ອັນຕະລາຍຈາກ “ໄຂມັນຫຸ້ມຕັບ” ໄພງຽບ “ມະເຮັງຕັບ”

ປັດ­ຈຸ­ບັນ ຜູ້​ຄົນ​ສາ­ມາດ​ເກີດ​ໂລກ­ໄພ­ໄຂ້­ເຈັບ​ໄດ້​ງ່າຍ​ຂຶ້ນ ຍິ່ງ​ໂລກ​ທີ່​ກ່ຽວ​ກັບ​ພຶດ­ຕິ​ກຳ​ການ​ກິນ​ຍິ່ງ​ພົບ​ເຫັນ​ໄດ້​ງ່າຍ ເວ­ລາ​ກວດ​ສຸ­ຂະ­ພາບ​ຕ້ອງ​ມາ​ນັ່ງ​ກັງ­ວົນ​ວ່າ ຄໍ​ເລ​ສ​ເຕີ​ຣອລ​ຈະ​ເກີນ​ບໍ ໂດຍ​ສະ­ເພາະ ຄ່າ​ນ້ຳ­ຕານ​ໃນ​ເລືອດ ທີ່​ມີ​ຜົນ​ໃຫ້​ເກີດ​ຄວາມ​ສ່ຽງ​ສາ­ລະ­ພັດ​ໂລກ ເຊິ່ງ​ນອກ­ຈາກ​ໂລກ​ເບົາ­ຫວານ​ແລ້ວ ຍັງ​ມີ​ອີກ​ໜຶ່ງ​ໂລກ​ທີ່​ໜ້າ​ຢ້ານ​ບໍ່​ແພ້​ກັນ ຄື: ໄຂ­ມັນ​ຫຸ້ມ​ຕັບ ເກີດ​ຈາກ​ການ​ທີ່​ຮ່າງ­ກາຍ​ບໍ່​ສາ­ມາດ​ນຳ​ໄຂ­ມັນ​ທີ່​ຮັບ​ປະ­ທານ​ແລ້ວ ໄປ​ໃຊ້​ໄດ້​ໝົດ ຈົນ​ເຮັດ​ໃຫ້​ເກີດ​ການ​ສະ​ສົມ​ຢູ່​ທີ່​ຕັບ.

ໄຂ­ມັນ​ຫຸ້ມ​ຕັບ​ຄື​ອັນ​ໃດ ?

ໄຂ­ມັນ​ຫຸ້ມ​ຕັບ ເປັນ​ໄພ​ງຽບ ເນື່ອງ​ຈາກ​ຄົນ​ເຈັບ​ມັກ​ບໍ່​ຮູ້​ຕົວ ວ່າ​ຕັບ​ມີ​ຄວາມ​ຜິດ​ປົກ­ກະ­ຕິ ເພາະ​ສ່ວນ​ໃຫຍ່​ບໍ່​ມີ​ອາ­ການ​ໃດໆ ມັກ​ກວດ​ພົບ ແລະ ໄດ້​ຮັບ​ການ​ວິ­ນິດ​ໄສ​ເມື່ອ​ມາ​ກວດ​ສຸ­ຂະ­ພາບ​ປະ­ຈຳ​ປີ ອາດ​ມີ​ອາ­ການ​ອ່ອນ­ເພຍ ຄວບ​ຄູ່​ໄປ​ນຳ​ມີ​ອາ­ການ​ຈຸກ​ແໜ້ນ​ບໍ­ລິ­ເວນ​ລຸ່ມ​ກະ­ດູກ​ຂ້າງ​ຂວາ.

ກຸ່ມ​ສ່ຽງ​ໄຂ­ມັນ​ຫຸ້ມ​ຕັບ

ພາ­ວະ​ໄຂ­ມັນ​ຫຸ້ມ​ຕັບ​ໂດຍ​ສ່ວນ​ໃຫຍ່ ມັກ​ພົບ​ໃນ​ກຸ່ມ​ຄົນ​ເຫຼົ່າ​ນີ້.

• ຄົນ​ເຈັບ​ທີ່​ມີ​ໂລກ​ປະ­ຈຳ​ຕົວ ເຊັ່ນ: ເບົາ­ຫວານ ໄຂ­ມັນ​ໃນ​ເລືອດ​ສູງ.
• ກຸ່ມ​ອາ­ການ​ອ້ວນ​ລົງ​ພຸງ ຜູ້​ປ່ວຍ​ທີ່​ມີ​ນ້ຳ­ໜັກ​ຕົວ​ຫຼາຍ.
• ມັກ​ຮັບ​ປະ­ທານ​ອາ­ຫານ​ຫວານ ບໍ່​ອອກ­ກຳ­ລັງ​ກາຍ.

ອັນ­ຕະ­ລາຍ​ຈາກ​ໄຂ­ມັນ​ຫຸ້ມ​ຕັບ

ໂດຍ​ສ່ວນ​ໃຫຍ່ ໄຂ­ມັນ​ຫຸ້ມ​ຕັບ​ໄລ­ຍະ​ທຳ​ອິດ​ມັກ​ບໍ່​ມີ​ອາ­ການ ແຕ່​ຫາກ​ປ່ອຍ­ປະ​ໄວ້​ຈົນ​ເກີດ​ການ​ອັກ­ເສບ​ຊຳ​ເຮື້ອ ອາດ​ເຮັດ​ໃຫ້​ກາຍ­ເປັນ​ຕັບ​ແຂງ ແລະ ອາດ​ນຳ­ໄປ​ສູ່​ການ​ເກີດ​ເປັນ​ມະ​ເຮັງ​ຕັບ​ໃນ​ທີ່​ສຸດ ນອກ­ຈາກ​ນີ້ ຍັງ​ພົບ​ວ່າ​ຄົນ​ເຈັບ​ທີ່​ມີ​ພາ­ວະ​ໄຂ­ມັນ​ຫຸ້ມ​ຕັບ ພົບ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ໂລກ​ຫົວ­ໃຈ ແລະ ຫຼອດ​ເລືອດ ໄດ້​ຫຼາຍ​ກວ່າ​ຄົນ​ເຈັບ​ທີ່​ບໍ່​ມີ​ພາ­ວະ​ໄຂ­ມັນ​ຫຸ້ມ​ຕັບ ເຊິ່ງ​ພາ­ວະ​ນີ້ ເກີດ​ຈາກ​ຮ່າງ­ກາຍ​ບໍ່​ສາ­ມາດ​ນຳ​ໄຂ­ມັນ​ທີ່​ເຮົາ​ຮັບ​ປະ­ທານ​ໄປ​ໃຊ້​ໄດ້​ໝົດ ສ່ວນ​ໃຫຍ່​ຜູ້​ປ່ວຍ​ບໍ່​ມີ​ອາ­ການ ຈຶ່ງ​ອາດ​ເຮັດ​ໃຫ້​ຄົນ​ເຈັບ​ບໍ່​ຮູ້​ວ່າ​ຕົວ​ເອງ​ກຳ­ລັງ​ຢູ່​ໃນ​ພາ­ວະ​ໄຂ­ມັນ​ຫຸ້ມ​ຕັບ.

ດັ່ງ­ນັ້ນ ການ​ກວດ​ສຸ­ຂະ­ພາບ​ເປັນ​ປະ­ຈຳ​ທຸກ​ປີ ຫຼື ທຸກ 6 ເດືອນ ຈະ​ຊ່ວຍ​ໃຫ້​ພົບ​ຄວາມ​ຜິດ​ປົກ­ກະ­ຕິ​ຂອງ​ຕັບ​ໄດ້​ໄວ​ຍິ່ງ​ຂຶ້ນ ໂດຍ​ສະ­ເພາະ ໄຂ­ມັນ​ຫຸ້ມ​ຕັບ ສາ­ມາດ​ກວດ​ພົບ​ໃນ​ໄລ­ຍະ​ຕົ້ນໆ ດ້ວຍ​ວິ­ທີ​ການ​ກວດ​ເລືອດ ອຸນ​ຕຣາ​ຊາວ ຫຼື ການ​ກວດ​ດ້ວຍ​ເຄື່ອງ Fibro Scan.

ວິ­ທີ​ການ​ປ້ອງ​ກັນ​ໄຂ­ມັນ​ຫຸ້ມ​ຕັບ

1. ຄວນ​ຫຼີກ​ລ່ຽງ​ອາ­ຫານ​ທີ່​ມີ​ໄຂ­ມັນ​ອີ່ມ​ຕົວ ຫຼື ອາ­ຫານ​ທີ່​ມີ​ໄຂ­ມັນ​ທຣານ​ສູງ ເຊັ່ນ ຊີ້ນ​ຕິດ​ມັນ ໝູ​ສາມ​ຊັ້ນ ແຮມ ນ້ຳ­ມັນ​ປາມ ນ້ຳ­ມັນ​ໝາກ­ພ້າວ ເບ​ເກີ​ຣີ່ ແລະ ຄຣີມ​ທຽມ.
2. ຫຼີກ​ລ່ຽງ​ນ້ຳ­ຕານ​ຟຣຸກ​ໂຕ​ສ ເຊັ່ນ ເຄື່ອງ​ດື່ມ​ທີ່​ມີ​ຣົດ​ຫວານ ຄຸກ​ກີ ເຂົ້າ­ໜົມ​ອົມ ນ້ຳ­ໝາກ​ໄມ້ (ຄວນ​ຮັບ​ປະ­ທານ​ໝາກ​ໄມ້​ທັງ​ໝາກ​ຫຼາຍ​ກວ່າ).
3. ຄວນ​ຮັບ​ປະ­ທານ​ໄຂ­ມັນ​ດີ ເຊັ່ນ ນ້ຳ­ມັນ​ໝາກ­ກອກ ອະ​ໂວ​ຄາ​ໂດ ໝາກ­ຖົ່ວ​ຕ່າງໆ ປາ­ທູ ປາ​ແຊວ​ມອນ ແລະ ປາ­ທູ​ນ່າ.
4. ໝັ່ນ​ອອກ­ກຳ­ລັງ​ກາຍ­ເປັນ​ປະ­ຈຳ ຢ່າງ​ໜ້ອຍ 4-5 ວັນ​ຕໍ່​ອາ­ທິດ ຄັ້ງ​ລະ 30-45 ນາ­ທີ.
5. ຫາກ​ໃຜ​ຢູ່​ໃນ​ເກນ​ອ້ວນ ຄື ມີ​ນ້ຳ­ໜັກ​ເກີນ​ມາດ­ຕະ­ຖານ ໃຫ້​ຫຼຸດ​ນ້ຳ­ໜັກ​ຕົວ ສາ­ມາດ​ປຶກ­ສາ​ແພດ​ໄດ້​ເຊັ່ນ​ກັນ ວ່າ​ຄວນ​ຈະ​ມີ​ນ້ຳ­ໜັກ​ປະ­ມານ​ເທົ່າ­ໃດ.
6. ຫຼຸດ​ການ​ດື່ມ​ເຫຼົ້າ ແລະ ງົດ​ສູບ­ຢາ.
7. ນອນ​ຫຼັບ​ພັກ­ຜ່ອນ​ໃຫ້​ພຽງ­ພໍ ຢ່າງ​ໜ້ອຍ 5-6 ຊົ່ວ­ໂມງ​ຕໍ່​ວັນ.
8. ຄວນ​ເຂົ້າ​ຮັບ​ການ​ກວດ​ສຸ­ຂະ­ພາບ​ເປັນ​ປະ­ຈຳ​ທຸກ​ປີ ກໍ​ຈະ​ຊ່ວຍ​ໃຫ້​ສຸ­ຂະ­ພາບ​ຕັບ​ຂອງ​ເຮົາ​ແຂງ­ແຮງ ພ້ອມ​ເຮັດ​ວຽກ​ໃນ​ທຸກ​ວັນ.

ໂລ​ກະ­ທັດ – ນຳ​ສະ­ເໜີ

error: Content is protected !!