ໄຊທານີ ໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ

    ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ  ນວ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນວັນທີ 3 ກໍລະກົດ 2020 ຢູ່ບ້ານລາດຄວາຍ ເມືອງໄຊທານີ ນວ ໂດຍມີທ່ານຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ.

ໄຊທານີ ໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ

     ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ເພື່ອເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນວ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້  ພະແນກກະສິກຳ ແລະ ປ່າໄມ້ ນວ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ ພືດຜັກ 90 ກິໂລຕໍ່ຄົນຕໍ່ປີ ໝາກໄມ້ສົດ 50 ກິໂລຕໍ່ຄົນຕໍ່ປີ ແລະ ສະເພາະໃນປີ 2020 ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 309.900 ໂຕນຕໍ່ປີ ພືດຜັກໃຫ້ໄດ້ 110.271 ໂຕນ ໝາກໄມ້ 13.945 ໂຕນ ຕາມຄາດໝາຍຕົ້ນຕໍຂອງແຜນພັດທະນາກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳປີ 2020 ຂອງພະແນກກະສິກຳ ແລະ ປ່າໄມ້ ນວ ໂດຍການຫັນໄປນຳໃຊ້ກົນຈັກ ແລະ ເຕັກນິກອື່ນໆທີ່ຫຼຸດຜ່ອນແຮງງານຊາວກະສິກອນເຊັ່ນ: ເຮັດນາດຳດ້ວຍກົນຈັກ ນາຫວ່ານ ນາຢອດ ແລະ ນາໂຍນ ແລະ ນຳໃຊ້ແນວພັນປັບປຸງທີ່ມີຄຸນນະພາບ ການນຳໃຊ້ປັດໄຈການຜະລິດ ເປັນຕົ້ນ ຝຸ່ນຊີວະພາບ ຝຸ່ນວິທະຍາສາດ ເພື່ອຍົກສູງຜະລິດຕະພາບ.

ໄຊທານີ ໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ

     ສະເພາະການຊຸກຍູ້ການປູກເຂົ້ານາແຊງປີ 2020 ແຜນການທັງໝົດ 14.300 ເຮັກຕາ ປັກດຳ 14.089 ເຮັກຕາ ເກັບກ່ຽວໄດ້ 14.074 ເຮັກຕາ ຜົນຜະລິດ 66.492 ໂຕນ ໃນນັ້ນມີນາທີ່ດຳດ້ວຍກົນຈັກ 650 ເຮັກຕາ ນາຫວ່ານ 6.783 ເຮັກຕາ ສາມາດປະຕິບັດໄດ້ລື່ນແຜນການ 1,82 ເຮັກຕາ ໃນເນື້ອທີ່ແຜນການ 660 ເຮັກຕາ ເກັບກ່ຽວເຂົ້າດ້ວຍກົນຈັກໄດ້ 4.911 ເຮັກຕາ ສາມາດຫຼຸດຜ່ອນແຮງງານໄດ້ 3.162 ຄົນ ເທົ່າກັບ 39% ຂອງແຜນການ 8.085 ຄົນ ແຜນການຜະລິດເຂົ້າລະດູຝົນປີ 2020 ເນື້ອທີ່ແຜນການ 52.080 ເຮັກຕາ ຄາດຄະເນຜົນຜະລິດ 235.862 ໂຕນ ສະເພາະ ເມືອງໄຊທານີ ເນື້ອທີ່ແຜນການ 15.300 ເຮັກຕາ ຜົນຜະລິດ 70.380 ໂຕນ.

error: Content is protected !!