ໂທດໃນຄະດີຢາເສບຕິດ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ທ່ານ​ຈະ​ໄດ້​ຊາບ​ກ່ຽວ​ກັບ​ມາດ​ຕະ­ການ​ລົງ­ໂທດ ໃນ​ຄະ­ດີ​ຢາ​ເສບ​ຕິດ ທີ່​ປະ­ເທດ​ສີ​ລັງ­ກາ ແລະ ອີ​ຣານ.

ທີ່​ສີ​ລັງ­ກາ: ໃນ​ລະ­ຫວ່າງ​ກາງ​ເດືອນ​ກໍ­ລະ­ກົດ ປີ 2018 ທາງ​ການ​ຂອງ​ປະ­ເທດ​ສີ​ລັງ­ກາ ໄດ້​ຕົກ­ລົງ​ປັບ­ປຸງ​ມາດ​ຕະ­ການ​ລົງ­ໂທດ ໃນ​ຄະ­ດີ​ທີ່​ພົວ­ພັນ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ໂດຍ​ໄດ້​ກຳ­ນົດ​ໂທດ​ສູງ​ສຸດ​ດ້ວຍ​ການ​ປະ­ຫານ​ຊີ­ວິດ ສຳ­ລັບ​ຜູ້​ຄ້າ​ຢາ​ເສບ​ຕິດ 2 ປະ­ເພດ ຄື: ຜູ້​ຄ້າ​ຢາ​ເສບ​ຕິດ​ທີ່​ຍັງ​ສືບ­ຕໍ່​ຄ້າ​ຢາ​ເສບ​ຕິດ ໃນ​ຂະ­ນະ​ທີ່​ຍັງ​ປະ­ຕິ­ບັດ​ໂທດ​ຢູ່​ໃນ​ຄຸກ ໝາຍ​ຄວາມ​ວ່າ ຍັງ​ຕິດ​ຄຸກ​ຢູ່ ແຕ່​ຍັງ​ດື້​ດ້ານ​ຄ້າ​ຢາ​ເສບ​ຕິດ​ແບບ​ບໍ່​ຫຼາບ​ບໍ່​ຈື່ ສ່ວນ​ປະ­ເພດ​ທີ​ສອງ ໄດ້­ແກ່​ຜູ້​ຄ້າ​ຢາ​ເສບ​ຕິດ​ທີ່​ເຄີຍ​ໄດ້​ຮັບ​ໂທດ​ຕິດ​ຄຸກ​ມາ​ແລ້ວ​ຫຼາຍ​ກວ່າ 1 ຄັ້ງ (ໝາຍ​ຄວາມ 2 ຄັ້ງ​ຂຶ້ນ​ໄປ) ເຊິ່ງ​ຖື​ວ່າ​ເປັນ​ໂທດ​ທີ່​ກໍ່​ຂຶ້ນ​ເປັນ​ອາ​ຈິນ ໃນ​ໄລ­ຍະ​ທີ່​ມີ​ການ​ກຳ­ນົດ​ໂທດ​ປະ­ຫານ​ຊີ­ວິດ​ສຳ­ລັບ​ຜູ້​ກະ­ທຳ​ຜິດ 2 ປະ­ເພດ​ທີ່​ກ່າວ​ມາ​ນັ້ນ ຂ່າວ​ບອກ​ວ່າ ມີ​ຜູ້​ຄ້າ​ຢາ​ເສບ​ຕິດ​ທີ່​ຍັງ​ຕິດ​ຄຸກ​ຢູ່​ແຕ່​ສືບ­ຕໍ່​ພົວ­ພັນ​ກັບ​ຢາ​ເສບ​ຕິດ ຈຳ­ນວນ 19 ຄົນ ພວກ​ນີ້​ຕ້ອງ​ຖືກ​ປະ­ຫານ​ຊີ­ວິດ ດ້ວຍ​ການ​ແຂວນ​ຄໍ ທ່ານ ໄມ​ຕຼີ​ພາ­ລະ​ສີ​ລິ​ເສ­ນາ ປະ­ທາ­ນາ­ທິ­ບໍ­ດີ ສີ​ລັງ­ກາ ໄດ້​ຮຽກ­ຮ້ອງ​ໃຫ້​ເຈົ້າ​ໜ້າ­ທີ່​ຂຶ້ນ​ບັນ­ຊີ​ຜູ້​ກະ­ທຳ​ຜິດ 2 ປະ­ເພດ​ດັ່ງ­ກ່າວ ເພື່ອ​ນຳ​ມາ​ລົງ­ໂທດ​ຢ່າງ​ສະ​ສົມ.

ທີ່​ອີ​ຣານ: ຂ່າວ​ຢູ່​ອີ​ຣານ​ນີ້ ມີ​ລັກ­ສະ­ນະ​ກົງ­ກັນ­ຂ້າມ​ກັບ​ຢູ່​ສີ​ລັງ­ກາ ທີ່​ເວົ້າ​ມາ​ຄື ທາງ​ການ​ຂອງ​ປະ­ເທດ​ນີ້ ໄດ້​ປັບ­ປຸງ​ກົດ­ໝາຍ​ອາ­ຍາ​ດ້ວຍ​ການ​ຜ່ອນ­ຜັນ​ໂທດ​ຂອງ​ອາ​ຊະ​ຍາ​ກອນ ທີ່​ພົວ­ພັນ​ກັບ​ຢາ​ເສບ​ຕິດ ຂ່າວ​ບອກ​ວ່າ ທ່ານ ອາ​ຢາ​ໂຕ​ລາ ຊາ​ເດັບ ລາ​ຣີ​ຈາ​ນີ ຫົວ­ໜ້າ​ອົງ­ການ​ຍຸ­ຕິ​ທຳ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນ­ດາ​ຈ່າ​ສານ ຍົກ­ເລີກ​ການ​ຕັດ­ສິນ​ລົງ­ໂທດ​ປະ­ຫານ​ຊີ­ວິດ ສຳ­ລັບ​ນັກ­ໂທດ​ຈຳ­ນວນ​ໜຶ່ງ ແລ້ວ​ໃຫ້​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ຄະ­ດີ​ຂອງ​ເຂົາ­ເຈົ້າ​ຄືນ­ໃໝ່ ເປັນ​ອັນ­ວ່າ ພາຍ​ໃຕ້​ກົດ­ໝາຍ​ອາ­ຍາ​ສະ­ບັບ​ປັບ­ປຸງ​ນີ້ ນັກ­ໂທດ​ປະ­ຫານ​ໃນ​ຄະ­ດີ​ຢາ​ເສບ​ຕິດ ຈຳ­ນວນ 5.000 ຄົນ ໃນ​ທົ່ວ​ປະ­ເທດ​ອີ​ຣານ ຈຳ​ໄດ້​ຮັບ​ໂທດ​ທີ່​ເບົາ­ບາງ​ລົງ​ຄື ຈາກ​ໂທດ​ປະ­ຫານ ຫຼຸດ​ລົງ​ມາ​ເປັນ​ໂທດ​ຈຳ​ຄຸກ ແຕ່ 25 ຫາ 30 ປີ ອີ​ຣານ ເປັນ​ປະ­ເທດ​ໜຶ່ງ​ທີ່​ປະ­ຕິ­ບັດ​ໂທດ​ປະ­ຫານ​ໃນ​ລະ­ດັບ​ສູງ​ຫຼາຍ ໂດຍ​ສະ­ເພາະ​ແມ່ນ ໃນ​ຄະ­ດີ​ທີ່​ພົວ­ພັນ​ກັບ​ຢາ​ເສບ​ຕິດ ລັດ​ຖະ​ສະ­ພາ​ອີ​ຣານ ໄດ້​ມີ​ມະ­ຕິ​ຮັບ­ຮອງ​ເອົາ​ກົດ­ໝາຍ​ອາ­ຍາ​ສະ­ບັບ​ປັບ­ປຸງ​ໃນ​ເດືອນ​ສິງ­ຫາ 2018 ພາຍ­ຫຼັງ​ໄດ້​ມີ​ການ​ຄົ້ນ­ຄວ້າ​ຮ່ວມ​ກັນ ລະ­ຫວ່າງ​ບັນ­ດາ​ຜູ້​ແທນ​ລັດ​ຖະ​ສະ­ພາ ອົງ­ການ​ຕຳ­ຫຼວດ ແລະ ອົງ­ການ​ຍຸ­ຕິ​ທຳ ເປັນ​ເວ­ລາ​ຫຼາຍ​ປີ­ຜ່ານ­ມາ ກົດ­ໝາຍ​ສະ­ບັບ​ປັບ­ປຸງ ໄດ້​ປັບ​ຂຶ້ນ​ປະ­ລິ­ມານ​ຢາ​ເສບ​ຕິດ​ທີ່​ຜູ້​ຜະ­ລິດ ແລະ ຈຳ­ໜ່າຍ​ຕ້ອງ​ໄດ້​ຮັບ​ໂທດ​ປະ­ຫານ​ຊີ­ວິດ ຄື ຈາກ 30 ກຣາມ ໃນ​ເມື່ອ​ກ່ອນ ມາ​ເປັນ 2 ກິ​ໂລກ​ຣາມ ໝາຍ​ຄວາມ​ວ່າ ໃນ​ເມື່ອ​ກ່ອນ​ໃຜ​ຜະ­ລິດ ຫຼື ຈຳ­ໜ່າຍ​ຢາ​ບ້າ ເຮ​ໂຣ​ອິນ ໂຄ​ເຄນ ແລະ ຢາ​ເສບ​ຕິດ​ອື່ນໆ ໃນ​ຈຳ­ນວນ 30 ກຣາມ ກໍ​ຕິດ​ໂທດ​ປະ­ຫານ ແຕ່​ໃນ​ປັດ­ຈຸ­ບັນ ຕ້ອງ​ແມ່ນ 2 ກິ​ໂລ ຈຶ່ງ​ຈະ​ໄດ້​ຮັບ​ໂທດ​ລະ­ດັບ​ນັ້ນ ສຳ­ລັບ​ການ​ຜະ­ລິດ ຫຼື ຄ້າ​ຢາ​ເສບ​ຕິດ​ທີ່​ຍັງ​ເປັນ​ວັດ­ຖຸ​ດິບ ເຊັ່ນ: ຝິ່ນ ແລະ ກັນ­ຊາ​ນັ້ນ ໄດ້​ປັບ​ຂຶ້ນ​ເປັນ 50 ກິ​ໂລ ຈຶ່ງ​ຈະ​ໄດ້​ຮັບ​ໂທດ​ປະ­ຫານ​ຊີ­ວິດ ເຊິ່ງ​ໃນ​ເມື່ອ​ກ່ອນ​ນັ້ນ​ແມ່ນ 5 ກິ​ໂລ ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ຍັງ​ຮັກ­ສາ​ໂທດ​ປະ­ຫານ​ໄວ້​ຄື­ເກົ່າ ສຳ­ລັບ​ອາ​ຊະ​ຍາ​ກອນ​ທີ່​ເປັນ​ຫົວ​ໂປ່​ກຸ່ມ​ແກ້ງ​ຄ້າ​ຢາ​ເສບ​ຕິດ ສຳ­ລັບ​ຜູ້​ດຶງ​ດູດ​ເອົາ​ເດັກ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ເຂົ້າ​ຮ່ວມ​ການ​ຄ້າ​ຢາ​ເສບ​ຕິດ ແລະ ຜູ້​ມີ​ອາ­ວຸດ ຫຼື ໃຊ້​ອາ­ວຸດ​ນາບ​ຂູ່​ໃນ​ເວ­ລາ​ມີ​ການ​ກະ­ທຳ​ຜິດ.

error: Content is protected !!