ອາເມຊອນ ກຽມສ້າງຫ້ອງທົດລອງ

ກວດ COVID-19 ໃຫ້​ພະ­ນັກ­ງານ​ອາ​ເມ​ຊອນ ບໍ­ລິ­ສັດ ອີ​ຄອມ​ເມິ​ຊລາຍ​ໃຫຍ່ ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ປະ­ກາດ​ສ້າງ​ຫ້ອງ​ທົດ​ລອງ​ກວດ​ຊອກ​ຫາ COVID-19 ໃຫ້​ກັບ​ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ​ຂຶ້ນ​ເອງ ເພື່ອ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ​ໂຄ​ໂຣ​ນາ​ໄວ​ຣັສ​ທົ່ວ​ອາ​ເມ​ຣິ​ກາ ທີ່​ຍອດ​ຕິດ­ເຊື້ອ (ວັນ​ທີ 15 ພຶດ ສະ­ພາ 2020) ເຖິງ 1.454.330 ຄົນ ແລະ ເສຍ​ຊີ­ວິດ​ກວ່າ 86.821 ຄົນ.

ອາ​ເມ​ຊອນ ກຽມ​ລະ­ດົມ​ຂໍ້​ມູນ ແລະ ອຸ­ປະ­ກອນ ເພື່ອ​ສ້າງ​ຫ້ອງ​ທົດ​ລອງ​ສະ­ເພາະ​ຂອງ​ບໍ­ລິ­ສັດ​ແຫ່ງ​ທຳ​ອິດ ເພື່ອ​ເລີ່ມ​ສົ່ງ​ອຸ­ປະ­ກອນ​ກວດ​ຫາ COVID-19 ໃຫ້​ກັບ​ພະ­ນັກ­ງານ​ທີ່​ເປັນ​ດ່ານ​ໜ້າ­ທີ່​ມີ​ຄວາມ​ສ່ຽງ​ຕິດ­ເຊື້ອ​ຫຼາຍ​ທີ່​ສຸດ​ກ່ອນ ແຕ່​ຍັງ​ບໍ່​ສາ­ມາດ​ລະ­ບຸ​ໄດ້​ວ່າ​ຫ້ອງ​ທົດ​ລອງ​ນີ້​ຈະ​ສຳ­ເລັດ​ສົມ­ບູນ​ໄດ້​ເມື່ອ​ໃດ.

ສຳ­ລັບ​ມາດ​ຕະ­ການ​ທີ່​ອາ​ເມ​ຊອນ ມີ​ໃຫ້​ພະ­ນັກ­ງານ​ຕາມ​ຈຸດ​ປະ­ຕິ­ບັດ​ການ​ຕ່າງໆ ຄື ແຈກ​ຈ່າຍ​ຜ້າ​ອັດ​ປາກ​ໃຫ້​ພະ­ນັກ­ງານ ແລະ ກວດ​ວັດ​ອຸນ­ຫະ­ພູມ​ພະ­ນັກ­ງານ​ທຸກ​ຄົນ​ຢ່າງ​ສະ​ໝ່ຳ​ສະ­ເໝີ ຕາມ​ການ​ເປີດ­ເຜີຍ​ຂອງ​ອາ​ເມ​ຊອນ.

ແຜນ­ການ​ສ້າງ​ຫ້ອງ​ທົດ​ລອງ​ເພື່ອ​ກວດ​ຫາ COVID-19 ຂອງ​ອາ​ເມ​ຊອນ ມີ​ຂຶ້ນ​ຫຼັງ​ຈາກ​ພົບ​ລາຍ​ງານ​ຄົນ​ງານ​ຂອງ​ອາ​ເມ​ຊອນ​ຕິດ COVID-19 ທີ່​ໂຮງ­ງານ​ກວ່າ 50 ແຫ່ງ​ທົ່ວ​ສະ­ຫະ­ລັດ ບວກ​ກັບ​ກະ­ແສ​ກົດ​ດັນ​ໃຫ້​ອາ​ເມ​ຊອນ ຫາ​ທາງ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ COVID-19 ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ພະ­ນັກ­ງານ​ຈາກ​ທີ່​ສຳ­ນັກ​ຂ່າວ​ບລູມ​ເບິກ ລາຍ​ງານ​ວ່າ​ມີ​ໂຮງ­ງານ​ຂອງ​ອາ​ເມ​ຊອນ ຢ່າງ​ໜ້ອຍ 1 ແຫ່ງ ທີ່​ບໍ່​ມີ​ມາດ​ຕະ­ການ​ຄວາມ​ປອດ​ໄພ​ໃຫ້​ພະ­ນັກ­ງານ​ພຽງ­ພໍ.

ແລະ ເມື່ອ​ເດືອນ​ມີ­ນາ ອາ​ເມ​ຊອນ ສັ່ງ​ປົດ​ຄົນ​ງານ​ໃນ​ສາງ​ສິນ­ຄ້າ​ທີ່​ນິວ​ຢອກ ທີ່​ລວມ​ຕົວ​ປະ​ທ້ວງ​ມາດ​ຕະ­ການ​ຄວາມ​ປອດ​ໄພ​ຂອງ​ພະ­ນັກ­ງານ​ອາ​ເມ​ຊອນ ແຕ່​ທາງ​ອາ​ເມ​ຊອນ ໃຫ້​ເຫດ­ຜົນ​ວ່າ ພະ­ນັກ­ງານ​ລະ­ເມີດ​ມາດ​ຕະ­ການ​ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ (social distancing) ເທົ່າ​ນັ້ນ ບໍ່​ກ່ຽວ​ກັບ​ການ​ຈຳ­ກັດ​ເສລີ­ພາບ​ໃນ​ການ­ສະ­ແດງ​ຄວາມ​ເຫັນ​ແຕ່​ຢ່າງ­ໃດ.

error: Content is protected !!