເໜີໃຫ້ລັດ ຖະບານພິຈາລະນາ ກະກຽມຢາປົວແຮໄວ້ໃນກໍລະນີມີການຄົ້ນພົບວັກແຊັງ ແລະ ຢາປິ່ນປົວໃໝ່ທີ່ມີປະສິດທິຜົນຈາກຕ່າງປະເທດ ກໍໃຫ້ຮີບຮ້ອນປະສານເພື່ອຂໍຊື້ ຫຼື ແບ່ງປັນຈາກປະເທດເພື່ອນມິດເພື່ອກຽມໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດ COVID-19. 

ພາບ-ຂ່າວ: ເພັດສະໝອນ

error: Content is protected !!