ຊ້າງນ້ອຍ ຊະນະ ວຽງຈັນ ເອັຟທີ 2-0 ປະຕູ ນັດອຸ່ນເຄື່ອງບານເຕະ ເປບຊີ ລາວລີກ 1

ການ​ແຂ່ງ­ຂັນ​ບານ­ເຕະ​ນັດ​ອຸ່ນ​ເຄື່ອງ ກຽມ​ການ​ແຂ່ງ­ຂັນ​ບານ­ເຕະ ເປບ​ຊີ ລາວ​ລີກ 1 ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 4 ກໍ­ລະ­ກົດ 2020 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ​ຫຼັກ 16 (ສະ­ໜາມ​ນອກ) ລະ­ຫວ່າງ​ສະ­ໂມ­ສອນ​ຊ້າງ​ນ້ອຍ ເອັຟ​ຊີ ພົບ ສະ­ໂມ­ສອນ ວຽງ​ຈັນ ເອັຟ​ທີ ເຊິ່ງ​ຊ້າງ​ນ້ອຍ ເອັຟ​ຊີ ນຳ​ໂດຍ ກິດ​ຕິ​ສັກ ພົມ​ວົງ­ສາ ຂະ­ນະ​ທີ່​ວຽງ​ຈັນ ເອັຟ​ທີ ນຳ​ໂດຍ DIOMANDE ADAMA ຜ່ານ​ການ​ແຂ່ງ­ຂັນ​ເປັນ ຊ້າງ​ນ້ອຍ ເອົາ​ຊະ­ນະ ສະ­ໂມ­ສອນ ວຽງ​ຈັນ ເອັຟ​ທີ 2-0 ປະ­ຕູ ຈາກ ວັນ­ນາ ບຸນ​ຫຼໍ່​ວົງ­ສາ.

ບານ­ເຕະ​ເປບ​ຊີ ລາວ​ລີກ 1 ຈະ​ເປີດ​ແຂ່ງ­ຂັນ​ເປັນ​ທາງ​ການ ວັນ​ທີ 11 ກໍ­ລະ­ກົດ-3 ຕຸ­ລາ 2020 ໂດຍ​ຈະ​ໃຊ້ 2 ສະ­ໜາມ ຄື: ສະ­ໜາມ­ກິ­ລາ​ແຫ່ງ​ຊາດ (ຫຼັກ 16) ສະ­ໜາມ​ໃນ ແລະ ສະ­ໜາມ​ນອກ ສ່ວນ​ຕາ­ຕະ­ລາງ​ການ​ແຂ່ງ­ຂັນ ວັນ​ທີ 11 ກໍ­ລະ­ກົດ 2020 ມີ 2 ຄູ່ ເວ­ລາ 16:00 ໂມງ ສະ­ໂມ­ສອນ ມາ​ສ​ເຕີ້ ເຊ​ເວັ້ນ ເອັຟ​ຊີ ພົບ ສະ­ໂມ­ສອນ ລາວ​ໂຕ​ໂຢ​ຕ້າ ເອັຟ​ຊີ ແຂ່ງ­ຂັນ​ຢູ່​ທີ່​ສະ­ໜາມ​ໃນ​ເວ­ລາ 16:00 ໂມງ ສະ­ໂມ­ສອນ ຊ້າງ​ນ້ອຍ ເອັຟ​ຊີ ພົບ ສະ­ໂມ­ສອນ ເອ​ສະ​ຣາ ເອັຟ​ຊີ ແຂ່ງ­ຂັນ​ຢູ່​ສະ­ໜາມ​ນອກ ວັນ​ທີ 12 ກໍ­ລະ­ກົດ 2020 ເວ­ລາ 16:00 ໂມງ ສະ­ໂມ­ສອນ ປກສ ເອັຟ​ຊີ ພົບ ສະ­ໂມ­ສອນ ວຽງ​ຈັນ ເອັຟ​ຊີ ຈາກ​ແຂວງ​ວຽງ​ຈັນ ແຂ່ງ­ຂັນ​ຢູ່​ສະ­ໜາມ​ໃນ ເຊິ່ງ​ທຸກ​ນັດ​ແມ່ນ​ມີ​ການ​ຖ່າຍ​ທອດ​ສົດ​ຜ່ານ​ທາງ Mycujoo.

error: Content is protected !!